ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

WHO ສັ່ງໃຫ້ໂຈະ ການຊັກຢາ ປ້ອງກັນ ໂປລີໂອ ຢູ່ປາກິສຖານ


ທ່ານ Hilal Khan (ກາງ) ພະນັກງານສັກຢາປ້ອງກັນໂປລີໂອ ທີ່ຖືກຍິງບາດເຈັບສາຫັດ ໂດຍມືປືນບໍ່ຊາບຝ່າຍ (19 ທັນວາ 2012)
ເຈົ້າໜ້າ​ທີ່ອົງການ​ອາ​ນະ​ໄມ​ໂລກ ​ໄດ້ໂຈະ​ການ​ສັກ​ຢາວັກ​ຊີ​ນ​
ປ້ອງ​ກັນ​ໂປ​ລີ​ໂອຫຼື​ໂຣກເປ້ຍ​ຫລ່ອຍຢູ່​ໃນປາກິ​ສຖານຫລັງ​ຈາກ
ໄດ້​ມີ​ການ​ໂຈມຕີ​ ພວກ​ພະນັກງານຢ່າງຕໍ່​ເນຶ່ອງກັນທີ່​ເຮັດ​ໃຫ້​ມີ​
ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 8 ຄົນ.

ອົງການ​ອາ​ນະ​ໄມ​ໂລກ ​ແລະ​ອົງການ UNICEF ​ໄດ້​ສັ່ງ​ໃຫ້​ພວກ​
ພະນັກງານ​ ພາກັນ​ຢຸດໂຄງການ​ສັກ​ຢາ​ວັກ​ຊີ​ນປ້ອງ​ກັນໂຣກດັ່ງ
ກ່າວ​ຢູ່ທົ່ວ ​ປະ​ເທດ ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາ​ກພວກ​ມື​ປືນທີ່​ບໍ່​ຊາບ
ວ່າ​ແມ່ນຝ່າຍ​ໃດໄດ້​ຍິງ​ປືນ​ເຂົ້າ​ໃສ່​ພວກ​ພະນັກງານ​ສັກ​ຢາວັກ​ຊີ​ນ
ໂປ​ລີ​ໂອ ຢ່າງ​ໜ້ອຍ​ອີກສາມ​ຈຸ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ ກ່າວ​ວ່າ ​ພະນັກງານສາທາລະນະ​ສຸກຍິງ​ຄົນ​ນຶ່ງ ພ້ອມດ້ວຍ​ຄົນ​ຂັບ​ລົດ​ຂອງ​ລາວ ​ໄດ້​ຖືກ​ຍິງ​ຕາຍທີ່ເມືອງ Charsadda ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ເຈົ້າໜ້າ​ທີ່​ເວົ້າວ່າ ອີກ​ຄົນ​ນຶ່ງ​ໄດ້​ຖືກ​ຍິງ​ບາດ​ເຈັບ ​ໃກ້ໆ​ເມືອງ Peshar-war ​ແລະ​ການ​ໂຈມຕີ​ບ່ອນ​ທີ​ສາມ​ໄດ້​ມີ​ຂຶ້ນທີ່​ເມືອງ Nowshera ທາງ ພາກ​ເໜືອ​ຂອງ​ປະ​ເທດແລະ​ປະກົດ​ວ່າ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບບາດ​ເຈັບ​ໃນ​ການ ​ໂຈມ​ຕີ​ດັ່ງ​ກ່າວ​ນີ້.

ໃນ​ຕົ້ນ​ອາທິດ​ນີ້ 6 ຄົນ​ໄດ້​ເສຍ​ຊີວິດ​ແລະ​ອີກ​ຫຼາຍໆຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະນະ​ທີ່​ມີ​ການ​ໂຈມຕີ​ຢູ່​ເມືອງ Peshawar ​ແລະ ຢູ່ເມືອງທ່າ Karachi. ການ​ຍິງໂຈມ​ຕີ​ທີ່​ວ່າ​ນີ້ ​ໄດ້​ເກີດ​ຂື້ນ​ໃນ​ລະຍະ​ເວລາ​ສາມ​ວັນ ຂອງ​ການ​ປຸກລະດົມ ສັກ​ຢາ​ວັກ​ຊີ​ນປ້ອງ​ກັນ​ໂປ​ລີ​ໂອ ຢູ່ໃນທົ່ວປະ​ເທດ.

​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ພວກ​ຫົວ​ຮຸນ​ແຮງທາ​ລິ​ບານມີ​ບົດບາດຫຼືບໍ່ໃນການ​ໂຈມ​ຕີ​ເຫຼົ່ານີ້. ກຸ່ມ​ດັ່ງກ່າວ​ເຄີຍ​ໄດ້ປະນາມ​ການ​ປຸກລະດົມໃນການສັກ​ຢາ​ວັກ​ຊີ​ນປ້ອງ​ກັນ​ໂປ​ລີ​ໂອນີ້​ວ່າ ​ເປັນ​ສາກ​ບັງ​ໜ້າ​ເພື່ອ​ສືບ​ຄວາມລັບ.

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG