ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍຝ​ຣັ່ງ ອາ​ຍຸ 71 ປີ ໃຊ້​ເຮືອ​ນ້ອຍ ຄື​ຖັງ​ນ້ຳ​ມັນ ຂ້າ​ມມະ​ຫາ​ສະ​ໝຸດ ແອັດ​ແລນຕິກ


ລຸງ ຊັງ-ຊັກ ຊາ​ແວງ (Jean-Jacques Savin) ອາ​ຍຸ 71 ​ປີ ສ້າງເຮືອ​ນ້ອຍ​ສີ​ສົ້ມ​ທີ່​ມີ​ຮູ​ບ​ຊົງ​ຄື​ຖັງ​ນ້ຳ​ມັນ ຢູ່ໃນ​ເຂດ​ຈອດ​ເຮືອ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 15 ພະ​ຈິກ 2018 ໂດຍ​ໃຊ້​ໄມ້​ອັດ​ທີ່​ເຄືອບ​ດ້ວຍຢາງ​ໄມ້​ສົນ ທີ່​ໜຽວ​ແໜ້ນ.
ລຸງ ຊັງ-ຊັກ ຊາ​ແວງ (Jean-Jacques Savin) ອາ​ຍຸ 71 ​ປີ ສ້າງເຮືອ​ນ້ອຍ​ສີ​ສົ້ມ​ທີ່​ມີ​ຮູ​ບ​ຊົງ​ຄື​ຖັງ​ນ້ຳ​ມັນ ຢູ່ໃນ​ເຂດ​ຈອດ​ເຮືອ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 15 ພະ​ຈິກ 2018 ໂດຍ​ໃຊ້​ໄມ້​ອັດ​ທີ່​ເຄືອບ​ດ້ວຍຢາງ​ໄມ້​ສົນ ທີ່​ໜຽວ​ແໜ້ນ.

ຜູ້ຊາຍຝ​ຣັ່ງອາ​ຍຸ​ປະ​ມານ 70 ປີຄົນ​ນຶ່ງ ໂດຍ​ທີ່​ມີ​ປາ​ເຕ​ຕັບ​ເປັດແກັດ​ນຶ່ງແລະ​ເຫລົ້າ​ວາຍ​
ສອງ ສາມ ແກ້ວ ຕັ້ງ​ໃຈ​ວ່າ ຈະຂີ່​ເຮືອ​ນ້ອຍທີ່ເປັນ​ຄືຖັງ​ນ້ຳ​ມັນ​ລ່ອງ​ໄປ ເພື່ອຂ້າມ​ມະ​ຫາ​
ສະ​ໝຸດ​ແອັດ​ແລນ​ຕິກ.

ລຸງ ຊັງ-ຊັກ ຊາ​ແວງ (Jean-Jacques Savin) ອາ​ຍຸ 71 ​ປີ ໄດ້​ເດີນ​ທາງ​ອອກ​ຈາ​ເມືອງ
ແອ​ລ ເຢຍ​ຣ໌​ໂຣ (El Hierro) ຢູ່​ໃນ​ເກາ​ະ​ແຄນ​ນາ​ຣີຂອງ​ສະ​ເປນ ແລະ​ ຫວັງ​ວ່າ​ຈະ​ສິ້ນ
​ສຸດ​ການ​ເດີນ​ທາງ​ຂອງ​ເພິ່ນ​ເປັນ​ໄລ​ຍະ​ໄກ 4,500 ກິ​ໂລ​ແມັດ ໄປ​ຍັງ​ທະ​ເລ​ຄາ​ຣິບຽນ
ໂດຍ​ໃຊ້​ເວ​ລາ​ປະ​ມານ​ສາມ​ເດືອນ ໂດຍ​ອາ​ໄສ​ໃສ່​ພຽງ​ແຕ່​ຄື້ນ​ຟອງ​ຂອງ​ມະ​ຫາ​ສະ​ໝຸດ
ແລະ​ການຍວກ​ຍູ້​ໄປ​ມາຂອງລົມ.

ລຸງ ຊາ​ແວງ ກ່າວ​ຕໍ່​ອົງ​ການ​ຂ່າວ AFP ໃນ​ເວ​ລາບໍ່ດົນ​ພໍ​ເທົ່າ​ໃດ​ພາຍ​ຫລັງ​ທີ່​ລາວ​ໄດ້​ເລີ້ມ
​ອອກເດີນ​ທາງວ່າ “ອາ​ກາດ​ດີ​ຫລາຍ. ຂ້ອຍ​ຖືກ​ກະ​ແສ​ຟອງຍວກ​ຂຶ້ນ​ສູງ​ນຶ່ງ​ແມັດ ແລະ​
ຂ້ອຍ​ກໍ​ເດີນ​ທາງ​ໃນ​ຄວາມ​ໄວ​ປະ​ມານ 2 ຫາ 3 ກິ​ໂລ​ແມັດ​ຕໍ່​ນຶ່ງ​ຊົ່ວ​ໂມງ… ຂ້ອຍ​ມີ​ພະ​ຍາ
ກອນ​ອາ​ກາດ​ວ່າ ຈະ​ມີ​ລົມ​ທີ່​ເປັນ​ຜົນ​ດີ​ແກ່​ຂ້ອຍ​ຈົນ​ຮອດ​ວັນ​ອາ​ທິດ​ຈະ​ມາ​ເຖິງນີ້.”

ລາວ​ໄດ້​ພັນ​ລະ​ນາ​ເຖິງ​ການ​ເດີນ​ທາງ​ຂອງ​ລາວ​ວ່າເປັນ “ການ​ຂ້າມ​ມະ​ຫາ​ສະ​ໝຸດ ທີ່​ຄົນ​ບໍ່​ໄດ້​ເປັນ​ກັບ​ຕັນ​ຂອງ​ກຳ​ປັ່ນ​ລາວ​ເອົາ​ເອງ ແຕ່​ວ່າເປັນ​ຜູ້​ໂດຍ​ສານ."

ລຸງ ຊັງ-ຊັກ ຊາ​ແວງ ອາ​ຍຸ 71 ປີ​ນັ່ງ​ຢູ່​ໃນ​ເຮືອນ້ອຍ ຄື​ຖັງ​ນ້ຳ​ມ​ັນ ໃນ​ວັນ​ທີ 15 ພະ​ຈິກ 2018
ລຸງ ຊັງ-ຊັກ ຊາ​ແວງ ອາ​ຍຸ 71 ປີ​ນັ່ງ​ຢູ່​ໃນ​ເຮືອນ້ອຍ ຄື​ຖັງ​ນ້ຳ​ມ​ັນ ໃນ​ວັນ​ທີ 15 ພະ​ຈິກ 2018

ລຸງ ຊາ​ແວງ ໄດ້​ໃຊ້​ເວ​ລາ​ຫລາຍ​ເດືອນ ເພື່ອ​ສ້າງເຮືອ​ນ້ອຍ​ສີ​ສົ້ມ​ທີ່​ມີ​ຮູ​ບ​ຊົງ​ຄື​ຖັງ​ນ້ຳ​ມັນ ໂດຍ​ໃຊ້​ໄມ້​ອັດ​ທີ່​ເຄືອບ​ດ້ວຍຢາງ​ໄມ້​ສົນທີ່​ໜຽວ​ແໜ້ນ​ພໍ ເພື່ອ​ທົນ​ຕໍ່ການ​ກະ​ທົບ​ຂອງ​ຄືນ​ຟອງ​ທີ່ຟາດ​ໃສ່​ເຮືອ​ຢູ່ບໍ່​ຂາດ​ໄລ​ຍະ​ ແລະການ​ໂຈມ​ຕີ​ຂອງ​ພວກ​ປາ​ວານຂະ​ໜາດ​ຍັກທີ່​ອາດ​ມີ​ຂຶ້ນນັ້ນ​.

ຖັງ​ທີ່ມີ​ຄວາມ​ຍາວ 3 ແມັດ ແລະ​ກວ້າງ 2 ແມັດ 10 ເຊັນ ປະ​ກອບມີບ່ອນ​ສຳ​ລັບ​ຄົວ​ກິນ, ເສື່ອ​ຜືນ​ນຶ່ງ ແລະ​ເຊືອກ​ຮັດຫລາຍເສັ້ນ ເພື່ອ​ມັດ​ໂຕ​ຂອງ​ລາວ​ໄວ້ ບໍ່​ໃຫ້​ຟົ້ງ​ໄປ​ມາຍ້ອນ​ການຍວກ​ຍູ້​ຂອງຟອງ​ທະ​ເລ.

ລາວ​ຍັງ​ໄດ້ເອົາ​ເຫລົ້າ​ວາຍ​ຂາວ Sauternes ແກ້ວ​ນຶ່ງ ແລະ​ປາ​ເຕ​ແກັດ​ນຶ່ງ​ໄປ​ນຳ​ເພື່ອ​ກິນ​ສະ​ຫລອງວັນ​ສົ່ງ​ທ້າຍ​ປີ​ເກົ່າ ແລະ​ເຫລົ້າ​ວາຍ​ແດງ Saint-Émilion ແກ້ວ​ນຶ່ງ ເພື່ອ​ໄປ​ດື່ມ​ສະ​ຫລອງວັນ​ຄ້າຍ​ວັນ​ເກີດ​ຂອງ​ລາວ ໃນ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງນີ້, ອີງ​ຕາມ​ສຳ​ນັກ​ຂ່າວ AFP.

​ຊ່ອງ​ທີ່​ເປັນ​ຄືປ່ອງຢ້ຽມ​ຢູ່ຂ້າງທັງ​ສອງຂ້າງ​ຂອງ​ຖັງ​ດັ່ງ​ກ່າວ ແລະ​ອີກ​ປ່ອງ​ນຶ່ງ​ສຳ​ລັບ​ໃຫ້​ເບິ່ງ​ນ້ຳ ຈະ​ເຮັດ​ໃຫ້​ມີ​ຄວາມ​ເພີດ​ເພີນ​ໄປ​ກັບ​ການ​ເດີນ​ທາງນັ້ນ. ມັນ​ຍັງ​ມີ ແຜ່ນ​ເກັບ​ພະລັງງານ​ຈາກແສງຕາ​ເວັນ​ ທີ່​ສ້າງ​ພະ​ລັງ​ງານ​ສຳ​ລັບ​ໃຊ້​ໃນ​ການ​ສື່​ສານ ແລະ​ການ​ຈັບ​ສັນ​ຍານ​ຂອງເຄື່ອງ​ບອກ​ທິດ​ທາງ ຫລື GPS.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG