ພວກປະທ້ວງເສື້ອກັກສີເຫຼືອ ໄດ້ເຂົ້າຄວບຄຸມຖະໜົນໃນທົ່ວປະເທດ ຝຣັ່ງ ໃນວັນເສົາ
ວານນີ້ ເປັນການປະທ້ວງອາທິດທີ 15 ລຽນຕິດ, ດ້ວຍການພະຍາຍາມທີ່ຈະເຮັດໃຫ້ຜູ້
ສະໜັບສະໜູນກັບມາມີກຳລັງໃຈຄືນ ໃນຂະນະທີ່ມັນໄດ້ຫຼຸດຜ່ອນຄວາມຮຸນແຮງ ແລະ
ການຕໍ່ຕ້ານຊາວຢິວ ລົງໃນຂະບວນການດັ່ງກ່າວ.
ໃນຈຳນວນການຊຸມນຸມກັນຫຼາຍແຫ່ງອ້ອມນະຄອນຫຼວງ ປາຣີ ແລະ ເມືອງອື່ນໆຂອງ
ຝຣັ່ງ ນັ້ນ, ຫຼາຍຄົນໄດ້ເຕົ້າໂຮມກັນທີ່ອານຸສາວະລີ ອາກ ເດິ ທຣີໂອມຟ໌ ໃນນະຄອນ
ຫຼວງ ປາຣີ ເພື່ອເດີນຂະບວນໃນຊຸມຊົນຄົນຖານະດີ ເພື່ອປະທ້ວງນະໂຍບາຍຕ່າງໆ
ຂອງລັດຖະບານ ທີ່ເຂົາເຈົ້າເຫັນວ່າສະໜັບສະໜູນຄົນລວຍ.
ການຕໍ່ສູ້ກັນໄດ້ເກີດຂຶ້ນໃຈຕອນທ້າຍຂອງການປະທ້ວງໃຫຍ່ຢູ່ສວນ ໂຕຣກາເດໂຣ
ໃກ້ກັບຫໍ ໄອເຟລ, ແລະ ຕຳຫຼວດ ຝຣັ່ງ ໄດ້ໃຊ້ແກັສນ້ຳຕາເພື່ອແຍກຍ້າຍຜູ້ປະທ້ວງ
ທັງຫຼາຍ.
ມີການປະທ້ວງແຍກກັນຫ້າແຫ່ງ ໄດ້ຖືກຈັດຂຶ້ນໃນນະຄອນຫຼວງຂອງ ຝຮັ່ງ, ເຊິ່ງມີຜູ້ປະ
ທ້ວງປະມານ 4,000 ຄົນໃນຕອນບ່າຍສອງໂມງ, ອີງຕາມກະຊວງພາຍໃນ, ທີ່ໄດ້ກ່າວ
ວ່າ ມີຜູ້ປະທ້ວງ 11,600 ຄົນໄດ້ແຈກກະຈາຍໄປທົ່ວ ຝຮັ່ງ.
ການສະໜັບສະໜູນສຳລັບຂະບວນການດັ່ງກ່າວໄດ້ຫຼຸດລົງ ໃນສອງສາມອາທິດທີ່ຜ່ານ
ມາ ໃນຂະນະທີ່ເຂົາເຈົ້າໄດ້ແຕກແຍກກັນ ແລະ ການລະບາດຂອງຄວາມຮຸນແຮງໄດ້
ດຳເນີນຕໍ່ໄປ.
ບັນດາເຈົ້າໜ້າທີ່ທ້ອງຖິ່ນໃນເມືອງ ແຄລມັອງ ແຟຣັງ ຢູ່ພາກກາງຂອງ ຝຣັ່ງ ໃນວັນເສົາ
ວານນີ້ ໄດ້ຮຽກຮ້ອງໃນປະຊາຊົນຫຼີກຫຼ່ຽງເຂດຕົວເມືອງ, ບ່ອນທີ່ພວກປະທ້ວງເສື້ອກັກ
ສີເຫຼືອງ 2,500 ຄົນໄດ້ປະທະກັບກອງກຳລັງຕຳຫຼວດ. ເມືອງດັ່ງກ່າວໄດ້ເວົ້າວ່າ ຕຳ
ຫຼວດໄດ້ຈັບ 15 ຄົນ, ລວມມີ 8 ຄົນໄດ້ຖືກຂັງ ແລະ ຍອດອາວຸດຕ່າງໆລວມມີ ໄມ້ເບສ
ບອລ ແລະ ປືນສັ້ນແກັສ.