ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໓ ມິຖຸນາ ໒໐໒໕

ທະຫານຝຣັ່ງ ຈະຖອນ ອອກຈາກມາລີ ໃນເດືອນມີນານີ້ (ສະໄລດ໌)


ທະຫານມາລີລາດຕະເວນຕາມຖະໜົນ ທີເມືອງ Gao ໃນພາກເໜືອຂອງປະເທດມາລີ
ທະຫານມາລີລາດຕະເວນຕາມຖະໜົນ ທີເມືອງ Gao ໃນພາກເໜືອຂອງປະເທດມາລີ
ລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ ທ່ານ Laurence Fabius ກ່າວ​
ວ່າ ກໍາລັງ​ທະຫານ​ຝຣັ່ງ ຈະ​ເລີ້​ມຖອນ​ອອກ​ຈາກ Mali ​ໃນ​ເດືອນ​
ໜ້າ​ນີ້ ຖ້າ​ຫາກ​ ດັ່ງ​ທີ່​ທ່ານ​ກ່າວວ່າ “ທຸກ​ສິ່ງທຸກ​ຢ່າງເປັນໄປ​ຕາມ
ແຜນທີ່​ໄດ້ ວາງ​ໄວ້."

ທ່ານ Fabius ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຕໍ່ໜັງ​ສື​ພິມ Metro.

ກໍາລັງທະຫານ​ຝຣັ່ງ ​ໄດ້​ເຂົ້າ​ໄປ​ໃນ Mali ​ເກືອບ​ນຶ່ງ​ເດືອນ​ແລ້ວ ​
ເວລາ​ພວກ​ຫົວ​ຮຸນ​ແຮງອິສລາມ ທີ່ຄວບ​ຄຸມພາກ​ເໜືອຂອງ
ປະ​ເທດ ​ເລີ້ມທຳ​ການເຄື່ອນ​ຍ້າຍ​ໄປສູ່​ນະຄອນ​ຫລວງ
Bamako.

ຝຣັ່ງ ມີ​ແຜນ​ທີ່​ຈະ​ຖອນ​ກໍາລັງ​ຂອງ​ຕົນ​ອອກແລະ​ມອບ​ບັນດາ
ຫົວເມືອງ ທີ່​ຍຶດຄືນ​ໄດ້​ນັ້ນ​ ໃຫ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງກອງທັບ​ມາລີ ​ແລະ​ກໍາລັງ​ທະຫານທີ່​ນຳພາໂດຍອາ​ຟຣິກາ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ທ່ານ Jean-Yves Le Drian ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ແລ​ະທາງ​ພາກ​ພື້ນ​ດິນຂອງຝຣັ່ງ ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ກໍ​າລັງ​ທະຫານ ມາລີ ​ໄດ້​ສັງຫານ​ພວກຫົວ​ຮຸນ​ແຮງຫລາຍ​ຮ້ອຍ​ຄົນ ​ໃນ​ເມືອງ Konna ​ແລະ​ເມືອງ Gao ​ໃນ​ເດືອນ​ແລ້ວ​ນີ້.


ໃນ​ຂະນະ​ດຽວ​ກັນພວກ​ທະຫານ​ຈາກ Chad ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ທີ່ເມືອງ Kidal ຊຶ່ງ​ເປັນ​ທີ່​ໝັ້ນອັນເຂັ້ມ​ແຂງບ່ອນສຸດ​ທ້າຍຂອງພວກ ​ຫົວ​ຮຸນ​ແຮງອິສລາມ ຢູ່​ໃນພາກ​ເໜືອ​ຂອງມາລີ. ກໍາລັງ​ທະຫານ​ມາລີ ​ໄດ້​ເຂົ້າ​ຍຶດ​ເອົາ​ເດີ່ນ​ເຮືອບິນ ​ເມືອງ Kidal ອາທິດ​ແລ້ວ​ນີ້ ຫລັງ​ຈາກ​ກຸ່ມກະບົດ Tuareg ​ທີ່​ບໍ່​ຝັກ​ໄຝ່​ໃນ​ດ້ານ​ສາສະໜາ ໄດ້ເຂົ້າຄວບ​ຄຸມ ​ໂຕເມືອງ Kidal.

​ນອກ​ນັ້ນ ໃນ​ວັນ​ອັງຄານ​ວານ​ນີ້ ອົງການຈັດຕັ້ງນາໆ​ຊາດ ​ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ Mali ​ໄດ້​ພົບ​ປະກັນ​ທີ່ ກຸງ​ບຣັສເຊີ​ລສ ​ເພື່ອ​ສົນທະ​ນາ​ຫາລືກ່ຽວ​ກັບອະນາຄົດ​ຂອງມາລີ ​ແລະການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ສ້າງສະຖຽນ​ລະ​ພາບ​ຢູ່​ໃນ​ປະ​ເທດດັ່ງກ່າວ.
XS
SM
MD
LG