ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ​ ສົ່ງກຳລັງ ໄປຍຶດເມືອງ Kidal ໃນພາກເໜືອ ມາລີ (ສະໄລດ໌)


ທະຫານມາລີຜູ້ນຶ່ງ ວາງສະແດງອາວຸດທີ່ຍຶດໄດ້ຈາກພວກຫົວຮຸນແຮງອິສລາມ ກ່ອນໜ້າທີ່ພວກເຂົາຈະໜີຈາກ ເມືອງ Timbuktuໄປ ໃນວັນທີ 29 ມັງກອນ 2013.
ທະຫານມາລີຜູ້ນຶ່ງ ວາງສະແດງອາວຸດທີ່ຍຶດໄດ້ຈາກພວກຫົວຮຸນແຮງອິສລາມ ກ່ອນໜ້າທີ່ພວກເຂົາຈະໜີຈາກ ເມືອງ Timbuktuໄປ ໃນວັນທີ 29 ມັງກອນ 2013.
ທີ່ປະເທດມາລີ ໄດ້ມີການສົ່ງ​ກໍາລັງ​ທະຫານ​ຝຣັ່ງ​ ໄປ​ຍັງເມືອງ
Kidal ຢູ່ທາງພາກ​ເໜືອ​ຂອງປະ​ເທດ ຊຶ່ງເປັນທີ່ໝັ້ນແຫ່ງສຸດ
ທ້າຍຂອງພວກກະບົດທີ່ຍັງ​ເຫຼືອຢູ່ ຫຼັງຈາກ​ການ​ປະຕິບັດ​ງານ
ເຂົ້າຍຶດເອົາເມືອງ Gao ແລະເມືອງ Timbuktu ຄືນ.

ບັນດາເຈົ້າໜ້າທີ່ທະຫານ​ຝຣັ່ງກ່າວໃນວັນພຸດມື້ນີ້ວ່າ ໄດ້ມີການ
ສົ່ງທະ ຫານ​ໄປ​ຍັງ​ເມືອງດັ່ງກ່າວ ​ໃນ​ຄືນ​ແລ້ວນີ້ ຊຶ່ງ​ເປັນ​ການສືບ
ຕໍ່​ບຸກ​ໂຈມ​ຕີ​ເປັນ​ເວລາ​ນຶ່ງ​ອາທິດ​ເພື່ອຍຶດເອົາຫົວເມືອງໃຫຍ່ໆ
ຢູ່ໃນພາກເໜືອ​ຂອງມາລີຄືນ.

ກຸ່ມກະບົດ MNLA ຂອງຊາວ Tuareg ທີ່ບໍ່​ຝັກ​ໄຝ່ທາງ​ສາສະໜາ​
ຂອງຊາວ Tuareg ເວົ້າວ່າ ​ໃນຕົ້ນອາທິດນີ້ ພວກນັກລົບຂອງຕົນ
ໄດ້ເຂົ້າຄວບ​ຄຸມເມືອງ Kidal ​ໄວ້ແລ້ວ.

ພວກກະບົດຊາວ Tuareg ໄດ້ຮ່ວມກັບກຸ່ມ​ຫົວຮຸນແຮງອິສລາມ ຍຶດເອົາພາກ​ເໜືອ​ຂອງ ມາລີ ລຸນຫລັງທີ່ມີການກໍ່ລັດຖະປະຫານໃນເດືອນມີນາ ປີກາຍນີ້.

ສອງກຸ່ມດັ່ງກ່າວຕໍ່ມາ ໄດ້ແຍກອອກຈາກກັນ ຍ້ອນ ຜິດຖຽງກັນກ່ຽວກັບກົດໝາຍ Sharia ແລະພວກອິສລາມຫົວ​ຮຸນ​ແຮງ ໄດ້ສະ​ແດງ​ອຳນາດ​ຫຼາຍຂຶ້ນ​ໃນ​ການຄວບຄຸມເຂດ ດັ່ງກ່າວ.

ແຜນທີ່ປະເທດມາລີ



ກໍາລັງທະຫານ​ຝຣັ່ງ ​ແລະມາລີ ໄດ້ເຂົ້າກວດຄົ້ນບ້ານເຮືອນ
ຕ່າງໆ ຢູ່ ໃນເມືອງ Timbuktu ແລະເມືອງ Gao ໃນວັນອັງ
ຄານວານ​ນີ້ຊຶ່ງໄດ້ ຍຶດເອົາອາວຸດ ແລະວັດຖຸລະເບີດ ທີ່ພວກ
ອິສລາມໄດ້ປະໄວ້. ຢ່າງ ໜ້ອຍມີຫ້າຄົນ ທີ່ຖືກສົງໄສວ່າ ໃຫ້ ການຮ່ວມມືກັບພວກຫົວຮຸນແຮງ ຖືກກັກຂັງ ຢູ່ໃນເມືອງ GAO.
ສ່ວນຢູ່ໃນເມືອງ Timbuktu ນັ້ນ ພວກປະຊາຊົນໄດ້ເຂົ້າໄປ
ລັກເອົາ ເຄື່ອງຂອງຢູ່ໃນຮ້ານຂາຍເຄື່ອງຂອງຊາວອາຣັບ ແລະ
ຊາວ Tuareg ທີ່ຖືກສົງໄສວ່າ ເຮັດວຽກໃຫ້ແກ່ພວກຫົວຮຸນແຮງ ທີ່ໄດ້ພາກັນ​ຫລົບໜີ ອອກຈາກເມືອງດັ່ງກ່າວໄປ ໃນຕົ້ນອາທິດນີ້.

ປະມວນພາບຂອງທະຫານມາລີທີ່ເຂົ້າໄປຍຶດເມືອງ Timbuktu ຄືນ:

XS
SM
MD
LG