ນັກຊ່ຽວຊານຝຣັ່ງແລະໄທ ກໍາລັງຊ່ວຍ ບັນດາພະນັກງານ
ກູ້ໄພໃນລາວ ຊອກຫາຊາກເຮືອບິນໂດຍສານ ລໍາທີ່ຕົກລົງ
ໃສ່ ແມ່ນໍ້າຂອງ ເມື່ອວັນພຸດ ທີ 16 ຜ່ານມານີ້.
ສັນນິຖານກັນວ່າ ທັງໝົດ 49 ຄົນຢູ່ເທິງເຮືອບີນລໍາທີ່ຕົກຢູ່
ປາກເຊ ເສຍຊີວິດໄປໝົດ. ມາຮອດວັນເສົາມື້ນີ້ ມີການກູ້ສົບ
ມາໄດ້ ຫລາຍກ່ວາ 30 ສົບແລ້ວ.
ທີມງານຈາກ ອົງການອຸບັດຕິເຫດທາງອາກາດ ຂອງຝຣັ່ງ
ກັບກອງທັບໄທ ກໍາລັງນໍາໃຊ້ ອຸປະກອນ sonar ສໍາລັບ
ຟັງຄື້ນສຽງຢູ່ໃຕ້ນໍ້າ ໃນວັນເສົາມື້ນີ້ ເພື່ອທໍາການສໍາຫລວດ
ຢູ່ໃຕ້ນໍ້າ ຊອກຫາຊາກເຮືອບິນ ແລະສົບຂອງພວກເຄາະຮ້າຍ
ທີ່ຍັງຫາບໍ່ພົບນັ້ນ.
ເຮືອບິນໝາກປິ່ນ ລຸ້ນ ATR-72 ທີ່ສ້າງຢູ່ຝຣັ່ງ ກໍາລັງບິນຈາກນະຄອນຫລວງວຽງຈັນ ເມື່ອຕອນບ່າຍວັນພຸດຜ່ານມາ ໄປຍັງເມືອງປາກເຊ ທາງພາກໃຕ້ຂອງລາວ ເວລາ ປະສົບອຸບັດຕິເຫດ ຕົກລົງໄປໃນແມ່ນໍ້າຂອງ. ເຮືອບິນລໍານັ້ນ ກໍາລັງບິນຜ່ານພາຍຸຝົນ ແລະລົມແຮງ ທີ່ສັນນິຖານກັນວ່າ ອາດເປັນສາເຫດພາໃຫ້ຍົນຕົກ.
ລາຍຊື່ຜູ້ໂດຍສານ ລະບຸສັນຊາດຂອງຜູ້ໂດຍສານ 44 ຄົນ ວ່າ ມີຄົນລາວ 17 ຄົນ,
ຝຣັ່ງ 7 ຄົນ ອອສເຕຣເລຍ 5 ຄົນ ໄທ 5 ຄົນ ເກົາຫຼີ 3 ຄົນ ຫວຽດນາມ 2 ຄົນ ແລະ
ຈາກອາເມຣິກາ 1 ຄົນ ການາດາ 1 ຄົນ ຈີນ 1 ຄົນ ມາເລເຊຍ 1 ຄົນ ແລະໄຕ້ຫວັນ
1 ຄົນ. ສ່ວນອີກ 5 ຄົນ ແມ່ນນັກບິນ 2, ນາງອາກາດ 2 ແລະນາຍຊ່າງ 1 ຄົນ.

ພາບຫລ້າສຸດ ຈາກການເກັບກູ້ ເຮືອບິນຕົກ ຢູ່ປາກເຊ
1/9
ທະຫານລາວຄົນນຶ່ງ ເອົາຜ້າປົກສົບຂອງ ຜູ້ເສຍຊີວິດຄົນນຶ່ງ ໃນເຫດເຮືອບິນຕົກລົງສູ່ແມ່ນໍ້າຂອງ ຢູ່ປາກເຊ ເມື່ອວັນພຸດ ທີ 16 ຕຸລາ ຜ່ານມາ. ພາບຈາກວັນທີ 18 ຕຸລາ 2013.
ເບິ່ງຕື່ມອີກ
Show less
2/9
ພວກຊ່ວຍກູ້ໄພຈາກປະເທດໄທ ຫາມສົບຜູ້ເຄາະຮ້າຍຄົນນຶ່ງ ຈາກເຫດເຮືອບິນຕົກ ອອກຈາກເຮືອ ຢູ່ປາກເຊ, ວັນທີ 18 ຕຸລາ 2013.
ເບິ່ງຕື່ມອີກ
Show less
3/9
ພວກກູ້ໄພ ກູ້ເອົາສົບຂອງຜູ້ເຄາະຮ້າຍ ໃນເຫດເຮືອບິນຕົກຄົນນຶ່ງ ອອກມາຈາກນໍ້າຂອງ ຢູ່ປາກເຊ, ວັນທີ 18 ຕຸລາ 2013.
ເບິ່ງຕື່ມອີກ
Show less
4/9
ເຈົ້າໜ້າທີ່ລາວ ຫາມເອົາສົບຜູ້ເຄາະຮ້າຍຄົນນຶ່ງ ລົງຈາກລົດ ໄປເກັບໄວ້ທີ່ວັດຈີນແຫ່ງນຶ່ງ ໃນເມືອງປາກເຊ, ວັນທີ 18 ຕຸລາ 2013.
ເບິ່ງຕື່ມອີກ
Show less
5/9
ປະຊາຊົນ ຫຸ້ມເບິ່ງຊິ້ນສ່ວນຂອງເຮືອບິນ ຂອງສາຍການບິນລາວ ລໍາທີ່ຕົກລົງ ໃນແມ່ນໍ້າຂອງ ຢູ່ປາກເຊ ເມື່ອວັນທີ 16 ຕຸລາ 2013.
ເບິ່ງຕື່ມອີກ
Show less
6/9
ປະຊາຊົນພາກັນຢືນຢູ່ແຄມຂອງ ເບິ່ງການປະຕິບັດງານຊອກຄົ້ນ ເພື່ອກູ້ເອົາຊາກສົບ ແລະຊິ້ນສ່ວນຂອງ ເຮືອບິນ ຂອງສາຍການບິນລາວ ທີ່ຕົກລົງໃນນໍ້າຂອງ ຢູ່ປາກເຊ, ວັນທີ 17 ຕຸລາ 2013.
ເບິ່ງຕື່ມອີກ
Show less
7/9
ພວກນັກດໍານໍ້າ ລົງໄປຊອກກູ້ເອົາ ສົບຂອງພວກເຄາະຮ້າຍ ໃນອຸບັດຕິເຫດເຮືອບິນລາວ ຕົກຢູ່ປາກເຊ, ວັນທີ 17 ຕຸລາ 2013.
ເບິ່ງຕື່ມອີກ
Show less
Previous slide
Next slide