ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກກິລາເທັນນິສຈີນ ຊະນະການແຂ່ງຂັນ French Open


ນາງ Li Na ແຫ່ງຈີນ ດີໃຈທີ່ເປັນເເຊັມໃໝ່ໃນການແຂ່ງຂັນ
ກີລາເທັນນີສ French Open ໂດຍໄດ້ຊະນະນາງ Francesca Schiavone ແຊັມປີກາຍນີ້ ຈາກອີຕາລີ, ທີ່ກຸງປາຣີ ວັນທີ 4 ມິຖຸນາ 2011.
ນາງ Li Na ແຫ່ງຈີນ ດີໃຈທີ່ເປັນເເຊັມໃໝ່ໃນການແຂ່ງຂັນ ກີລາເທັນນີສ French Open ໂດຍໄດ້ຊະນະນາງ Francesca Schiavone ແຊັມປີກາຍນີ້ ຈາກອີຕາລີ, ທີ່ກຸງປາຣີ ວັນທີ 4 ມິຖຸນາ 2011.

ໃນ​ການ​ແຂ່ງຂັນ​ກີລາເທັນ​ນີສຊີງ​ຂັນ French Open ທີ່​
ກຸງ​ປາຣີ​ໃນ​ວັນ​ເສົາວານ​ນີ້ ນາງ Li Na ​ໄດ້​ກາຍ​ເປັນ​ນັກ
ກີລາເທັນ​ນີສຈີນ​ຄົນ​ທໍາ​ອິດ ​ແລະ​ເປັນ​ຄົນ​ທໍາ​ອິດ​ຈາກ​ເອ
ເຊຍ ທີ່ໄດ້ຊະນະ​ເລີດ​ປະ​ເພດ​ດ່ຽວ​ໃນການ​ແຂ່ງຂັນ​ທີ່​ໃຫຍ່ໆ​ລະດັບ​ໂລກ​ເຊ່ນ​ນັ້ນ. ນາງ​ຫລີ​ນາ ​ໄດ້​ຊະນະ​ນາງ Fran
cesca Schiavone ຈາກ​ປະ​ເທດ​ອີ​ຕາ​ລີ ຊຶ່ງ​ເປັນ​ແຊັມ ​ປີ​ແລ້ວ​ນີ້​ດ້ວຍ​ຄະ​ແນນ 6-4, 7-6.

ນັກກີລາ​ທັງ​ສອງ​ຄົນ​ນີ້​ມີ​ອາຍຸ 29 ປີ​ເທົ່າ​ກັນ ຊຶ່ງ​ຖືວ່າ​ເຖົ້າ
ແລ້ວສໍາລັບວົງ​ການ​ກີລາເທັນ​ນີສ. ​ເວລາ​ນາງ Schiavo-
ne ​ໄດ້​ຕໍາ​ແໜ່​ງ​ແຊັມ French Open ​ປະ​ຈໍາປີ 2010 ນັ້ນ​ນາງ​ໄດ້​ກາຍ​ເປັນ​ແຊັມ​ແມ່ຍິງ​ທີ່​ມີ​ອາຍຸ​ແກ່​ທີ່​ສຸດຄົນ​ທໍາ​ອິດ ນັບ​ແຕ່​ການ​ແຂ່ງຂັນ​ກີລາ​ເທັນ​ນີສອາຊີບ​ເລີ້ມ​ຕົ້ນ​ຂຶ້ນໃນ​ປີ 1968 ​ເປັນ​ຕົ້ນ​ມາ. ​ແລະນາງ ກໍ​ເປັນແຊັມ​ອີ​ຕາ​ລີ​ຄົນ​ທໍາ​ອິດ​ເຊ່ນ​ກັນ​ໃນ​ການ​ແຂ່ງຂັນ​ເທັນນີສGrand Slam ປະ​ເພດຍິງ ນັ້ນ.

ນັກກິລາເທັນນິສຈີນ ຊະນະການແຂ່ງຂັນ French Open
ນັກກິລາເທັນນິສຈີນ ຊະນະການແຂ່ງຂັນ French Open

ນາງ ຫລີ ຊຶ່ງຕິດ​ອັນ​ດັບ 6 ຂອງ​ໂລກ​ໃນ​ການ​ແຂ່ງຂັນກີລາເທັນ​ນີສທີ່​ປະ​ເທດ​ຝຣັ່ງ​ໄດ້​ຕົກ​ຮອບ​ສຸດ​ທ້າຍ ​ໃນ​ການ​ແຂ່ງຂັນ Australian Open ໃນຕົ້ນປີນີ້.

ບັດ​ນີ້ ຄາດ​ກັນ​ວ່າ​ນາງ ຫລີ​ຈະ​ເລື່ອນ​ອັນ​ດັບ​ຂຶ້ນ​ມາ​ເປັນນໍ້າເບີ 4 ຂອງ​ໂລກ. ​ໄຊຊະນະ​ຂອງ​ນາງ​ນີ້​ກໍ​ສາມາດ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ຫລາຍ​ຂຶ້ນ​ໃນ​ກີລາ​ເທັນ​ນີສ​ ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ນາງເຊ່ນ​ກັນ.

XS
SM
MD
LG