ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຝຣັ່ງ ສັງຫານ ພວກຫົວຮຸນແຮງ 20 ຄົນ ໃນ ປະເທດມາລີ


ໃນພາບນີ້ ສາມາດເຫັນໄດ້ວ່າ ພວກທະຫານຝຣັ່ງ ກຳລັງ ຄວບຄຸມພື້ນທີ່ ຂອງເຂດ Gao ຢູ່ທາງພາກເໜືອຂອງມາລີ ເພື່ອໃຫ້ມີຄວາມປອດໄພ, ວັນທີ 10 ກຸມພາ 2013.
ໃນພາບນີ້ ສາມາດເຫັນໄດ້ວ່າ ພວກທະຫານຝຣັ່ງ ກຳລັງ ຄວບຄຸມພື້ນທີ່ ຂອງເຂດ Gao ຢູ່ທາງພາກເໜືອຂອງມາລີ ເພື່ອໃຫ້ມີຄວາມປອດໄພ, ວັນທີ 10 ກຸມພາ 2013.

ກອງກຳລັງຂອງຝຣັ່ງ ໄດ້ກ່າວ ໃນວັນອາທິດວານນີ້ ວ່າ ພວກເຂົາເຈົ້າໄດ້ສັງຫານ
ພວກ ຫົວຮຸນແຮງ ຫຼາຍກວ່າ 20 ຄົນ ຢູ່ໃນມາລີ ໃກ້ໆກັບເຂດຊາຍແດນ ເບີກີນາ
ຟາໂຊ.

ບັນດາເຈົ້າໜ້າທີ່ກອງທັບຂອງຝຣັ່ງ ແລະ ບັນດາຜູ້ເຫັນເຫດການ ກ່າວວ່າ ການ
ໂຈມຕີ ​ແມ່ນ​ມາຈາກທາງອາກາດ ແລະ ທາງພາກພື້ນດິນ ຢູ່ໃນປ່າແຫ່ງນຶ່ງ ຂອງ
ຂົງເຂດ Sahel ອັນເປັນເຂດ ການປ່ຽນແປງຂອງສະພາບອາກາດສິ່ງແວດລ້ອມ
ແລະຊີວະພູມິສາດ ໃນອາຟຣິກາ.

ພວກທະຫານຝຣັ່ງຫຼາຍກວ່າ 3,500 ຄົນ ແມ່ນປະຕິບັດ​ໜ້າ​ທີ່​ແບບ​ກະຈັດກະຈາ​ຍ
​ໃນທົ່ວປະເທດມາລີ ເບີກີນາ ຟາໂຊ ຊາດ ມໍຣິເຕເນຍ ແລະ ໄນເຈີ ຊຶ່ງພວກເຂົາ
ກຳລັງຕໍ່ສູ້ ກັບພວກຫົວຮຸນແຮງຈັດ ອິສລາມ.

ມາລີ ໄດ້ຂະຫຍາຍການປະກາດພາວະສຸກເສີນອອກໄປຕື່ມ ເປັນເວລາອີກ 6 ເດືອນ
ໃນຂະນະທີ່ຕົນ ພະຍາຍາມ ຢັບຢັ້ງ ການກໍ່ກະບົດໂດຍກຸ່ມທີ່ເປັນເຄືອຂ່າຍຂອງ
al-Qaida ຢູ່ທາງພາກເໜືອ ແລະ ພວກຫົວຮຸນແຮງຈັດ ໄດ້ເປີດສາກໂຈມຕີ ມາ
ຈາກປະເທດ ເບີກີນາ ຟາໂຊ ທາງກ້ຳໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG