ທີ່ປະເທດຝຣັ່ງ ປາກົດວ່າພັກສັງຄົມນິຍົມຂອງປະທານາທິບໍດີ Francois Hollande
ໄດ້ຮັບບ່ອນນັ່ງສ່ວນຫລາຍຢ່າງຂາດຮອຍ ໃນການເລືອກຕັ້ງສະພາແຫ່ງຊາດຮອບຕັດ
ສິນຊີ້ຂາດໃນວັນອາທິດວານນີ້.
ຜົນການນັບບັດຄະແນນສຽງເປັນບາງສ່ວນສະແດງວ່າ ພັກສັງຄົມນິຍົມແລະພັນທະ
ມິດ ໄດ້ຮັບບ່ອນນັ່ງຫລາຍເຖິງ 320 ໃນຈໍານວນບ່ອນນັ່ງທັງໝົດ 577 ບ່ອນຂອງສະ
ພາຕໍ່າ ຊຶ່ງແມ່ນລື່ນຈໍານວນ 289 ບ່ອນ ທີ່ຕ້ອງການເພື່ອໃຫ້ໄດ້ເປັນຝ່າຍສຽງສ່ວນ
ຫລາຍຢູ່ໃນສະພານັ້ນ ຢ່າງ ຫລວງຫລາຍ.
ພັກນິຍົມແນວທາງເດີມ UMP ຂອງອະດີດປະທານາທິບໍດີ Nicolas ZarKosy ໄດ້
ຮັບຢ່າງນ້ອຍ 212 ບ່ອນນັ່ງ. ສ່ວນພັກແນວໂຮມແຫ່ງຊາດ ຂອງທ່ານນາງ Marine
Le Pen ທີ່ຕໍ່ຕ້ານຄົນເຂົ້າເມືອງແລະມາໃນອັນດັບສາມໃນການເລືອກຕັ້ງຮອບທໍາອິດ
ນັ້ນ ໄດ້ຮັບຢ່າງນ້ອຍສອງບ່ອນນັ່ງ.