ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມຸນຕີຕ່າງປະເທດຝຣັ່ງ ລາອອກຈາກຕໍາແໜ່ງ.


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ແລະທ່ານນາງ Michele Alliot-Marie ລັດຖະມຸນຕີຕ່າງປະເທດຝຣັ່ງ ທີ່ລາອອກຈາກຕໍາແໜ່ງ ເມອວັນອາທິດ ທີ 27 ກຸມພາ 2011.
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ແລະທ່ານນາງ Michele Alliot-Marie ລັດຖະມຸນຕີຕ່າງປະເທດຝຣັ່ງ ທີ່ລາອອກຈາກຕໍາແໜ່ງ ເມອວັນອາທິດ ທີ 27 ກຸມພາ 2011.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຝຣັ່ງ​ໄດ້​ລາ​ອອກ​ຫລັງ​ຈາກຂຶ້ນ​ດໍາລົງ​ຕໍາ​ແໜ່​ງມາ​ໄດ້​ພຽງ 3 ​ເດືອນ.

ທ່ານນາງ Michele Alliot-Marie ​ໄດ້​ຍື່ນ​ໃບ​ລາ​ອອກ​ໃນ
ວັນ​ອາທິດວານ​ນີ້ ຫລັງ​ຈາກ​ມີ​ການ​ຕໍາ​ໜິຕິຕຽນ​ມາ​ເປັນ​ເວ
ລາ​ຫລາຍ​ສັບປະດາ​ກ່ຽວ​ກັບການ​ຮັບ​ມື​ຂອງ​ທ່ານ​ນາງ​ ໃນ
ການ​ຕອບ​ສະໜອງ​ຂອງຝຣັ່ງ​ຕໍ່​ການ​ລຸກ​ຮືຂຶ້ນ​ຂອງ​ປະຊາຊົນ
ໃນ​ຕູ​ນີ​ເຊຍ ຊຶ່ງ​ເປັນ​ອະດີດ​ຫົວ​ເມືອງ​ຂຶ້ນ​ຂອງ ຝຣັ່ງນັ້ນ.

ທ່ານ​ນາງ Alliot-Marie ​ໄດ້​ຂຶ້ນເປັນ​ລັດຖະມຸນຕີ​ການ​
ຕ່າງປະເທດ​ແມ່ຍິງຄົນ​ທໍາ​ອິດຂອງຝຣັ່ງ ​ໃນ​ເດືອນ​ທັນວາ​
ປີຜ່ານມາ​ນີ້.ໃນ​ການປາກົດ​ໂຕ​ທາງ​ໂທລະພາບ ​ຫລັງ​ຈາກ
ມີ​ການ​ປະກາດ​ວ່າ​ທ່ານ​ນາງ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ແລ້ວ
ນັ້ນ ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ​ກ່າວ
ວ່າ ບັດ​ນີ້​ທ່ານ Alain Juppe ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ ຈະກຳ​ຕໍາ​ແໜ່​ງລັດຖະມຸນຕີ​ຕ່າງປະ​ເທດນຳ​.

ທ່ານ​ນາງ Alliot-Marie ​ໄດ້​ຮັບ​ຊື່​ສຽງ​ບໍ່​ດີ​ ຍ້ອນ​ການ​ຕິດ​ຕໍ່​ພົວພັນ​ຂອງ​ທ່ານນາງ​
ກັບ​ພວກ​ຮ່ວມ​ງານ​ຂອງ​ທ່ານ Zine El Abidine Ali ຜູ້​ນໍາ​ຕູ​ນີ​ເຊຍ ​ທີ່ໄດ້​ຖືກ​ໂຄ່ນ​
ລົ້ມ​ໄປ​ນັ້ນ. ທ່ານ​ນາງ​ໄດ້​ຖືກ​ຕໍາ​ໜິ​ຕິຕຽນ​ ຊໍ້າ​ແລ້ວ​ຊໍ້າ​ອີກ​ ໃນ​ການ​ໄປ​ພັກຜ່ອນ​
ຢູ່ຕູ​ນີ​ເຊຍ ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ ທີ່​ໄດ້​ຍັງ​ຜົນ​ໃຫ້​ທ່ານ Ben
Ali ຕົນ​ຈາກ​ຕໍາ​ແໜ່​ງ​ໄປ​ນັ້ນ.

XS
SM
MD
LG