ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງຈຳນວນນຶ່ງ ປະທ້ວງ ຕໍ່ຕ້ານການໃຫ້ມີໃບຢັ້ງຢືນ ການສັກຢາວັກຊີນໂຄວິດ-19 ກ່ອນເຂົ້ານັ່ງກິນອາຫານ ຢູ່ໃນຮ້ານ


ພວກປະທ້ວງເຂົ້າຮ່ວມການເດີນຂະບວນຮຽກຮ້ອງ ໃຫ້ພັກຫົວຊາດນິຍົມ "Les Patriotes" ຕໍ່ຕ້ານຂອບເຂດຈຳກັດ ໃນການຕໍ່ສູ້ກັບໂຄວິດ -19 ຢູ່ນອກກະຊວງສາທາລະນະສຸກ ໃນນະຄອນຫຼວງປາຣີ ເມື່ອວັນທີ 31 ກໍລະກົດ 2021.
ພວກປະທ້ວງເຂົ້າຮ່ວມການເດີນຂະບວນຮຽກຮ້ອງ ໃຫ້ພັກຫົວຊາດນິຍົມ "Les Patriotes" ຕໍ່ຕ້ານຂອບເຂດຈຳກັດ ໃນການຕໍ່ສູ້ກັບໂຄວິດ -19 ຢູ່ນອກກະຊວງສາທາລະນະສຸກ ໃນນະຄອນຫຼວງປາຣີ ເມື່ອວັນທີ 31 ກໍລະກົດ 2021.

ຝຣັ່ງແມ່ນປະເທດນຶ່ງ ທີ່ມີປະຊາຊົນຜູ້ບໍ່ເຫັນພ້ອມກັບມາດຕະການໃໝ່ ຂອງທາງການ
ທີ່ສັ່ງໃຫ້ກວດເອກກະສານຢັ້ງຢືນ ການສັກຢາວັກຊີນ ປ້ອງກັນໂຄວິດ-19 ກ່ອນພວກ
ລູກຄ້າ ຈະສາມາດເຂົ້າໄປນັ່ງຮັບປະທານ ຢູ່ໃນຮ້ານອາຫານໄດ້. ໃນ ວັນເສົາອາທິດ
ແລ້ວນີ້ ມີປະຊາຊົນຈຳນວນນຶ່ງໃນນະຄອນຫຼວງປາຣີ ພາກັນເດີນ ຂະບວນປະທ້ວງຕໍ່
ຄຳສັ່ງດັ່ງກ່າວ ຫຼັງຈາກໄດ້ມີການຈຳກັດຂັ້ນຕອນການໄປມາ ຫາສູ່ກັນ ທີີ່ມີກົດລະບຽບ
ໃຫ້ໃສ່ໜ້າກາກແລະລະບຽບການດ້ານທຸລະກິດຕ່າງໆ.

ບັດນີ້ ໄດ້ມີກົດລະບຽບໃໝ່ທີ່ຫລ້າສຸດອອກມາ ໂດຍບໍ່ອະນຸຍາດໃຫ້ຜູ້ທີ່ບໍ່ມີເອກ ກະສານ
ຢັ້ງຢືນການສັກຢາວັກຊີນ ປ້ອງກັນໂຄວິດ-19 ເຂົ້າໄປນັ່ງຮັບປະທານ ຢູ່ໃນຮ້ານອາຫານ
ຊຶ່ງເລື້ອງດັ່ງກ່່າວນີ້ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈ ຕໍ່ຜູ້ທີ່ບໍ່ໄດ້ຮັບ ການສັກຢາຈຳນວນນຶ່ງພາ
ກັນລົງສູ່ທ້ອງຖະໜົນ ເພື່ອປະທ້ວງ ຢູ່ໃນນະຄອນ ຫຼວງປາຣີ.

ທ່ານສີສຸກ ຄົນຝຣັ່ງເຊື້ອສາຍລາວ ທີ່ຢູ່ໃກ້ກັບເຫດການ ຂອງການເດີນຂະບວນປະທ້ວງ
ໃນວັນເສົາທີ່ຜ່ານມານີ້ ກ່າວຕໍ່ວີໂອເອ ຟັງວ່າ:

ລິງໂດຍກົງ

ໃນຂະນະດຽວກັນຢູ່ປະເທດອັງກິດ ທາງການໄດ້ສະເໜີ ໃຫ້ພວກຊາວໜຸ່ມອາຍຸ 16 ຫາ
17 ປີ ເລີ້ມສັກຢາປ້ອງກັນໂຄວິດ-19 ໂດສທຳອິດ ໃນວັນເສົາ ວັນທີ 23 ຈະມາເຖິງນີ້
ກ່ອນທີ່ເຂົາເຈົ້າຈະກັບຄືນໄປເຂົ້າໂຮງຮຽນ. ຢູ່ທີ່ລັດຟລໍຣິດາ ທາງຕາເວັນອອກສຽງໃຕ້
ຂອງສະຫະລັດ ທີ່ມີຄົນຕິດເຊື້ອໄວຣັສ ສາຍພັນໃໝ່ ແດລຕ້າຫຼາຍທີ່ສຸດ ຊຶ່ງເຮັດໃຫ້ບັນ
ດາໂຮງໝໍບັນຈຸຄົນເຈັບຢ່າງເຕັມອັດຕາແລ້ວ ໃນເວລານີ້.

XS
SM
MD
LG