ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຝຣັ່ງ ທ່ານມາຄຣົງ ຢ້ຽມຢາມ ຈີນ ຢ່າງເປັນ ທາງການ ເພື່ອດຶງດູດເອົາ ພາຄີຍຸດທະສາດ


ປະທານາທິບໍດີ ຝຣັ່ງ ທ່ານເອັມມານູແອລ ມາຄຣົງ (Emmanuel Macron) ກ່າວຄຳປາໄສ ຢູ່ທີ່ ພະລາດຊະວັງ Daming Palace ໃນເມືອງຊີອານ ຂອງແຂວງຊານຊີ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ, ວັນຈັນ ທີ 8 ມັງກອນ 2018.
ປະທານາທິບໍດີ ຝຣັ່ງ ທ່ານເອັມມານູແອລ ມາຄຣົງ (Emmanuel Macron) ກ່າວຄຳປາໄສ ຢູ່ທີ່ ພະລາດຊະວັງ Daming Palace ໃນເມືອງຊີອານ ຂອງແຂວງຊານຊີ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ, ວັນຈັນ ທີ 8 ມັງກອນ 2018.

ປະທານາທິບໍດີ ຝຣັ່ງ ທ່ານເອັມມານູແອລ ມາຄຣົງ ກ່າວວ່າ ຈີນ ກັບ ຢູໂຣບ ຄວນເຮັດ
ວຽກຮ່ວມກັນ ກ່ຽວກັບ “ໂຄງການລິເລີ່ມ ນຶ່ງແລວທາງ-ນຶ່ງເສັ້ນທາງ” ຂອງປັກກິ່ງ
ເຊິ່ງຈຸດປະສົງຂອງໂຄງການນີ້ ແມ່ນເພື່ອສ້າງ “ເສັ້ນທາງສາຍໄໝ” ສະໄໝຍຸກປັດຈຸບັນ
ທີ່ ທ່ານມາຄຣົງ ກ່າວວ່າ ຈະບໍ່ສາມາດເປັນ “ທາງດຽວ” ໄດ້.

ໃນການກ່າວຖະແຫລງ ຕໍ່ບັນດາຜູ້ຊົມ ທີ່ເປັນ ນັກທຸລະກິດ ປັນຍາຊົນ ແລະນັກສຶກສາ
ເມື່ອວັນຈັນມື້ນີ້ ຢູ່ໃນເມືອງ ຊີອານ ເຊິ່ງເປັນຈຸດເລີ່ມຕົ້ນ ຂອງເສັ້ນທາງອັນເກົ່າແກ່ ທີ່
ທ່ານມາຄຣົງ ກ່າວວ່າ ເສັ້ນທາງສາຍໄໝ ນັ້ນ “ບໍ່ໄດ້ເປັນຂອງຈີນເທົ່ານັ້ນ” ທ່ານກ່າວ
ຕື່ມວ່າ “ຕາມຄວາມໝາຍແລ້ວ ພວກເສັ້ນທາງທັງຫຼາຍນີ້ ສາມາດນຳໃຊ້ຮ່ວມກັນ
ເທົ່ານັ້ນ. ຖ້າມັນແມ່ນເສັ້ນທາງ ມັນຈະບໍ່ສາມາດເປັນຂອງຜູ້ດຽວ.”

ໂຄງການນຶ່ງແລວທາງ-ນຶ່ງເສັ້ນທາງ ທີ່ໄດ້ຖືກເປີດເຜີຍ ເມື່ອປີ 2013 ທີ່ມີເປົ້າໝາຍ
ເພື່ອເຊື່ອມຕໍ່ ຈີນ ທາງພາກພື້ນດິນ ແລະ ທະເລ ກັບເອເຊຍຕາເວັນອອກສຽງໃຕ້ ຫາ
ປາກິສຖານ ເອເຊຍກາງ ແມ່ນມີໄປຈົນຮອດ ຕາເວັນອອກກາງ ຢູໂຣບ ແລະ
ອາຟຣິກກາ.

ປະທານປະເທດຈີນ ທ່ານສີ ຈິນຜິງ ໄດ້ປະຕິຍານວ່າ ຈະໃຫ້ທຶນ 124 ຕື້ໂດລາ ສຳລັບ
ໂຄງການເສັ້ນທາງສາຍໄໝ ຢູ່ທີ່ກອງປະຊຸມສຸດຍອດ ເມື່ອເດືອນພຶດສະພາ ປີກາຍນີ້
ແຕ່ມັນກໍໄດ້ຖືກຮັບດ້ວຍຄວາມສົງໄສ ໂດຍບັນດາເມືອງຫຼວງຕ່າງໆ ຂອງປະເທດ
ຕາເວັນຕົກ ວ່າເປັນເຈດຕະນາຂອງຈີນ ທີ່ຈະເຂົ້າໄປມີອິນທິພົນ ຫຼາຍກວ່າ ການທີ່
ປັກກິ່ງ ຕ້ອງການຈະກະຈາຍຄວາມຈະເລີນອອກໄປ ໃນຂົງເຂດດັ່ງກ່າວ.

ຫຼັງຈາກການຢ້ຽມຢາມ ເມືອງຊີອານ ເປັນເວລາສາມວັນແລ້ວ ທ່ານມາຄຣົງ ກັບຄະນະ
ຜູ້ແທນຂອງທ່ານ ທີ່ປະກອບດ້ວຍ ນັກບໍລິຫານທຸລະກິດ ເກືອບ 60 ຄົນ ແລະ ບັນດາ
ເຈົ້າໜ້າທີ່ ຈະເດີນທາງໄປຍັງນະຄອນຫຼວງຂອງຈີນ.

ທ່ານມາຄຣົງ ວາງແຜນວ່າ ຈະຫາທາງ ເປັນ “ພາຄີຍຸດທະສາດ” ກັບ ປັກກິ່ງ ກ່ຽວກັບ
ເລື່ອງຕ່າງໆ ຈຳນວນນຶ່ງ ທີ່ລວມທັງ ເລື່ອງການກໍ່ການຮ້າຍ ແລະ ການປ່ຽນແປງຂອງ
ດິນຟ້າອາກາດ ແລະ ເຮັດໃຫ້ທ່ານສີ ເປັນພັນທະມິດ ໃນການຈັດຕັ້ງປະຕິບັດ ສັນຍາ
ປາຣີ ຫຼັງຈາກທີ່ ສະຫະລັດ ໄດ້ຖອນໂຕອອກຈາກຂໍ້ຕົກລົງນີ້ແລ້ວ.

ພ້ອມດ້ວຍ ທ່ານນາງ ບຣິຈິດ ພັນລະຍາ ຂອງທ່ານມາຄຣົງ, ທ່ານມາຄຣົງ ກໍໄດ້ເລີ້ມ
ຕົ້ນການເດີນທາງໄປຈີນ ຢ່າງເປັນທາງການ ໃນວັນຈັນມື້ນີ້ ໂດຍການຢ້ຽມຢາມ ຫໍພິພິດ
ທະພັນ ບັນດາກອງທັບນັກຮົບ ຂອງພະເຈົ້າຈັກກະພັດຄົນທຳອິດຂອງຈີນ ໃນເມືອງ
ຊີອານ ເຊິ່ງເປັນເຈດີເຈັດຊັ້ນ ທີ່ເກົ່າແກ່ຫຼາຍສັດຕະວັດ ແລະເປັນສະຖານທີ່ຂອງ
ສາສະໜາພຸດ ແລະ ເປັນເມືອງຂອງວັດມຸສລິມ ນຳດ້ວຍ.

France China
please wait
Embed

No media source currently available

0:00 0:02:18 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG