ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາຝຣັ່ງ ປະກາດ ແຍກທາງ ກັບ ສະຕີໝາຍເລກນຶ່ງ (ວີດີໂອ)


ທ່ານນາງ Valerie Trierweiler ສະຕີໝາຍເລກນຶ່ງ ແລະທ່ານ
Francois Hollande ປະທານາທິບໍດີ ຝຣັ່ງ.
ທ່ານນາງ Valerie Trierweiler ສະຕີໝາຍເລກນຶ່ງ ແລະທ່ານ Francois Hollande ປະທານາທິບໍດີ ຝຣັ່ງ.
ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ເວົ້າ​ວ່າ ທ່ານ​ໄດ້​ແຍກທາງກັບ Valerie Trierweiler ທີ່ຢູ່​ນໍາ​ກັນມາ​ໄດ້​ເຈັດ​ປີນັ້ນ​ແລ້ວ ຫຼັງຈາກສື່​ມວນ​ຊົນ​ລາຍ​ງານ​ວ່າ ທ່ານ​ມີ​ຄວາມ​ສໍາພັນ ກັບ​ດາລາຍິງ​ຄົນ​ນຶ່ງ.

ທ່ານ Hollande ​ໄດ້​ປະກາດ​ຂ່າວການ​ແຍກ​ທາງ​ກັບເມຍທີ່
ບໍ່​ໄດ້​ແຕ່ງ​ ຕໍ່​ອົງການ​ຂ່າວ​ຝຣັ່ງ AFP ເມື່ອ​ວັນ​ເສົາ​ວານ​ນີ້.

ການ​ປະກາດ​ດັ່ງກ່າວມີ​ຂຶ້ນສອງ​ອາທິດ ຫຼັງຈາກ​ໜັງສືພິມ​ຂ່າວ​
ດາລາ​ສະບັບ​ນຶ່ງ ລາຍງານວ່າ ທ່ານ Hollande ກໍາລັງມີຄວາມ
ສໍາພັນສັນຊູ້ສາວ ​ກັບດາ​ລາຮູບ​ເງົາ ນາງ Julie Gayet ​ໄວ 41
ປີ ຊຶ່ງ​ມີ​ອາຍຸ​ຕໍ່າ​ກວ່າ​ທ່ານ​ເກືອບ 20 ປີ.

ປະທານາທິບໍດີ​ ໄວ 59 ປີ ບໍ່​ໄດ້​ແຕ່ງງານ​ກັບ ທ່ານນາງ Trierweiler ​ໄວ​ 48 ປີ ​ນັກ​ຂ່າວທີ່
​ມີ​ຊື່​ສຽງຄົນ​ນຶ່ງ ​ແຕ່​ທັງ​ສອງ​ກໍ​ໄດ້ຢູ່ນໍາ​ກັນ​ມາ​ຕັ້ງ​ແຕ່​ປີ 2006 ​ແລະ​ທ່ານ​ນາງ ກໍ​ໄດ້ປະຕິບັດ​
ໜ້າ​ທີ່ເປັນສະຕີ​ໝາຍ​ເລກນຶ່ງ ຫຼັງຈາກ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ໃນ​ປີ 2012.

ການ​ປະກາດ​ຂອງ​ການ​ແຍກ​ທາງ​ຂອງ​ທັງ​ສອງ ມີ​ຂຶ້ນພຽງ​ນຶ່ງ​ມື້ກ່ອນ ທ່ານ​ນາງ Trierweiler ມີ​ກໍາໜົດຈະ​ເດີນທາງ​ໄປ​ອິນ​ເດຍ ​ເພື່ອ​ງານ​ກຸສົນ. ມີ​ລາຍ​ງານ​ວ່າ ທ່ານນາງ​ໄດ້​ເຂົ້າຮັກສາ​ຕົວ​ທີ່​ໂຮງໝໍ ຈາກ​ອາການ​ອ່ອນ​ເພຍ ຫຼັງຈາກ​ໄດ້​ຍິນ​ຂ່າວ​ປະກາດ​ແຍກ​ທາງ​ກັນ.

ຜ່ານ​ມາ ທ່ານ Hollande ​ໄດ້ມີ​ຄວາມ​ສໍາພັນ​ກັບ​ທ່ານນາງ Segolene Royal ສະມາຊິກ​
ອາ​ວຸ​ໂສ​ຂອງ​ພັກ​ສັງຄົມ​ນິຍົມ​ຂອງ​ທ່ານ ​ແລະ​ເຄີຍ​ເປັນຜູ້​ສະໝັກ​ປະທານາທິບໍດີ. ທັງ​ສອງ​
ມີ​ລູກ​ນໍາ​ກັນ​ສີ່​ຄົນ ​ແຕ່​ກໍ​ໄດ້​ແຍກ​ກັນ​ໃນ​ປີ 2007 ຫຼັງຈາກ​ທ່ານ​ນາງ​ປາ​ໄຊ​ການ​ເລືອກ​ຕັ້ງ​
ໃຫ້​ແກ່​ທ່ານ Nocolas Sarkozy ຜູ້​ທີ່ທ່ານ Hollande ສືບ​ຕໍາ​ແໜ່​ງ​ແທນ​ນັ້ນ.

France Hollande
please wait
Embed

No media source currently available

0:00 0:00:43 0:00


.
XS
SM
MD
LG