ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ປ. ຝຣັ່ງ ເຊັນກົດໝາຍ ໃຫ້ຄົນເພດດຽວ ແຕ່ງງານກັນໄດ້ (ວີດິໂອ)


ທ່ານ Francois Hollande ​ໄດ້​ລົງ​ນາມໃນຮ່າງກົດໝາຍ ໃນ​ວັນ​ເສົາມື້​ນີ້ ອະນຸຍາດໃຫ້ຄົນເພດດຽວກັນ ມິສິດແຕ່ງງານກັນໄດ້.
ທ່ານ Francois Hollande ​ໄດ້​ລົງ​ນາມໃນຮ່າງກົດໝາຍ ໃນ​ວັນ​ເສົາມື້​ນີ້ ອະນຸຍາດໃຫ້ຄົນເພດດຽວກັນ ມິສິດແຕ່ງງານກັນໄດ້.
ຝຣັ່ງໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່ 14 ທີ່​ມີ​ກົດໝາຍອະນຸຍາດ​ໃຫ້
​ຄົນ​ເພດ​ດຽວ​ກັນ ​ແຕ່ງງານ​ກັນ​ໄດ້ ຫລັງ​ຈາກປະທານາທິບໍດີ
Francois Hollande ​ໄດ້​ເຊັນ​ໃຫ້​ຮ່າງກົດໝາຍດັ່ງກ່າວ ​ມີ​ຜົນ
​ບັງຄັບໃຊ້.

ທ່ານ Hollande ​ໄດ້​ລົງ​ນາມໃນ​ວັນ​ເສົາມື້​ນີ້ ນຶ່ງ​ມື້​ຫລັງ​ຈາກສະ
ພາ​ລັດຖະທໍາ​ມະນູນ ​ໄດ້​ປະຕິ​ເສດ​ບໍ່​ຮັບ​ຟັງການ​ທ້າ​ທາຍ​ທາງ​
ດ້ານ​ກົດໝາຍ ຈາກ​ພັກ​ຝ່າຍ​ ຄ້ານ​ນິຍົມ​ຂວາ ​ຂອງ​ອະດີດປະ
ທານາທິບໍດີ Nicolas Sarkozy.

​ໃນ​ວັນ​ສຸກ​ວານ​ນີ້ ຜູ້​ນໍາ​ຝຣັ່ງກ່າວ​ວ່າ ທ່ານ​ຂໍ​ໃຫ້ການ​ຄໍ້າປະກັນ
​ວ່າ ກົດໝາຍ​ສະ ບັບ​ນີ້​ຈະມີ​ການ​ນໍາ​ໃຊ້​ໃນ​ທົ່ວ​ປະ​ເທດ ​ແລະ
​ທ່ານ​ຈະ​ບໍ່​ຮັບ​ເອົາ​ການ​ລົບ​ກວນໃດໆ​ກ່ຽວ​ກັບ​ການ​ແຕ່ງງານ.

ລັດຖະມົນ​ຕີ​ຍຸຕິ​ທໍາຂອງຝຣັ່ງ ທ່ານ Christiane Taubira ກ່າວ
ໃນເດືອນ​ແລ້ວນີ້​ວ່າ ຮ່າງກົດໝາຍດັ່ງກ່າວ​ບໍ່​ໄດ້​ຕັດ​ຮອນ​ສິດທິ
ຂອງບຸກຄົນ​ໃດ ​ໃນ​ຂະນະ​ທີ່​ອະນຸມັດ​ສິດທິ​ເຫຼົ່ານີ້​ໃຫ້​ແກ່​ບຸ​ກຄົນ
ອື່ນໆ. ທ່ານ Taubira ກ່າວ​ວ່າ ການ​ແຕ່ງງານເທຶ່ອທໍາ​ອິດ ອາດ
​ຈະ​ມີຂື້ນ​ໃນເດືອນມິ​ຖຸນາ​ນີ້ ກໍ​ເປັນ​ໄດ້.

ວີດິໂອ: ສະພາແຫ່ງຊາດຝຣັ່ງຮັບຜ່ານກົດໝາຍດັ່ງກ່າວ ເມື່ອເດືອນເມສາ:

France Gay Marriage
please wait
Embed

No media source currently available

0:00 0:01:57 0:00
XS
SM
MD
LG