ປະທານາທິບໍດີຝຣັ່ງ ທີ່ກຳລັງດຳລົງຕຳແໜ່ງຢູ່, ທ່ານເອມມານູແອລ ມາກຣົງ ແລະຜູ້ນຳຝ່າຍຂວາຈັດ, ທ່ານນາງມາຣິນ ເລີ ແປັງ (Marine Le Pen) ຈະປະເຊີນໜ້າກັນ ໃນການປ່ອນບັດເລືອກຕັ້ງປະທານາທິ ບໍດີຮອບຕັດສິນຊີ້ຂາດ ໃນວັນທີ 24 ເມສານີ້ ຫລັງຈາກການແຂ່ງຂັນຮອບທຳອິດ ໃນວັນອາທິດວານນີ້ ແລ້ວ.
ທ່ານມາກຣົງໄດ້ຮັບຄະແນນສຽງປະມານ 27 ເປີເຊັນຂອງຄະແນນສຽງທັງໝົດ ຊຶ່ງລື່ນທ່ານນາງມາຣິນ ເລີ ແປັງ ຜູ້ທີ່ໄດ້ 24 ເປີເຊັນນັ້ນ ໂດຍທີ່ບັດລົງຄະແນນສຽງຫຼາຍກວ່າ 90 ເປີເຊັນ ໄດ້ຖືກນັບແລ້ວ.
ນັກວິເຄາະມີຄວາມຢ້ານກົວວ່າ ຈະມີຄົນອອກໄປປ່ອນບັດລົງຄະແນນສຽງຕ່ຳໂດຍທີ່ຜົນການຢັ່ງຫາງສຽງກ່ອນການເລືອກຕັ້ງທີ່ຄາດຄະເນວ່າ ທ່ານມາກຣົງ ແລະທ່ານນາງເລີ ແປັງ ອາດເປັນຄູ່ແຂ່ງທີ່ສະເໝີກັນໄດ້ໃນການເລືອກຕັ້ງຮອບຕັດສິນຊີ້ຂາດ.
ຂະນະທີ່ມີຄົນລຽນແຖວກັນຍາວຢຽດຢູ່ຕໍ່ໜ້າໜ່ວຍປ່ອນບັດບາງແຫ່ງ ໃນຕອນທ່ຽງວັນໃນພາກຕາເວັນອອກສຽງເໜືອຂອງນະຄອນຫລວງປາຣີ ແຕ່ຊາວປາຣີຄົນອື່ນຫລາຍຄົນໄດ້ພາກັນໄປຫລີ້ນ ຊື່ນຊົມກັບແສງແດດລະດູໃບໄມ້ປົ່ງ.
ແຕ່ໃນທີ່ສຸດ ຈຳນວນຄົນໄປປ່ອນບັດແມ່ນດີກວ່າຕອນທີ່ຢ້ານກົວໄວ້ ຊຶ່ງໄດ້ຮວບຮວມເອົາປະມານ 75 ເປີເຊັນຂອງຈຳນວນຄົນທັງໝົດ.
ນາງໂປແລັດ ຊັງ-ບັບຕີສຕ໌ (Paulette Jean-Baptiste) ທີ່ອອກກິນບຳນານແລ້ວ ກໍາລັງປະສົບກັບ ຄວາມຫຍຸ້ງຍາກໃນການເລືອກເອົາຜູ້ມີທີ່ມີຄວາມ ຫວັງທີ່ຈະໄດ້ເປັນປະທານາທິບໍດີສິບກວ່າຄົນນັ້ນ. ທ່ານນາງຕັດສິນໃຈໄດ້ຍາກ ວ່າຈະເລືອກເອົາໃຜດີລະຫວ່າງທ່ານມາກຣົງ, ທ່ານນາງເລີ ແປັງ ແລະ ຜູ້ ສະໝັກທີ່ມາຈາກຝ່າຍຊ້າຍຈັດ, ທ່ານຊັງ-ລຸກ ເມີແລັງຊົງ (Jean-Luc Melenchon).
ສໍາລັບນາງ ຊັງ-ບັບຕີສຕ໌ (Jean-Baptiste) ຜູ້ທີ່ມາຈາກເມືອງກົວເດິລຸບ (Guadeloupe) ແລ້ວ ຄວາມເປັນຫ່ວງໃນເລື້ອງຄ່າຄອງຊີບແມ່ນຂໍ້ກັງວົນໃຈທີ່ສໍາຄັນ. ນາງເວົ້າວ່າ ພາສີສູງເກີນໄປ ແລະ ມັນຍາກທີ່ຈະເຮັດໃຫ້ມີເງິນພໍຢູ່ພໍກິນໄດ້.
ສ່ວນຜູ້ຈັດການດ້ານໄອທີ (IT) ທ່ານນາງມາຣີ ແມ່ນສະຫນັບສະຫນູນທ່ານເມີແລັງຊົງ (Melenchon) ຜູ້ທີ່ສິ້ນສຸດລົງໂດຍມີຄະແນນສຽງປະມານ 22 ເປີເຊັນ - ເກືອບວ່າຈະບໍ່ໄດ້ເຂົ້າຮ່ວມການແຂ່ງຂັນຕໍ່ໄປອີກດ້ວຍ. ແຕ່ທ່ານນາງ ມາຣີ ເວົ້າວ່າຕົນເຊື່ອວ່າ ທ່ານມາກຣົງເຮັດໜ້າທີ່ ເປັນປະທານາທິບໍດີທີ່ມີຄວາມ ຫຍຸ້ງຍາກຫລາຍ ຊຶ່ງກໍຄືການຄຸ້ມຄອງການແຜ່ລະບາດຂອງໂຄວິດ-19 ແລະ ດຽວນີ້ກໍແມ່ນສົງຄາມໃນຢູເຄຣນ.
ທ່ານນາງບອກວ່າ ຕົນຍັງຄິດວ່າ ຜູ້ນຳຈາກຝ່າຍນິຍົມສາຍກາງຂອງປະເທດຝຣັ່ງ ໜ້າຈະມີບົດບາດໃນເວທີສັງຄົມທີ່ເຂັ້ມແຂງກວ່ານີ້.
ການລົງຄະແນນສຽງຄັ້ງນີ້ໄດ້ເຫັນວ່າ ການທີ່ເຄີຍມີຄະແນນນຳໜ້າແບບສະບາຍຂອງທ່ານມາກຣົງໄດ້ຫັບຫາຍໄປແລ້ວ. ການລົງຄະແນນສຽງກ່ອນ ການເລືອກຕັ້ງພົບວ່າ ທ່ານນາງມາຣິນ ເລີ ແປັງ ແມ່ນທຳຄະແນນໄດ້ດີ ໃນນາທີສຸດທ້າຍ ຫຼັງຈາກການໂຄສະນາຫາສຽງຂອງທ່ານນາງ ທີ່ເນັ້ນຫນັກເຖິງຄວາມກັງວົນກ່ຽວກັບຄ່າຄອງຊີບທີ່ຜູ້ລົງຄະແນນເຊັ່ນນາງຊັງ-ບັບຕິສຕ໌ (Jean-Baptiste) ໃຫ້ຄວາມສໍາຄັນຫລາຍທີ່ສຸດນັ້ນ.