ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຝຣັ່ງ ກວດພົບເປັນຜົນບວກ ສຳລັບໄວຣັສໂຄໂຣນາ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ພົບປະກັບນາຍົກລັດຖະມົນຕີ ປອກຕຸຍການ ທ່ານ ແອນໂຕນີໂອ ຄອສຕາ. 16 ທັນວາ, 2020.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ພົບປະກັບນາຍົກລັດຖະມົນຕີ ປອກຕຸຍການ ທ່ານ ແອນໂຕນີໂອ ຄອສຕາ. 16 ທັນວາ, 2020.

ລັດຖະບານ ຝຣັ່ງ ເວົ້າວ່າ ປະທານາທິບໍດີ ເອັມມານູແອລ ມາກຣົງ ຖືກກວດເປັນຜົນບວກ ສຳລັບໄວຣັສໂຄໂຣນາສາຍພັນໃໝ່.

ຖະແຫຼງການຈາກປະທານາທິບໍດີ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ມື້ນີ້ທ່ານປະທານາທິບໍດີໄດ້ກວດເປັນຜົນບວກສຳລັບ COVID-19.” ເຂົາເຈົ້າເວົ້າວ່າ ທ່ານ ມາກຣົງ ໄດ້ໄປກວດໂຣກ ຫຼັງ ຈາກ “ໄດ້ເລີ່ມມີອາການຄັ້ງທຳອິດ.”

ລັດຖະບານໄດ້ກ່າວວ່າທ່ານ ມາກຣົງ ຈະກັກຕົວຕົນເອງເປັນເວລາ 7 ວັນ, ອີງຕາມກົດລະບຽບແຫ່ງຊາດ, ແລະ ຈະສືບຕໍ່ເຮັດວຽກ ແລະ ດຳເນີນກິດຈະການຂອງທ່ານທາງຄອມພິວເຕີ.

ບັນດາຜູ້ນຳສະຫະພາບ ຢູໂຣບ ຄົນອື່ນໆຕອນນີ້ ແມ່ນໄດ້ຟ້າວໄປກວດໂຣກ ຫຼືຕ້ອງການຢາກຮູ້ ວ່າເຂົາເຈົ້າຕ້ອງໄດ້ແຍກປ່ຽວຕົນເອງຫຼືບໍ່. ທ່ານ ມາກຣົງ ໄດ້ຕິດຕໍ່ກັບຫຼາຍຄົນໃນສອງສາມວັນທີ່ຜ່ານມາ. ໃນວັນພຸດແລ້ວນີ້, ຜູ້ນຳ ຝຣັ່ງ ອາຍຸ 42 ປີນັ້ນໄດ້ພົບປະກັບນາຍົກລັດຖະມົນຕີ ປອກຕຸຍການ, ທ່ານ ແອນໂຕນີໂອ ຄອສຕາ, ໃນນະຄອນຫຼວງ ປາຣີ.

ອາທິດນີ້ທ່ານ ມາກຣົງ ໄດ້ຮັບປະທານອາຫານທ່ຽງກັບທ່ານ ຊາລສ໌ ມິແຊລ (Charles Michel), ຜູ້ນຳຂອງສະພາ ຢູໂຣບ ແລະ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ (Ursula Von Der Leyan), ປະທານຂອງຄະນະກຳມາ ທິການຢູໂຣບ. ນາຍົກລັດຖະມົນຕີ ສເປນ ທ່ານ ເປໂດຣ ຊານເຈັສ (Pedro Sanchez) ຜູ້ທີ່ໄດ້ຮັບປະທານອາຫານທ່ຽງກັບທ່ານ ມາກຣົງ ເວົ້າວ່າທ່ານໄດ້ໂຈະກິດ ຈະການດ້ານສາທາລະນະຂອງທ່ານທັງໝົດ ເພື່ອເປັນການປ້ອງກັນ ແລະ ຈະກວດໂຣກ ແລະ ມີແຜນທີ່ຈະກັກຕົວຈົນຮອດວັນທີ 24 ທັນວາ.

ໃນອາທິດແລ້ວນີ້, ທ່ານ ມາກຣົງ ໄດ້ເຂົ້າຮ່ວມກອງປະຊຸມປະມຸກລັດສະພາ ຢູໂຣບ ແລະ ໄດ້ຖ່າຍ ຮູບໃກ້ກັບນາຍົກລັດຖະມົນຕີ ຮັງກາຣີ ທ່ານ ວິກຕໍ ອໍບານ (Viktor Orban), ແລະ ນາຍົກລັດຖະ ມົນຕີ ອອສເຕຣຍ ທ່ານ ເຊບາສຕຽນ ເຄີສ໌ (Sebastian Kurz). ທ່ານຍັງໄດ້ຈັບມືກັບທ່ານ ແອນເກີລ ເກີເຣຍ (Angel Gurria), ຫົວໜ້າອົງການພັດທະນາ ແລະ ການຮ່ວມມືດ້ານເສດຖະກິດ. ອາທິດນີ້ ທ່ານໄດ້ຮັບປະທານອາຫານຄໍ່າສ່ວນຕົວກັບປະ ທານາທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ອາລ-ຊີຊີ (Abdel Fattah al-Sisi).

ທ່ານ ຊັອງ ກາສເຕັກສ໌ (Jean Castex), ນາຍົກລັດຖະມົນຕີຂອງ ຝຣັ່ງ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານກໍຈະກັກຕົວຢູ່ປ່ຽວເຊັ່ນກັນ. ຜູ້ນຳພັກການເມືອງສ່ວນຫຼາຍໃນສະພາແຫ່ງຊາດກໍໄດ້ຕິດຕໍ່ກັບທ່ານ ມາກຣົງ ເຊັ່ນກັນ ແລະ ກໍມີແຜນທີ່ຈະຢຸດກິດຈະການດ້ານສາທາລະນະ ແລະ ຍົກເລີກກອງປະຊຸມທັງໝົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG