ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດຝຣັ່ງ ຊອກຫາ ຜູ້ຕ້ອງສົງໄສ ຫຼັງຈາກ ການໂຈມຕີ ບ້ານພັກ ພວກກິນເບ້ຍບຳນານ


ເຈົ້າໜ້າທີ່ຝຣັ່ງ ຢືນຍາມທີ່ຖະໜົນສາຍນຶ່ງ ໃກ້ບ້ານພັກ Montferrier-sur-Lez ໃນພາກໃຕ້ຂອງປະເທດ. (25 ພະຈິກ 2016)
ເຈົ້າໜ້າທີ່ຝຣັ່ງ ຢືນຍາມທີ່ຖະໜົນສາຍນຶ່ງ ໃກ້ບ້ານພັກ Montferrier-sur-Lez ໃນພາກໃຕ້ຂອງປະເທດ. (25 ພະຈິກ 2016)

ຕຳຫຼວດ​ໃນ​ພາກ​ໃຕ້​ຂອງຝຣັ່ງ ກຳລັງ​ຊອກ​ຫາ​ຊາຍ​ຄົນ​ນຶ່ງທີ່​ມີ​ປືນ​ເປັນອາວຸດ ຊຶ່ງລາວ​ໄດ້​ສັງຫານ​ແມ່ຍິງ ​ຢູ່​ບ້ານ​ພັກພວກສອນ​ສາສະໜາ ​ທີ່​ອອກ​ບຳນານແລ້ວ.

ຜູ້​ຊາຍ​ຄົນ​ນີ້​ ໄດ້​ໃສ່​ໜ້າ​ກາກ ​ແລະມີ​ປືນ​ລູກ​ຊອງ​ເປັນ​ອາວຸດ ​ເວລາ​ຜູ້ກ່ຽວ​ບຸກ​ເຂົ້າ​ໄປໃນ​ບ້ານ​ພັກ Montferrier-sur-Lez ​ໃກ້ໆ​ກັບ​ເມືອງ Montpellier ຊຶ່ງເປັນ​ບ່ອນ​ພັກ​ພາ​ອາ​ໄສ​ຂອງພວກ​ຜູ້​ຊາຍ​ແລະ​ແມ່ຍິງ​ປະມານ 70 ຄົນທີ່​ເຄີຍ​ເປັນ​ນັກ​ເຜີຍ​ແຜ່​ສາສະໜາ​ຢູ່​ອາ​ຟຣິກາມາ​ກ່ອນ.

ລາຍ​ງານ​ຂ່າວ​ແຈ້ງວ່າ ພວກ​ທີ່​ອອກ​ກິນ​ເບ້ຍບຳນານ​ແລ້ວ​ປະມານ 60 ຄົນ​ໄດ້ຖືກ​ຊ່ອຍ​ອອກ​ມາ​ດ້ວຍ​ຄວາມ​ປອດ​ໄພໃນ​ຂະນະ​ທີ່​ຕຳຫຼວດສືບ​ຕໍ່​ຊອກ​ຫາ​ໂຕ​ຜູ້ຕ້ອງ​ສົງ​ໄສ​ຢູ່​ນັ້ນ.

ຍັງ​ບໍ່​ມີ​ຮ່ອງຮອຍ​ໃດໆ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ເປັນ​ການກໍ່​ການ​ຮ້າຍ.

ຝຣັ່ງກຳລັງ​ຢູ່​ໃນ​ລະຫວ່າງ​ການ​ເຕືອນ​ໃນ​ລະດັບ​ທີ່​ສູງ​ຂຶ້ນ ​ແລະ​ຢູ່​ພາຍ​ໃຕ້​ພາວະສຸກ​ເສີນ ​ນັບ​ຕັ້ງ​ແຕ່​ໄດ້​ມີຄື້ນຟອງ​ການ​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ​ເມື່ອ​ປີ​ກາຍ​ນີ້.

ບັນດາ​ຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ຈັບ​ຢູ່​ຝຣັ່ງ​ເມື່ອທ້າຍ​ສັບປະດາ​ແລ້ວແມ່ນ​ຢູ່​ພາຍ​ໃຕ້​ມາດການ​ຕໍ່ ຕ້ານ​ພວກ​ກໍ່​ການ​ຮ້າຍ ຊຶ່ງ​ໄດ້​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ​ໃນ​ວັນ​ທີ 1 ທັນວາ​ນີ້ ຕໍ່​ສະຖານ​ທີ່​ສຳ ຄັນ​ຕ່າງໆ​ທັງ​ຢູ່​ໃນ​ແລະ​ອ້ອມ​ແອ້ມ​ນະຄອນຫຼວງປາຣີອີງ​ຕາມ​ການເປີດ​ເຜີຍ​ຂອງ​ເຈົ້າໜ້າ​ທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG