ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳ​ຫຼວດ​ຝ​ຣັ່ງ ສັງ​ຫານ​ມື​ປືນ ​ທີ່​ສົງ​ໄສວ່າ ​ທຳ​ການໂຈມ​ຕີ ຢູ່​ຕະ​ຫຼາດ ຂາຍ​ເຄື່ອງ​ຄ​ຣິ​ສ​ມັ​ສ ໃນນະ​ຄອນ ​ສ​ຕ​ຣາ​ສບວກ


ກຳ​ລັງຕຳ​ຫລວດ​ຝ​ຣັ່ງຕັນ​ຫົນ​ທາງໄວ້​ ໃນ​ການ​ປະ​ຕິ​ບັດ​ງານ ຢູ່ທີ່ນະ​ຄອນສ​ຕຣາ​ສບວກ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 13 ທັນ​ວາ, 2018
ກຳ​ລັງຕຳ​ຫລວດ​ຝ​ຣັ່ງຕັນ​ຫົນ​ທາງໄວ້​ ໃນ​ການ​ປະ​ຕິ​ບັດ​ງານ ຢູ່ທີ່ນະ​ຄອນສ​ຕຣາ​ສບວກ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 13 ທັນ​ວາ, 2018

ຕຳ​ຫລວດ​ຝ​ຣັ່ງ ຍິງ​ແລະ​ສັງ​ຫານມື​ປືນ​ທີ່​ສົງ​ໄສວ່າໄດ້​ຍິງ 3 ຄົນໃນ​ຕອນ​ແລງວັນ​ອັງ
​ຄານ​ຜ່ານ​ມາ ຢູ່​ຕະ​ຫລາດ​ຂາຍ​ເຄື່ອງ​ຄ​ຣິ​ສມ​ັ​ສ ຢູ່​ນະ​ຄອນ​ສ​ຕ​ຣາ​ສບວກຕາຍນັ້ນ,
ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຫລາຍ​ແຫ່ງ.

ເຈົ້າ​ໜ້າ​ທີ່​ຫລາຍກວ່າ 700 ຄົນ ໄດ້​ພາ​ກັນ​ຕາມ​ລ້າ​ຫາ​ທ້າວ ເຈຊີ​ຣິ​ຟ ເຈຊັ​ກຄັດ
(Cherif Chekatt) ນັບ​ຕັ້ງແຕ່ມີ​ການ​ໂຈ​ມ​ຕີ ທີ່​ເຮັດ​ໃຫ້ 13 ຄົນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ.
ຕຳ​ຫລວດ​ຫລາຍ​ຮ້ອຍ​ຄົນ​ໄດ້ປິດ​ລ້ອມຂົງເຂດ​ນຶ່ງ​ຢູ່​ໃນເມືອງເນີ​ດອ​ຟ (Neudorf)
ຊຶ່ງບໍ່​ໄກ​ຈາກ​ບ່ອນ​ທີ່​ຜູ້ຕ້ອງສົງ​ໄສ​ຍິງ​ສູ້​ກັນ​ກັບ​ຕຳ​ຫລວດນັ້ນ ປານ​ໃດ.

ພວກເຈົ້າ​ໜ້າ​ທີ່ເວົ້າ​ວ່າ ທ້າວ ເຈຊັ​ກຄັດ (Chekatt) ອາ​ຍຸ 29 ປີ ຢູ່​ໃນ​ບັນ​ຊີ​ຂອງ​ຄົນ​
ທີ່​ຕ້ອງສົງ​ໄສວ່າ​ເປັນ​ພວກ​ມີ​ຫົວ​ຮຸນ​ແຮງ​ຈັດ ທີ່​ຕ້ອງ​ຕິດ​ຕາມ​ເບິ່ງ. ສາ​ເຫດ​ທີ່​ພາ​ໃຫ້​
ມື​ປືນ​ຄົນ​ນັ້ນ​ທຳ​ການ​ໂຈມ​ຕີ​ແມ່ນບໍ່​ມີ​ໃຜ​ຮູ້.

ຢູ່​ໃນ​ຂໍ້​ຄວາມ​ຂຽນທີ່​ຢູ່​ໃນ​ທວີດ​ເຕີ​ໃນ​ວັນ​ພະ​ຫັດ​ວານນີ້, ກຸ່ມລັດ​ອິສ​ລາມ​ ຫລື IS ອ້າງ
ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ດັ່ງ​ກ່າວ. ມື​ປືນທີ່ "ທຳ​ການ​ໂຈມ​ຕີ​ຢູ່​ເມືອງ​ສະ​
ຕ​ຣາ​ສບວກ… ແມ່ນ​ເປັນ​ທະ​ຫານ​ຂອງກຸ່ມລັດ​ອິສ​ລາມຄົນ​ນຶ່ງ ແລະ​ໄດ້​ປະ​ຕິ​ບັດ​ງານ
ຕາມ​ການ​ຮຽກ​ຮ້ອງ​ໃຫ້ທຳ​ການ​ໂຈມ​ຕີ​ແນ​ໃສ່ຄົນ​ຂອງ​ປະ​ເທດ​ທີ່​ຢູ່​ໃນ​ຝ່າຍ​ພັນ​ທະ​ມິດ"
ທີ່​ຕໍ່​ສູ້​ກັບ​ກຸ່ມ IS, ອີງ​ຕາມ​ຄຳ​ເວົ້າ​ຂອງ​ອົງ​ການ​ໂຄ​ສະ​ນາ ອາ​ມັກ Amaq ຂອງ​ກຸ່ມກໍ່​
ການ​ຮ້າຍ​ດັ່ງ​ກ່າວ ທີ່​ຂຽນ​ຢູ່​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງຢູ່​ໃນ ທວີດ​ເຕີ.

ຕຳ​ຫລວດ​ຫລາຍ​ຮ້ອຍ​ຄົນ​ໄດ້ປິດ​ລ້ອມຂົງເຂດ​ນຶ່ງ​ ທີ່​ມີ​ການ​ຊອກ​ຫາມື​ປືນ ພາຍ​ຫລັງມີ​ການ​ຍິງໂຈມ​ຕີ​ໃນ​ນະ​ຄອນສ​ຕ​ຣາ​ບວກ ໃນ​ວັນ​ທີ 12 ທັນ​ວາ 2018
ຕຳ​ຫລວດ​ຫລາຍ​ຮ້ອຍ​ຄົນ​ໄດ້ປິດ​ລ້ອມຂົງເຂດ​ນຶ່ງ​ ທີ່​ມີ​ການ​ຊອກ​ຫາມື​ປືນ ພາຍ​ຫລັງມີ​ການ​ຍິງໂຈມ​ຕີ​ໃນ​ນະ​ຄອນສ​ຕ​ຣາ​ບວກ ໃນ​ວັນ​ທີ 12 ທັນ​ວາ 2018

​ຝ​ຣັ່ງ​ໄດ້​ຍົກ​ລະ​ດັບການ​ລະ​ວັງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຕົນຂຶ້ນ​ເຖິງຂັ້ນ "ສະ​ພາບ​ສຸກ​ເສີນ
​ຍ້ອນ​ມີການໂຈມ​ຕີ," ຊຶ່ງ​ເປັນ​ລະ​ດັບ​ສູງ​ສຸດ​ຂອງ​ປະ​ເທດນັ້ນ ໂດຍ​ໄດ້​ເພີ້ມ​ການ​ຄວບ​ຄຸມ
​ຊາຍ​ແດນ ແລະ​ເພີ້ມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່ຕະ​ຫລາດ​ຂາຍ​ເຄື່ອງ​ຄ​ຣິ​ສມ​ັ​ສ
ແຫ່ງ​ອື່ນ​ຂຶ້ນ​ອີກ.

ໂຄ​ສົກ​ປະ​ຈຳ​ກະ​ຊວງ​ພາຍ​ໃນ​ຂອງ​ເຢຍ​ຣະ​ມັນ, ທ່ານ​ນາງ ອີ​ແລວ​ໂນ ພີ​ເຕີ​ແມນ
(Eleonore Petermann) ເວົ້າ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ຕັດ​ສິນ​ວ່າ​ກະ​ທຳ​ຜິດ​ຢູ່
ເຢຍ​ຣະ​ມັນໃນ​ປີ 2016 ແລະ​ມີ​ລາຍ​ງານ​ວ່າ ຖືກ​ເນ​ລະ​ເທດ​ໄປ​ຢູ່​ຝ​ຣັ່ງໃນ​ປີ​ກາຍນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG