ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ສະຫະລັດ ກ່າວປະນາມ ເຫດການ ຈັບຕົວປະກັນ ໃນປະເທດ ຝຣັ່ງ


ພາບທົ່ວໄປສະແດງໃຫ້ເຫັນສາລະວັດທະຫານ ແລະ ຕຳຫຼວດ
ຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ ຫຼັງຈາກເຫດການຈັບຕົວປະກັນ
ໃນເມືອງ ເທຣັບ, ປະເທດ ຝຣັ່ງ. 23 ມີນາ, 2018.
ພາບທົ່ວໄປສະແດງໃຫ້ເຫັນສາລະວັດທະຫານ ແລະ ຕຳຫຼວດ ຢູ່ຮ້ານຊຸບເປີມາເກັດແຫ່ງນຶ່ງ ຫຼັງຈາກເຫດການຈັບຕົວປະກັນ ໃນເມືອງ ເທຣັບ, ປະເທດ ຝຣັ່ງ. 23 ມີນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວປະນາມການໂຈມຕີເມື່ອວັນ
ສຸກທີ່ຜ່ານມາ ໃນປະເທດ ຝຣັ່ງ ທີ່ມີຜູ້ເຊຍຊີວິດສີ່ຄົນ, ລວມທັງເຈົ້າໜ້າທີ່ຕຳຫຼວດຄົນ
ນຶ່ງ ຜູ້ທີ່ໄດ້ອາສາສະໝັກແລກປ່ຽນຕົນເອງ ກັບຕົວປະກັນ ຂອງມືປືນ ຢູ່ໃນຮ້ານຊຸບ
ເປີມາເກັດແຫ່ງນຶ່ງ ໃນເມືອງ ເທຣັບ "Trebes" ທາງພາກໃຕ້ຂອງປະເທດ.

ທ່ານປະທານາທິບໍດີໄດ້ຂຽນຂໍ້ຄວາມໃນ Twitter ເມື່ອວັນເສົາທີ່ຜ່ານມາວ່າ “ພວກ
ເຮົາຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ເຄາະຮ້າຍຂອງການໂຈມຕີ ທີ່ໂຫດຮ້າຍໃນ
ປະເທດຝຣັ່ງມື້ວານນີ້, ແລະ ພວກເຮົາເສຍໃຈກັບການສູນເສຍຂອງປະເທດນັ້ນ.”

ທ່ານໄດ້ຂຽນເພີ່ມເຕີມວ່າ “ພວກເຮົາກ່າວປະນາມການກະທຳທີ່ຮຸນແຮງຂອງຜູ້ໂຈມ
ຕີດ້ວຍ ແລະ ທຸກຄົນຜູ້ທີ່ສະໜັບສະໜູນລາວ. ພວກເຮົາຈະຢູ່ຄຽງຂ້າງທ່ານ
@EmmanuelMacron!”

ໃນຕອນເຊົ້າຂອງວັນເສົາວານນີ້, ລັດຖະມົນຕີກະຊວງພາຍໃນຂອງ ຝຣັ່ງ ພົນໂທ
ອາກໂນ ແບລທຣາມ "Arnaud Beltrame" ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດ ຜູ້ທີ່ໄດ້
ແລກປ່ຽນຕົນເອງກັບຕົວປະກັນ, ແມ່ນໄດ້ເສຍຊີວິດແລ້ວ.

ລັດຖະມົນຕີກະຊວງພາຍໃນ ທ່ານ ເຈຣາ ໂກລໂລມ "Gerard Collomb" ໄດ້ຂຽນ
ຂໍ້ຄວາມໃນບັນຊີ Twitter ຂອງທ່ານເມື່ອວັນເສົາວານນີ້ວ່າ “ລາວໄດ້ເສຍຊີວິດເພື່ອ
ປະເທດຂອງລາວ. ຝຣັ່ງ ຈະບໍ່ມີວັນລືມຄວາມກ້າຫານຂອງລາວ.

ບັນດາເຈົ້າໜ້າທີ່ກ່າວວ່າ ສອງຄົນໄດ້ຖືກຈັບກຸມ ໃນການເຊື່ອມໂຍງກັບການຍິງກັນນັ້ນ,
ລວມທັງແມ່ຍິງຄົນນຶ່ງຜູ້ທີ່ຖືກລາຍງານວ່າ ມີຄວາມໃກ້ຊິດກັບຄົນຮ້າຍດັ່ງກ່າວ.

ມືປືນໄດ້ຍິງສາມຄົນຕາຍ ໃນລະຫວ່າງ ຄວາມຮຸນແຮງເມື່ອວັນສຸກທີ່ຜ່ານມາ.

ທຳອິດ, ລາວໄດ້ຈີ້ເອົາລົດຄັນນຶ່ງ ຢູ່ໃນເມືອງ ກາກກາຊອນ "Carcassone," ທາງ
ພາກໃຕ້ຂອງ ຝຣັ່ງ ໃນຕອນເຊົ້າຂອງວັນສຸກນັ້ນ, ລາວໄດ້ຂ້າຜູ້ໂດຍ ສານ ແລະ ເຮັດ
ໃຫ້ຄົນຂັບລົດບາດເຈັບ. ແລ້ວລາວກໍຂັບລົດໜີ ແລະ ຍິງປືນໃສ່ຕຳຫຼວດກຸ່ມນຶ່ງທີ່ກຳ
ລັງແລ່ນອອກກຳລັງກາຍຢູ່, ເຊິ່ງນຶ່ງໃນນັ້ນໄດ້ຮັບບາດເຈັບ.

ຕໍ່ມາໃນເມືອງ ເທຣັບ ເຊິ່ງຕັ້ງຢູ່ໃກ້ເມືອງ ກາກກາຊອນ ນັ້ນ, ລາວໄດ້ຍ່າງເຂົ້າໄປໃນ
ຮ້ານຊຸຸບເປີມາເກັດ Super U ບ່ອນທີ່ລາວໄດ້ຍິງປືນໃສ່ຄົນ, ເຊິ່ງສອງຄົນໄດ້ເສຍຊີ
ວິດ. ລາວໄດ້ຈັບຕົວປະກັນຫຼາຍຄົນໄວ້ໃນຮ້ານຊຸບເປີມາເກັດນັ້ນ, ບ່ອນທີ່ທ່ານ
ແບລທຣາມ ໄດ້ອາສາສະໝັກແລກປ່ຽນຕົນເອງກັບພວກຕົວປະກັນເຫຼົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG