ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍຕຳຫຼວດຝຣັ່ງ ທີ່ເຂົ້າໄປແລກ ເພື່ອປ່ອຍ ໂຕປະກັນ ເສຍຊີວິດແລ້ວ


ຮູບສາລະວັດທະຫານ ແລະຕຳຫຼວດ ທີ່ຮ້ານຊູເປີມາກເກັດ ຫລັງຈາກ ມີການຈັບໂຕປະກັນ ທີ່ເມືອງແຕຣບ ປະເທດຝຣັ່ງ. (ວັນທີ 23 ມີນາ 2018)
ຮູບສາລະວັດທະຫານ ແລະຕຳຫຼວດ ທີ່ຮ້ານຊູເປີມາກເກັດ ຫລັງຈາກ ມີການຈັບໂຕປະກັນ ທີ່ເມືອງແຕຣບ ປະເທດຝຣັ່ງ. (ວັນທີ 23 ມີນາ 2018)

ກະຊວງພາຍໃນຂອງຝຣັ່ງ ກ່າວໃນວັນເສົາມື້ນີ້ວ່າ ນາຍຕຳຫຼວດຝຣັ່ງ ທີ່ໄດ້ເອົາໂຕ
ຂອງທ່ານ ໄປແລກກັບໂຕປະກັນ ທີ່ພວກມືປືນຈັບໄວ້ ຢູ່ຕະຫລາດຊູເປີ້ມາກເກັດທີ່
ເມືອງແຕຣບ (Trebes) ໃນພາກຕາເວັນຕົກສຽງໃຕ້ຂອງປະເທດຝຣັ່ງນັ້ນ ໄດ້ເສຍ
ຊີວິດແລ້ວ.

ທ່ານເຈຣາດ ໂກລລົມ (Gerard Collomb) ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງ
ຂຽນລົງໃນທວີດເຕີ້ ໃນວັນເສົາມື້ນີ້ວ່າ “ພັນໂທອາກໂນ ແບລຕຣາມ (Arnaud Bel-
trame) ໄດ້ເສຍຊີວິດແລ້ວ. ທ່ານໄດ້ສະຫຼະຊີບເພື່ອປະເທດຊາດ. ຝຣັ່ງຈະບໍ່ຫຼົງລືມ
ການເປັນວິລະຊົນຂອງທ່ານ.”

ພັນໂທອາກໂນ ແບລຕຣາມ
ພັນໂທອາກໂນ ແບລຕຣາມ

ເຈົ້າໜ້າທີ່ກ່າວວ່າ ມີ 2 ຄົນໄດ້ຖືກຈັບ ຖານພົວພັນກັບການຍິງກັນໃນຄັ້ງນີ້ ຮວມທັງ
ແມ່ຍິງຄົນນຶ່ງທີ່ມີລາຍງານວ່າ ມີຄວາມສຳພັນໃກ້ຊິກັບມືປືນ.

ມືປືນໄດ້ຍິງ 3 ຄົນເສຍຊີວິດໃນວັນສຸກວານນີ້ ໃນລະຫວ່າງທີ່ເກີດຄວາມຮຸນແຮງຂຶ້ນ
ນັ້ນ.

ເມືອງແຕຣບ ປະເທດຝຣັ່ງ
ເມືອງແຕຣບ ປະເທດຝຣັ່ງ

​ຕົ້ນຕໍ ມືປືນໄດ້ຈີ້ເອົາລົດຄັນນຶ່ງ ໃກ້ໆເມືອງ Carcassonne ຢູ່ພາກໃຕ້ຝຣັ່ງໃນຕອນ
ເຊົ້າວັນສຸກວານນີ້ ໂດຍໄດ້ສັງຫານຜູ້ໂດຍສານ ແລະຍິງຄົນຂັບບາດເຈັບ. ຫລັງຈາກ
ນັ້ນ ກໍໄດ້ຂັບລົດຄັນດັ່ງກ່າວໄປ ແລະຍິງປືນເຂົ້າໃສ່ຕຳຫຼວດທີ່ພວມແລ່ນອອກກຳລັງ
ກາຍ ເຮັດໃຫ້ຕຳຫຼວດຄົນນຶ່ງບາດເຈັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG