ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕໍາຫຼວດຝຣັ່ງ ກວາດລ້າງ ຜູ້ຕ້ອງສົງໄສ ກໍ່ການຮ້າຍ ໃນທົ່ວປະເທດ


ຕໍາຫຼວດຝຣັ່ງ ທີ່ໜ້າຕຶກ ບ່ອນຜູ້ຕ້ອງສົງໄສຖືກສັງຫານ ໃນເມືອງ
Strasbourg ເມື່ອວັນທີ 6 ຕຸລາ 2012 ນີ້.
ຕໍາຫຼວດຝຣັ່ງ ທີ່ໜ້າຕຶກ ບ່ອນຜູ້ຕ້ອງສົງໄສຖືກສັງຫານ ໃນເມືອງ Strasbourg ເມື່ອວັນທີ 6 ຕຸລາ 2012 ນີ້.
​ເຈົ້າໜ້າ​ທີ່​ຝຣັ່ງກ່າວ​ວ່າ ຊາຍ​ຄົນ​ນຶ່ງ​ທີ່​ຖືກ​ສັງຫານ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ລະຫວ່າງ​ການ​ກວາດ​ລ້າງ​ພວກ​ຕ້ອງ​ສົງໄສ​ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ ​ໃນທົ່ວ​ປະ​ເທດ​ນັ້ນ ​ແມ່ນ​ມີ​ສ່ວນພົວພັນ​ກັບ​ການວາງ​ລະ​ເບີດ​ໃສ່​ຕະຫຼາດ​ຊາວ​ຢິວແຫ່ງ​ນຶ່ງ ຢູ່​ນອກ​ນະຄອນ
ຫຼວງປາຣີ​ ເມື່ອເດືອນ​ຜ່ານ​ມາ.

ທ່ານ Francois Molins ​ໄອ​ຍະ​ການປະ​ຈໍານະຄອນຫຼວງປາຣີ ລະບຸຊື່​ຊາຍຄົນນັ້ນ ວ່າ​ Jeremy Sidney ​ແລະ​ເວົ້າ​ວ່າ ຜູ້ກ່ຽວເປັນ​ຄົນ​ຜິດ​ກົດ ໝາຍ​ອາຍຸ 33 ປີ ທີ່​ຫັນ​ມາ​ນັບຖື​ສາສະໜາອີສ
ລາມ​ຫົວ​ຮຸນ​ແຮງ. ທ້າວ Sidney ຖືກ​ສັງຫານ​ເວລາ​ຍິງ​ຕໍ່ສູ້​ກັນ​ກັບ​ເຈົ້າໜ້າ​ທີ່ຕໍາຫຼວດ ​ໃນ​ເມືອງ Strasbourg ພາກຕາ​ເວັນ​ອອກ​ຂອງຝຣັ່ງ ​ໃກ້​ຊາຍ​ແດນ​ເຢຍລະ​ມັນ.

ຕໍາຫລວດ​ໄດ້​ທໍາ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ໃນ​ທົ່ວ​ປະ​ເທດ ຫລັງ​ຈາກ DNA ທີ່​ພົບ​ເຫັນ​ຢູ່​ນໍາ​ລະ​ເບີດ​ມື ນໍາພາ​ເຂົາ​ເຈົ້າ​ໄປ​ຍັງທ້າວ Jeremy Sidney ຜູ້​ຕ້ອງ​ສົງ​ໄສ​ທີ່​ເມືອງ Strasbourg. ທີ່​ໄດ້​ຍິງ​ປືນ​ຕໍ່ສູ້​ກັບ​ຕໍາຫລວດ ​ແລະ​ເຮັດ​ໃຫ້​ຕໍາຫລວດ 3 ຄົນ​ໄດ້​ຮັບ​ບາດ​ເຈັບ ​ກ່ອນຜູ້ກ່ຽວຖືກ​ຍິງ​ຕາຍ.

ໄອ​ຍະ​ການ Molins ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ອີກ 11 ຄົນ ຖືກ​ຈັບ​ກຸມ​ໃນ ລະຫວ່າງ​ການ​ບຸກ​ເຂົ້າຄົ້ນ​ທີ່​ນະຄອນຫຼວງປາຣີ ​ເມືອງ Cannes, Strasbourg ​ແລະ​ແຫ່ງອື່ນໆ​ໃນ​ຝຣັ່ງ ຊຶ່ງ​ທັງ​ໝົດ​ໄດ້​ປ່ຽນໄປຖື​ສາສະໜາ ອີສລາມ​ເມື່ອ​ບໍ່​ດົນ​ຜ່າ​ນມາ.

ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ​ໄດ້​ຍ້ອງຍໍການ​ປະຕິ ບັດງານ​ຂອງ​ເຈົ້າໜ້າ​ທີ່ຕໍາຫຼວດ ​ແລະ​ກ່າວ​ວ່າ ຝຣັ່ງມຸ້ງ​ໝັ້ນ​ທີ່​ຈະ​ປົກ​ປ້ອງ​ປະຊາຊົນ​ຝຣັ່ງ ຈາກ​ໄພ​ຂົ່ມຂູ່​ຂອງ​ການກໍ່​ການ​ຮ້າຍ​ໃດໆ.

ການ​ໂຈມ​ຕີ​ເມື່ອ​ວັນ​ທີ່ 19 ​ເດືອນ​ກັນ​ຍາ​ຜ່ານ​ມາ ທີ່​ຕະຫຼາດຊາວ​ຢິວ​ແຫ່ງນຶ່ງ ຢູ່​ຄຸ້ມ Sarcelles ​ໃນ​ເຂດຊານ​ເມືອງ​ຫຼວງປາ​ຣີນັ້ນ ​ເຮັດ​ໃຫ້​ຄົນ​ນຶ່ງ​ໄດ້​ຮັບບາດ​ເຈັບເລັກ​ນ້ອຍ. ມັນ​ເປັນ​ການ​ໂຈມ​ຕີ​ຕໍ່ຕ້ານ​ຢິວບັ້ນຫລ້າ​ສຸດ​ ໃນຫຼາຍໆ​ບັ້ນ​ໃນ​ຝຣັ່ງ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ​ແລະ​ໄດ້ກໍ່​ໃຫ້​ເກີດ​ປະຕິກິລິຍາ​ຢ່າງໃຫຍ່​ ຈາກ​ປະຊາ​ຄົມ​ຊາວ​ຢິວຕ່າງໆ​ໃນ​ທົ່ວ​ປະ​ເທດ.

XS
SM
MD
LG