ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຝ​ຣັ່ງ ສັງ​ຫານ​ຜູ້​ຊາຍ​ທີ່​ພະ​ຍາ​ຍາມ​ຈູດ​ໂບດ​ຂອງຊາວ​ຢິວ


​ລົດ​ຕຳຫຼວດ​ຈອດ​ຢູ່​ໜ້າ​ໂບດ​ສາ​ສະ​ໜາ​ຢິວ​ໃນ​ເມືອງ ຣີ​ອັງ, ຝ​ຣັ່ງ, 17 ພຶດ​ສະ​ພາ 2024.
​ລົດ​ຕຳຫຼວດ​ຈອດ​ຢູ່​ໜ້າ​ໂບດ​ສາ​ສະ​ໜາ​ຢິວ​ໃນ​ເມືອງ ຣີ​ອັງ, ຝ​ຣັ່ງ, 17 ພຶດ​ສະ​ພາ 2024.

ຕຳຫຼວດ​ຝ​ຣັ່ງ, ໃນ​ວັນ​ສຸກ​ມື້ນີ້​ ໄດ້​ຍິງ​ຜູ້​ຊາຍ​ທີ່​ພົກ​ພາ​ອາ​ວຸດ​ຄົນ​ນຶ່ງ​ເສຍ​ຊີ​ວິດ ຜູ້​ທີ່​ພະ​ຍາ​ຍາມ​ຈະ​ຈູດ​ໂບ​ດ​ສາ​ສະ​ໜາ​ຢິວ​ໃນ​ເມືອງ ຣູອັງ ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ທ່ານ ເຈ​ໂຣ​ລ໌ ດາກ​ມາ​ແນັງ ໄດ້​ຂຽນ​ຂໍ້​ຄວາມ​ໃນ X, ແຕ່​ກ່ອນ​ແມ່ນ Twitter ວ່າ “ຕຳຫຼວດ​ແຫ່ງ​ຊາດ ຣູອັງ ໄດ້ສະ​ກັດ​ກັ້ນ​ຜູ້​ຊາຍ​ທີ່​ພົກ​ພາ​ມີດ ແລະ ທ່ອນ​ເຫຼັກຄົນ​ນຶ່ງຜູ້ ​ທີ່​ເຫັນ​ໄດ້ເວ​ຊັດ​ວ່າ ​ຢາກ​ຈູດ​ໂບດ​ສາ​ສະ​ໜາ​ຢິວ​ຂອງ​ເມືອງ​.”

ຕຳຫຼວດ​ໄດ້​ຕອບ​ສະ​ໜອ​ງ​ຕໍ່​ລາຍ​ງານ​ໃນເວ​ລາ 6:45 ​ຕອນ​ເຊົ້າ ກ່ຽວ​ກັບ “ໄຟ​ໄໝ້​ຢູ່​ໃກ້​ໂບດ​ສາ​ສະ​ໜາ​ຢິວ,” ແຫຼ່ງ​ຂ່າວ​ຕຳຫຼວດ​ໄດ້​ກ່າວ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວບອກ​ອົງ​ການ​ຂ່າວ AFP ວ່າ ​ຜູ້​ຊາຍ​ຄົນ​ນັ້ນ “ມີ​ມີດ ແລະ ທ່ອນ​ເຫຼັກ, ເຊິ່ງລາວໄດ້​ເຂົ້າ​ໄປ​ໃກ້​ຕຳຫຼວດ, ຜູ້​ທີ່​ໄດ້​ຍິງ​ປືນ​ໃສ່ລາວ. ສົ່ງຜົນໃຫ້ບຸກ​ຄົນ​ດັ່ງ​ກ່າວ​ນັ້ນ​ໄດ້​ເສຍ​ຊີ​ວິດ.”

ເຈົ້າ​ຄອງ​ເມືອງ ຣູ​ອັງ ທ່ານ ນິ​ໂຄ​ລາ​ ມາ​ແຢ​ຣ໌-ໂຣ​ຊີຍອ​ລ໌ ໄດ້​ຂຽນ​ໃນ X ວ່າ “ມັນ​ບໍ່​ແມ່ນ​ພຽງ​ແຕ່​ຊຸມ​ຊົນ​ຊາວ ຢິວ ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ. ມັນ​ແມ່ນ​ທົ່ວ​ເມືອງ ຣູ​ອັງ ທີ່​ເຈັບ​ຊ້ຳ ແລະ ຕົກ​ໃຈ.”

ທ່ານ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ​ບໍ່​ມີ​ຜູ້​ເຄາະ​ຮ້າຍ​ຄົນ​ອື່ນໆ ນອກ​ຈາກ​ຜູ້​ໂຈ​ມ​ຕີ.

ການ​ສືບ​ສ​ວນ​ສອບ​ສວນ​ແຍກ​ກັນ​ສອງດ້ານ​ໄດ້​ໄຂ​ຂຶ້ນ, ອັນ​ນຶ່ງ​ແມ່ນ ກ່ຽວ​ກັບ ໄຟ​ໄໝ້​ຢູ່​ໂບດ​ສາ​ສະ​ໜາ​ຢິວ ແລະ ອີກ​ອັນ​ນຶ່ງ ກ່ຽວ​ກັບກໍ​ລະ​ນີ​ການ​ຕາ​ຍຂອງ​ບຸກ​ຄົນ​ທີ່​ຖືກຍິງເສຍຊີວິດ​ໂດຍ​ຕຳຫຼວດ, ບັນ​ດາ​ໄອ​ຍະ​ການ​ເມືອງ ຣູ​ອັງ ໄດ້​ກ່າວ.

ການ​ສືບ​ສວນໂດຍ​ເຈົ້າ​ໜ້າ​ທີ່​ສືບ​ສວນ​ສອບ​ສວນ​ຂອງ​ຕຳຫຼວດຝ​ຣັ່ງໂດຍ​ອັດ​ຕະ​ໂນ​ມັດ​ ໃນເວ​ລາ​ໃດ​ກໍ​ຕາມ​ທີ່​ມີ​ຄົນ​ຖືກ​ຂ້າ​ຕາຍ​ໂດຍເຈົ້າໜ້າທີ່​ຕຳຫຼວດ.

ຜູ້​ຊາຍ​ດັ່ງ​ກ່າວ​ໄດ້​ຂົ່ມ​ຂູ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ດ້ວຍ​ມີດ ແລະ ຕໍາຫຼວດ​ກໍ​ໄດ້​ໃຊ້​ອາ​ວຸດ​ໃນ​ໜ້າ​ທີ່​ຂອງ​ລາວ, ອີງ​ຕາມ​ການ​ກ່າວ​ຂອງ​ໄອ​ຍະ​ການ​ເມືອງ ຣູ​ອັງ.

ຜູ້​ຊາຍ​ທີ່​ເສຍ​ຊີ​ວິດ​ແມ່ນບໍ່​ໄດ້​ຖືກ​ລະ​ບຸ​ຕົວ​ໃນ​ທັນ​ທີ, ອີງຕາມການກ່າວຂອງແຫຼ່ງ​ຂ່າວ​ຕຳຫຼວດ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG