ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ຈັດພິທີ ເພື່ອເປັນກຽດ ໃຫ້ແກ່ ຕຳຫຼວດ ທີ່ເສຍຊີວິດ ຫຼັງຈາກທີ່ໄດ້ອາສາ ປ່ຽນຕົວເອງ ກັບໂຕປະກັນ

ພວກເຈົ້າໜ້າທີ່ຕຳຫຼວດຕິດອາວຸດ ຂອງຝຣັ່ງ ເດີນທາງຮອດ ສະໜາມບິນ ໃນເມືອງ ກາກັສ-ສອນ (Carcassonne) ສຳລັບພິທີເພື່ອເປັນກຽດໃຫ້ແກ່ ພັນຕຳຫຼວດໂທ ອາກໂນ ແບລຕຣາມ ທີ່ຖືກຂ້າຕາຍ ໃນການໂຈມຕີກໍ່ການຮ້າຍ ທີ່ຕະຫລາດຊູເປີ້ມາກເກັດ, ວັນທີ 27 ມີນາ 2018.

ຝຣັ່ງຈັດພິທີໃນວັນພຸດມື້ນີ້ ເພື່ອເປັນກຽດໃຫ້ແກ່ນາຍຕຳຫຼວດ ທີ່ໄດ້ເສຍຊີວິດ ໃນ
ສັບປະດາແລ້ວ ຫລັງຈາກໄດ້ສະເໜີເອົາຕົວຂອງທ່ານ ເຂົ້າໄປແລກກັບໂຕປະກັນ
ໃນການໂຈມຕີຕະຫລາດຊູເປີ້ມາກເກັດແຫ່ງນຶ່ງ.

ປະທານາທິບໍດີເອັມມານູແອລ ມາກຣົງ ໄດ້ກ່າວຄຳປາໄສ ຢູ່ໃນພິທີທີ່ຈັດຂຶ້ນ ຢູ່ນະຄອນ
ຫຼວງປາຣີ ໃຫ້ແກ່ພັນຕຳຫຼວດໂທ ອາກໂນ ແບລຕຣາມ (Arnaud Beltrame). ປະທາ
ນາທິບໍດີ ກ່າວວ່າ ພັນຕຳໂທແບລຕຣາມເສຍຊີວິດໃນຖານະວິລະຊົນຂອງປະເທດ.

ໃນຕອນເຊົ້າວັນພຸດມື້ນີ້ ປ້ອມຕຳຫຼວດໃນທົ່ວປະເທດຝຣັ່ງ ໄດ້ຢຸດປະຕິບັດໜ້າທີ່ ເປັນ
ເວລານຶ່ງນາທີ ເພື່ອໄວ້ອາໄລ ຫຼັງຈາກໄດ້ມີການຢືນຂຶ້ນ ສະຫງົບສະຕິອາລົມ ໂດຍ
ສະມາຊິກສະພາ ຢູ່ທີ່ສະພາແຫ່ງຊາດໃນວັນອັງຄານວານນີ້.

ທ່ານ ອາກໂນ ແບລຕຣາມ ຕັ້ງທ່າຖ່າຍຮູບ ໃນເມືອງ ອາເວີລັງສ໌ (Avranches) ຕັ້ງຢູ່ທາງພາກ ຕາເວັນຕົກຂອງຝຣັ່ງ, ໃນພາບນີ້ຖ່າຍເມື່ອເດືອນມີນາ 2013. ເຈົ້າໜ້າທີ່ຕຳຫຼວດ ຜູ້ທີ່ເອົາຕົວເອງ ແລກປ່ຽນກັບໂຕປະກັນເພດຍິງ ທີ່ໄດ້ຖືກລະບຸໂຕ ຄື ພັນຕຳຫຼວດໂທ ອາກໂນ ແບລຕຣາມ (Arnaud Beltrame).

ການໂຈມຕີຕະຫລາດຊູເປີ້ມາກເກັດໂດຍມືປືນໃນວັນສຸກອາທິດແລ້ວນີ້ ໄດ້ສັງຫານ 3
ຄົນ. ເຈົ້າໜ້າທີ່ລະບຸມືປືນວ່າ ແມ່ນທ້າວຣາດວນ ລັກດິມ ທີ່ເປັນຄົນ ຝຣັ່ງເຊື້ອສາຍ
ມາຣົກ ແລະກຸ່ມລັດອິສລາມ ຫົວຮຸນແຮງ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ
ດັ່ງກ່າວ.

ຕົ້ນຕໍນັ້ນ ມືປືນໄດ້ຈີ້ເອົາລົດຄັນນຶ່ງໃນຕອນເຊົ້າວັນສຸກແລ້ວ ໃກ້ໆເມືອງກາກັສ-ສອນ
(Carcassonne) ຊຶ່ງມືປືນ ໄດ້ສັງຫານຜູ້ໂດຍສານ ໃນລົດຄັນນັ້ນ ແລະກໍຍິງຄົນຂັບ
ບາດເຈັບ. ຫຼັງຈາກນັ້ນລາວກໍຂັບລົດໄປ ແລ້ວກໍຍິງປືນເຂົ້າໃສ່ ກຸ່ມຕຳຫຼວດ ທີ່ພວມ
ແລ່ນອອກກຳລັງກາຍ ເຮັດໃຫ້ຕຳຫຼວດຄົນນຶ່ງບາດເຈັບ.

ຕໍ່ຈາກນັ້ນ ຢູ່ເມືອງແຕຣບ (Trebes) ຊຶ່ງຕັ້ງຢູ່ໃກ້ໆກັບເມືອງກາກັສສອນ ທ້າວ ລັກດິມ
ກໍຍ່າງເຂົ້າໄປໃນຮ້ານຊູເປີ້ມາກເກັດ U ແລ້ວຜູ້ກ່ຽວກໍໄດ້ສັງຫານ 2 ຄົນ ແລະກໍຈັບເອົາ
ຫຼາຍໆຄົນໄວ້ເປັນໂຕປະກັນ ຢູ່ໃນຕະຫຼວດດັ່ງກ່າວ ບ່ອນທີ່ພັນຕຳຫຼວດໂທ ແບລຕຣາມ
ໄດ້ສະເໜີເອົາຕົວ ຂອງທ່ານເຂົ້າໄປແລກກັບໂຕປະກັນ.

ພວກມືປືນໄດ້ຕົກລົງ ແລະພັນຕຳຫຼວດໂທ ແບລຕຣາມ ກໍເປີດມືຖືຂອງທ່ານໄວ້ ເພື່ອໃຫ້
ພວກຕຳຫຼວດນຳກັນ ຮູ້ການເຄື່ອນໄຫວພາຍໃນ. ເວລາພວກຕຳຫຼວດຢູ່ຂ້າງນອກໄດ້ຍິນ
ສຽງປືນດັງຂຶ້ນ ພວກເຂົາເຈົ້າ ກໍບຸກເຂົ້າໄປໃນຕະຫຼາດດັ່ງກ່າວ ແລະ ກໍສັງຫານມືປືນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG