ຝຣັ່ງໄດ້ເປັນປະເທດຫຼ້າສຸດ ທີ່ອະນຸມັດໃຫ້ຄົນເພດດຽວກັນ
ແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຝ່າຍທີ່ຄັດ
ຄ້ານປະຕິຍານວ່າ ຈະສືບຕໍ່ຄັດຄ້ານຢູ່ຕໍ່ໄປ.
ໃນວັນອັງຄານວານນີ້ ທາງສະພາຝຣັ່ງໄດ້ຮັບຜ່ານຮ່າງ
ກົດໝາຍ ອະນຸມັດການສົມລົດ ຂອງຄົນເພດດຽວກັນ
ແລະປະທານາທິບໍດີ ທ່ານ France Hollande ໄດ້ກ່າວ
ວ່າທ່ານຈະລົງນາມຮັບຮອງເອົາ.
ລັດຖະມົນຕີກະຊວງຍຸຕິທໍາ ທ່ານນາງ Christiane Taibira
ກ່າວວ່າ ຮ່າງກົດໝາຍນີ້ບໍ່ໄດ້ລົບລ້າງສິດທິຂອງບຸກຄົນໃດໆ
ໃນຂະນະທີ່ມອບສິດທິນັ້ນໃຫ້ຄົນອື່ນ. ທ່ານນາງກ່າວ ຕື່ມວ່າ ການສະຫຼອງສົມລົດຄັ້ງ
ທໍາອິດຂອງຄົນເພດດຽວກັນນີ້ ຈະເປັນສິ່ງທີ່ງົດງາມ.
ພວກທີ່ສະໜັບສະໜູນຮ່າງກົດໝາຍດັ່ງກ່າວໄດ້ພາກັນເປີດເຫຼົ້າຊໍາປາຍສະຫຼອງ ແລະ
ໂອບກອດກັບຄົນຮັກ ເພື່ອນຝູງພີ່ນ້ອງ ຫລັງຈາກມີການປະກາດຜົນການສົງຄະແນນ
ສຽງໃນສະພາ.
ແຕ່ພວກຄັດຄ້ານໄດ້ລົງສູ່ຖະໜົນຫົນທາງໃນນະຄອນຫລວງ Paris ເພື່ອທໍາການເດີນ
ຂະບວນປະທ້ວງ. ການປະທ້ວງໄດ້ກາຍເປັນຄວາມຮຸນແຮງ ຊຶ່ງພວກປະທ້ວງໄດ້ແກ່ວງ
ແກ້ວ ກະປ໋ອງ ແລະທ່ອນເຫຼັກໃສ່ຕໍາຫຼວດ ທີ່ຮັບມືດ້ວຍເເກ໊ສນໍ້າຕາ.
ຜູ້ນໍາຂອງພວກທີ່ຄັດຄ້ານຂອງການສົມລົດແພດດຽວກັນ ນາງ Frigide Barjot ກ່າວວ່າ:
“ມີພວກຊາວໜຸ່ມ ທີ່ຄັດຄ້ານຕໍ່ຮ່າງກົດໝາຍສະບັບນີ້ ຫຼາຍເທົ່າໆກັບພວກຜູ້ໃຫຍ່
ທີ່ກໍໄດ້ ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກເລື່ອງນີ້ນໍາ ເພາະວ່າ ມັນກ່ຽວກັບວິຖີ
ຊີວິດຂອງພວກເຂົາເຈົ້າ ມຸມມອງຂອງພວກເຂົາເຈົ້າ ກໍຄືກັນກັບພວກເຮົານັ້ນລະ.
ພວກເຂົາເຈົ້າໄດ້ສ້າງຄອບຄົວຕາມຫລັກການຂອງການມີຄອບຄົວ ທີ່ມີສາມີພັນ
ລະຍາຄົນລະເພດ. ແຕ່ພວກເຮົາກໍຈໍາເປັນຕ້ອງໄດ້ເປີດໃຈຂອງເຂົາເຈົ້າໃຫ້ຮັບ
ເອົາແນວຄິດໃໝ່ ໂດຍການບອກເລົ່າ ໃຫ້ພວກເຂົາເຈົ້າຮູ້ວ່າ ມັນມີຄອບຄົວແບບ
ອື່ນນໍາ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຮົາຕ້ອງໄດ້ປ່ຽນແປງຫລັກພື້ນຖານ
ຂອງກົດໝາຍພົນລະເມືອງ ກ່ຽວກັບການເປັນພໍ່ແມ່ ໃນປະເທດຝຣັ່ງ.”
ຝຣັ່ງເປັນປະເທດທີ 14 ທີ່ໄດ້ຮັບຜ່ານຮ່າງກົດໝາຍອະນຸຍາດໃຫ້ຄົນແພດດຽວກັນແຕ່ງງານ
ສ້າງຄອບຄົວນໍາກັນໄດ້. ປະເທດອື່ນໆແມ່ນມີຮວມທັງ Canada, Denmark, Sweden
ແລະເມື່ອໄວໆມານີ້ ປະເທດ Uruguay ແລະ New Zealand.
ວີດິໂອ: ສະພາແຫ່ງຊາດ ນິວ ຊີແລນ ຮັບຜ່ານກົດໝາຍ ໃຫ້ຄົນເພດດຽວກັນ ແຕ່ງງານກັນ: