ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາ​ແຫ່ງ​ຊາດ ​ຝຣັ່ງ​ ອະນຸມັດໃຫ້​ກວດໃບ​ຢັ້ງຢືນ ​ການ​ສັກ​ວັກ​ຊີນກັນໂຄວິດ ກ່ອນຈະ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ສາທາລະນະໄດ້


ພວກ​ປະ​ທ້ວງ​ເດີນ​ຂະ​ບວນຕ້ານ​ການ​ນຳສ​ະ​ເໜີໃຫ້​ໃຊ້​ໃບ​ຢັ້ງ​ຢືນ​ການ​ສັກ​ຢາ​ວັນ​ຊີນເພື່ອ​ສະ​ກັດ​ກັ້ນ​ການ​ລະ​ບາດ​ຂອງ COVID-19, ໃນ​ນະ​ຄອນ​ຫລວງ​ປາ​ຣີ​ຂອງ​ຝ​ຣັ່ງ, ວັນ​ທີ 8 ມັງ​ກອນ, 2022
ພວກ​ປະ​ທ້ວງ​ເດີນ​ຂະ​ບວນຕ້ານ​ການ​ນຳສ​ະ​ເໜີໃຫ້​ໃຊ້​ໃບ​ຢັ້ງ​ຢືນ​ການ​ສັກ​ຢາ​ວັນ​ຊີນເພື່ອ​ສະ​ກັດ​ກັ້ນ​ການ​ລະ​ບາດ​ຂອງ COVID-19, ໃນ​ນະ​ຄອນ​ຫລວງ​ປາ​ຣີ​ຂອງ​ຝ​ຣັ່ງ, ວັນ​ທີ 8 ມັງ​ກອນ, 2022

ສະພາ​ແຫ່ງ​ຊາດ​ຝຣັ່ງ​ ໄດ້​ໃຫ້ການ​ອະນຸມັດ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ​ອາທິດ​ວານ​ນີ້​ຕໍ່​ມາດ​ຕະການ​ຫລ້າ​ສຸດ​ຂອງ​ລັດຖະບານ​ໃນ​ການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ລວມທັງ​ບັດສັກ​ຢາ​ປ້ອງ​ກັນພະ​ຍາດ​ທີ່​ຖືກ​ຄັດ​ຄ້ານ​ໂດຍ​ພວກ​ປະ​ທ້​ວງຕ້ານ​ຢາ​ວັກ​ຊີນ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ບັນດາ​ສະມາຊິກ​ສະພາ​ຕ່ຳ​ໄດ້​ລົງ​ຄະ​ແນນ​ສຽງເຫັນ​ດີ 215 ຕໍ່ 58 ຄະ​ແນນ ຊຶ່ງ​ໄດ້​ປູ​ທາງ​ໃຫ້​ມາດ​ຕະການ​ດັ່ງກ່າວ​ມີ​ຜົນ​ສັກສິດ​ໃນ​ຊຸມ​ມື້​ຕໍ່ໜ້ານີ້.

ກົດໝາຍ​ສະບັບ​ໃໝ່​ທີ່​ເອົາ​ມາ​ຜ່ານ​ສະພາ​ທີ່ພັກ​ຝ່າຍ​ຄ້ານ​ເຫັນ​ວ່າມີ​ບາງ​ຂໍ້​ເຄັ່ງ​ຄັດ​ເກີນ​ໄປນັ້ນ ຈະ​ກຳນົດ​ໃຫ້​ປະຊາຊົນ​ມີ​ໃບ​ຢັ້ງຢືນ​ການ​ສັກ​ຢາ​ວັກ​ຊີນ​ເພື່ອຈະ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ສາທາລະນະ ເຊັ່ນ​ຮ້ານ​ອາຫານ, ຮ້ານ​ກາ​ເຟ, ໂຮງ​ຮູບ​ເງົາ ​ແລະ​ລົດ​ໄຟທີ່ແລ່ນ​ທາງ​ໄກໄດ້.

ໃນປັດຈຸບັນ, ຄົນທີ່ບໍ່ມີການສັກຢາປ້ອງກັນພະ​ຍາດສາມາດເຂົ້າໄປໃນສະຖານທີ່ດັ່ງກ່າວໄດ້ ເມື່ອມີຜົນຂອງການກວດ COVID-19 ເປັນລົບໃນ​ເວ​ລາ​ອັນ​ໃກ້ໆນັ້ນ. ເກືອບ 78 ເປີ​ເຊັນຂອງປະຊາກອນໄດ້ຮັບ​ການສັກຢາວັກ​ຊີນຢ່າງຄົບ​ຖ້ວນ, ອີງຕາມກະຊວງສາທາລະນະສຸກທີ່ກ່າວໃນວັນເສົາຜ່ານ​ມາ.

ປະທານາທິບໍດີ ​ເອມ​ມາ​ນູ​ແອ​ລ ມາກ​ຣົງ (Emmanuel Macron), ຜູ້ທີ່ຄາດ ວ່າຈະຫາທາງ​ດຳ​ລົງ​ຕຳ​ແໜ່ງ​ເປັນສະໄໝທີສອງໃນການເລືອກຕັ້ງໃນເດືອນເມສານີ້ ກ່າວຕໍ່ໜັງ​ສື​ພິມເລີ​ ປາຣີຊຽງ (Le Parisien) ໃນເດືອນນີ້ວ່າ ທ່ານ ຢາກເຮັດ​ໃຫ້​ພວກທີ່ບໍ່ໄດ້ຮັບການສັກຢາຮູ້​ສຶກ​ງຸດ​ງິດໂດຍການເຮັດໃຫ້ຊີວິດຂອງເຂົາເຈົ້າສັບສົນຫຼາຍຈົນພວກເຂົາເຈົ້າໄປຮັບການ​ສັກ​ຢາວັກຊີນກັນ​ໂຄວິດໃນ​ທີ່​ສຸດ.

ພວກປະທ້ວງຕໍ່ຕ້ານຢາວັກຊີນຫຼາຍພັນຄົນ ໄດ້ເດີນຂະບວນປະທ້ວງຢູ່ໃນ ນະຄອນຫລວງປາຣີ ແລະເມືອງອື່ນໆບາງ​ແຫ່ງໃນວັນເສົາຜ່ານ​ມານີ້ ເພື່ອຕໍ່ ຕ້ານກົດໝາຍດັ່ງ​ກ່າວ, ແຕ່ຕົວເລກຂອງພວກເຂົາເຈົ້າໄດ້ຫຼຸດລົງຢ່າງຫຼວງ ຫຼາຍຈາກອາທິດກ່ອນ, ບໍ່​ດົນພາຍຫຼັງການ​ກ່າວຄຳປາໄສຂອງທ່ານ ມາ​ກ​ຣົງ.

ປະເທດຝຣັ່ງແມ່ນຢູ່ໃນໃຈ​ກາງຂອງຄື້ນການ​ລະ​ບາດ​ຂອງໂຄວິດ-19 ຄັ້ງທີ 5 ໂດຍ​ມີກໍລະນີໃໝ່ປະຈຳວັນທີ່ເພີ່ມຂຶ້ນຫຼາຍກວ່າ 300,000 ຄົນ ແບບ​ທຳ​ລາຍສະຖິຕິເລີຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳນວນ​ກໍລະນີທີ່​ຮ້າຍ​ແຮງ​ທີ່​ເຮັດ​ໃຫ້​ຄົນຕ້ອງ​ເຂົ້າ​ໄປ​ຢູ່​ໃນ​ພະ​ແນ​ກ​ມໍ​ລະ​ສຸມ ຫລື ICU ​ແມ່ນ​ຕ່ຳ​ກວ່າ​ຄື້ນລະ​ບາດ​ຄັ້ງທຳ​ອິດ​ໃນ​ເດືອນນີ​ນາ ຫາ​ເມ​ສາ 2020.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG