ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານ​ບໍລິສັດ​ນ້ຳມັນຝຣັ່ງ ເສຍ​ຊີວິດ ໃນອຸບັດຕິເຫດຢູ່ ທາງແລ່ນຂອງເຮືອບິນ ທີ່​ມົສກູ


Russia France Oil Obit VO
please wait

No media source currently available

0:00 0:01:16 0:00

ຫົວໜ້າ​ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ Total ​ຂອງຝຣັ່ງ ໄດ້ເສຍ​ຊີວິດ
ໃນຕອນແລງ​ວັນ​ຈັນ​ວານ​ນີ້ ​ເວລາ​ເຮືອບິນ​ສ່ວນ​ຕົວ​ຂອງ​ຜູ້ກ່ຽວ​
ຕຳ​ກັນ​ກັບລົດຂູດຫິມະອອກ ​ບົນ​ທາງ​ແລ່ນ​ຢູ່​ເດີນບິນ​ໃນ​ນະຄອນ​
ຫລວງມົສກູ.

ທ່ານ Christophe de Margerie ​ໄວ 63 ປີ ພ້ອມ​ທັງ​ຈຸ​ບິນ 3 ຄົນ ​
ເສຍ​ຊີວິດ​ ​ເວລາເຮືອບິນ​ຂອງ​ທ່ານ ທີ່ກຳລັງຈະແລ່ນ​ຂຶ້ນ​ຈາກ​ເດີນ​ໄປ​ຕຳ​ເອົາ​ລົດ​ຂູດ​ຫິມະ ​ແລ້ວ​ລະ​ເບີດ​ຂຶ້ນ​ເປັນ​ໄຟ ​ຢູ່​ສະໜາມ​ບິນ​ນາໆ​ຊາດ Vnukovo.

​ໂຄສົກ​ຍິງ​ຂອງ​ຄະນະ​ນັກ​ສືບສວນ​ສອບ​ສວນຣັດ​ເຊຍ ກ່າວ​ວ່າ ​
ໄດ້​ມີ​ການ​ໄຂການ​ສືບສວນ​ຄະດີອາຍາ​ຂຶ້ນ​ແລ້ວ ​ແລະ​ເຈົ້າໜ້າ​ທີ່
​ເດິ​ນບິນ​ຫລາຍ​ຄົນ ອາດ​ຖືກ​ສັ່ງ​ພັກ​ການ.

​ບັນດາ​ນັກ​ສືບ​ສວນເຊື່ອ​ວ່າ ຄົນ​ຂັບລົດຂູດຫິມະ ​ທີ່​ລອດ​ຊີວິດ​ມາ​ໄດ້ນັ້ນ ມີ​ອາການ​ມຶນເມົາ ຕອນ​ທີ່​ປີກເຮືອບິນ​ໄປ​ຕຳ​ກັບ​ລົດ​ຂອງ​ຜູ້ກ່ຽວ ບໍ່​ເທົ່າ​ໃດ​ນາທີ​ກ່ອນ​ທ່ຽງ​ຄືນ ຕາມ​ເວລາທ້ອງ​ຖິ່ນ.

ບໍລິສັດ​ນ້ຳມັນ​ Total ຢືນຢັນເຖິງ​ການ​ເສຍ​ຊີວິດ​ຂອງທ່ານ de Margerie ທາງ​ແວັບ​ໄຊ​້
ຂອງບໍລິສັດ​ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ແລະ​ກ່າວວ່າ ພວກ​ເຄາະ​ຮ້າຍ​ທັງ 4 ຄົນ ເສຍ​ຊີວິດ​ກັບທີ່.

XS
SM
MD
LG