ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 25 ຕຸລາ 2026

ຝຣັ່ງ ສະຫລອງ ວັນຊາດ ທີ 14 ກໍລະກົດ (ວີດິໂອ/ສະໄລດ໌)

ທະຫານຢືນຢູ່ໃນລົດຖັງ ໃນລະຫວ່າງການສວນສະໜາມ ສະຫລອງວັນຊາດ ຫລື Bastille Day ໃນນະຄອນປາຣີ, ວັນທີ 14 ກໍລະກົດ 2013.
ທະຫານຢືນຢູ່ໃນລົດຖັງ ໃນລະຫວ່າງການສວນສະໜາມ ສະຫລອງວັນຊາດ ຫລື Bastille Day ໃນນະຄອນປາຣີ, ວັນທີ 14 ກໍລະກົດ 2013.
ບຸກຄົນຜູ້ມີກຽດຕ່າງໆຂອງໂລກ ລວມທັງທ່ານ ພັນ ກິມູນ ເລ
ຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ​ໄດ້ໄປຮ່ວມ
ກັບປະທານາທິບໍດີຝຣັ່ງ ທ່ານ Francois Hollande ຊົມ
ການສວນສະໜາມ ເນື່ອງໃນວັນ Bastille ຫລື ວັນຊາດ
ຝຣັ່ງ ຢູ່ໃນນະຄອນຫລວງປາຣີໃນວັນອາທິດທີ 14 ວານນີ້.

ມີທະຫານເກືອບຮອດ 5 ພັນຄົນ ລວມທັງທະຫານສະຫະປະ
ຊາຊາດ ທີ່ໃສ່ ໝວກ​ເບ​ເຣສີຟ້າ ແລະທະຫານຈາກ 13 ປະ
ເທດໃນທະວີບອາຟຣິກາ ເດີນສວນສະໜາມຜ່ານເວທີຂອງ
ປະທານາທິບໍດີ ບ່ອນທີ່ທ່ານ Hollande ຢືນຢູ່ກັບທ່ານພັນ.

ວັນບຸນໃຫຍ່ທີ່ສຸດຂອງຝຣັ່ງ​ ໄດ້​ມີຂຶ້ນພາຍໃຕ້​ເງົາບົດບັງຂອງອຸປະຕິເຫດລົດໄຟທີ່ຮ້າຍ
ແຮງ ທີ່ເກີດຂຶ້ນຢູ່ພຽງແຕ່ 20 ກິໂລແມັດເທົ່ານັ້ນ ຫ່າງຈາກນະຄອນຫລວງຂອງປະເທດ
ໄປທາງທິດໃຕ້. ຢ່າງໜ້ອຍມີ 7 ຄົນ ຖືກລາຍງານວ່າ ເສຍຊີວິດໄປ ໃນເຫດລົດໄຟຕົກ
ລາງ​ເມື່ອວັນສຸກຜ່ານມາ. ມີອີກຫລາຍຄົນໄດ້ຮັບບາດເຈັບ.

ຢູ່ໃນການສໍາພາດທີ່ຖ່າຍທອດອອກທາງໂທລະພາບ ໃນວັນອາທິດວານນີ້ ປະທານາ
ທິບໍດີ Hallande ເວົ້າວ່າ ຈະຕ້ອງໄດ້ມີການດໍາເນີນງານເພີ້ມຂຶ້ນ ເພື່ອບູລະນະຮັກສາ
ສາຍລົດໄຟດັ້ງເດີມນັ້ນ.

ແຕ່ທ່ານປະທານາທິບໍດີກໍໄດ້ເພັ່ງເລັງໄປໃສ່ຜົນງານຂອງຝຣັ່ງ. ທ່ານເວົ້າວ່າ ເສດຖະກິດ
ຂອງຝຣັ່ງ ກໍາລັງເລີ້ມຈະຟຶື້ນໂຕຄືນ ໂດຍໄດ້ອ້າງເຖິງການຜະລິດ ທາງອຸດສະຫະກໍາ
ທີ່​ມີ​ຫລາຍ​ຂຶ້ນ ແລະການຟື້ນໂຕຄືນໜ້ອຍນຶ່ງໃນການອຸບປະ​ໂພ​ກບໍລິໂພກ ຫລືການໃຊ້
ຈ່າຍ​ເງິນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ຜູ້ມີກຽດ ຂອງໂລກ ເຂົ້າຮ່ວມ ສະຫລອງ ວັນຊາດ ຝຣັ່ງ ຢູ່ປາຣີ
please wait

No media source currently available

0:00 0:00:41 0:00


ການສວນສະໜາມຂອງທະຫານຕາມປະເພນີ ຢູ່ຕາມຖະໜົນ Champs-Élysées ນັ້ນ
ແມ່ນນໍາໜ້າໂດຍກອງ​ທະຫານມາລີຈໍານວນນຶ່ງ ຊຶ່ງໄດ້ດຶງດູດ ຄວາມສົນໃຈ​ໄປ​ໃສ່ບົດ
ບາດຂອງຝຣັ່ງ ໃນການຊ່ວຍປົດປ່ອຍເຂດພາກເໜືອຂອງປະເທດໃນທະວີບອາຟຣິກາ
ດັ່ງກ່າວ ອອກຈາກກຸ່ມຫົວຮຸນແຮງຊາວ ອິສລາມ ແລະກຸ່ມອື່ນໆ.

ວັນ Bastille ເປັນວັນບຸນແຫ່ງຊາດໃຫຍ່ທີ່ສຸດຂອງຝຣັ່ງ. ມັນເປັນການລະນຶກ ເຖິງການ
ບຸກເຂົ້າຖະຫລົ່ມ ປ້ອມທະຫານ Bastille ໃນປີ 1789 ທີ່ເປັນ ຂີດໝາຍການ​ເລີ້ມ​ຕົ້ນ​ ການປະຕິວັດຂອງຝຣັ່ງ​.

ພາບການສະຫລອງວັນຊາດຝຣັ່ງ

ການສະເຫລີມ ສະຫລອງວັນ Bastille ຫລືວັນຊາດຝຣັ່ງ

The Eiffel Tower is illuminated during the traditional Bastille Day fireworks display in Paris, July 14, 2013.
1/6 The Eiffel Tower is illuminated during the traditional Bastille Day fireworks display in Paris, July 14, 2013.
ເບິ່ງຕື່ມອີກ Show less
The Eiffel Tower is illuminated during the traditional Bastille Day fireworks display in Paris, July 14, 2013.
2/6 The Eiffel Tower is illuminated during the traditional Bastille Day fireworks display in Paris, July 14, 2013.
ເບິ່ງຕື່ມອີກ Show less
French soldiers stand in an armored vehicle during the Bastille Day parade in Paris, July 14, 2013.
3/6 French soldiers stand in an armored vehicle during the Bastille Day parade in Paris, July 14, 2013.
ເບິ່ງຕື່ມອີກ Show less
A parachutist lands in front of the reviewing stand on the Place de la Concorde during the traditional Bastille Day parade in Paris, July 14, 2013.
4/6 A parachutist lands in front of the reviewing stand on the Place de la Concorde during the traditional Bastille Day parade in Paris, July 14, 2013.
ເບິ່ງຕື່ມອີກ Show less
A French aerial display team flies in front of the Eiffel tower as part of the traditional Bastille day military parade, in Paris, July 14, 2013.
5/6 A French aerial display team flies in front of the Eiffel tower as part of the traditional Bastille day military parade, in Paris, July 14, 2013.
ເບິ່ງຕື່ມອີກ Show less
The pack of riders cycles past a French flag on Bastille day during the 242.5 km fifteenth stage of the centenary Tour de France cycling race from Givors to Mont Ventoux, July 14, 2013.
6/6 The pack of riders cycles past a French flag on Bastille day during the 242.5 km fifteenth stage of the centenary Tour de France cycling race from Givors to Mont Ventoux, July 14, 2013.
ເບິ່ງຕື່ມອີກ Show less
Previous slide
Next slide
​
XS
SM
MD
LG