ຜູ້ບັນຊາກອງທັບຝຣັ່ງ ໄດ້ລາອອກຈາກໜ້າທີ່ ຫລັງຈາກປະທະກັນກັບ ປະທານາທິ
ບໍດີ Emmanuel Macron ກ່ຽວກັບການຕັດງົບປະມານ. ການລາອອກນີ້ ໄດ້ສະ
ແດງໃຫ້ເຫັນເຖິງຄວາມກົດດັນທີ່ໄດ້ປະເຊີນໜ້າກັບລັດຖະບານໃໝ່ຂອງປະທານາ
ທິບໍດີ Macron ໃນຂະນະທີ່ທ່ານພະຍາຍາມສົມດູນດ້ານງົບປະມານ ພ້ອມກັບຮັກ
ສາຄວາມໝັ້ນໝາຍ ທາງທະຫານ ທັງຢູ່ພາຍໃນ ແລະນອກປະເທດ. Henry
Ridgwell ມີລາຍງານຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ:
ຫລັງຈາກລາອອກແລ້ວ ນາຍພົນ Pierre de Villiers ໄດ້ກ່າວຢູ່ໃນຖະ ແຫລງການ
ວ່າ ຂໍ້ສະເໜີຕັດງົບປະມານປີນີ້ ໝາຍຄວາມວ່າ ທ່ານບໍ່ສາມາດ ທີ່ຈະໃຫ້ການ “ຄໍ້າປະ
ກັນ” ໃນການປ້ອງກັນປະເທດ ຂອງຝຣັ່ງ. ນີ້ເປັນການທົດສອບທີ່ໃຫຍ່ສຸດ ເທື່ອທຳອິດ ຕໍ່ອຳນາດຂອງປະທານາທິບໍດີ Macron.
ທ່ານນາງ Sophia Besch ທີ່ສູນກາງປະຕິຮູບຢູໂຣບ ກ່າວວ່າ “ແຕ່ມັນຍັງສະແດງ
ໃຫ້ເຫັນ ແລະຂ້າພະເຈົ້າເຊື່ອວ່າ ນັ້ນແມ່ນຄວາມຕັ້ງໃຈຂອງທ່ານ ທີ່ທ່ານມີຄວາມ
ຈິງຈັງກ່ຽວກັບການຕັດງົບປະມານ ເພື່ອຈະເລັ່ງລັດໃຫ້ເສດຖະກິດຂອງ ຝຣັ່ງ ຢູ່ໃນ
ລະດັບດຽວກັນກັບເປົ້າໝາຍຂອງຢູໂຣບ.”
ປະທານາທິບໍດີ Macron ຕ້ອງການຕັດນຶ່ງພັນລ້ານໂດລາຈາກງົບປະມານປ້ອງກັນ
ປະເທດປີ 2017 ເພື່ອເຮັດໃຫ້ການຂາດດຸນງົບປະມານຂອງປະເທດປີນີ້ ຢູ່ພາຍໃຕ້
ການຄວບຄຸມ. ແຕ່ທ່ານໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເພີ່ມການໃຊ້ຈ່າຍໃນດ້ານທະຫານ
ປີ 2018 ແລະຫລັງຈາກນັ້ນ.
ທ່ານ Christophe Castaner ໂຄສົກລັດຖະບານກ່າວວ່າ “ປະທານາທິບໍດີຂອງສາ
ທາລະນະລັດ ໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງ ເຖິງຄວາມໝາຍໝັ້ນຂອງທ່ານ ທີ່ຈະ
ເພີ່ມງົບປະມານຂຶ້ນເປັນລຳດັບໃຫ້ແກ່ທັບເຖິງ 2 ເປີເຊັນຂອງຍອດຜະລິດຮວມ
ພາຍໃນຂອງປະເທດ ໃນປີ 2025.”
ລັດຖະບານປະທານາທິບໍດີທຣໍາກໍາລັງກົດດັນໃຫ້ພັນທະມິດໃນອົງການ NATO
ປະຕິບັດຕາມເປົ້າໝາຍການໃຊ້ຈ່າຍ 2 ເປີເຊັນໄວຂຶ້ນ ແຕ່ວ່າກອງທັບຝຣັ່ງໄດ້ມີຄວາມໝາຍໝັ້ນ ໃນຫລາຍໆດ້ານຢູຸ່ແລ້ວ.
ມີທະຫານປະມານເຈັດພັນ 500 ຄົນ ຖືກສົ່ງໄປປະຕິບັດໜ້າທີ່ຢູ່ຕາມຖະໜົນຂອງ
ເມືອງຕ່າງໆໃນຝຣັ່ງ ຫລັງຈາກການໂຈມຕີກໍ່ການຮ້າຍ ຫວ່າງມໍ່ໆມານີ້.
ກຳລັງທະຫານຝຣັ່ງຍັງໄດ້ພົວພັນ ໃນໂຈມຕີພວກນັກລົບກຸ່ມລັດອິສລາມ ຢູ່ໃນຊີເຣຍ ແລະອີຣັກອີກດ້ວຍ.
ແລະເຂົາເຈົ້າຍັງເປັນຜູ້ນຳພາ ໃນການປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍ ຢູ່ ອາຟຣິ
ກາເໜືອ. ກຳລັງທະຫານຝຣັ່ງອີກ 4,000 ຄົນຍັງໄດ້ຖືກສົ່ງໄປປະຕິບັດງານຢູ່ທົ່ວເຂດ
Sahel.
ທ່ານນາງ Sophia Besch ກ່າວວ່າ “ການປະຕິບັດງານ ຂອງກອງທັບຝຣັ່ງຫວ່າງ
ບໍ່ເທົ່າໃດປີຜ່ານມາ ໃນໄລຍະສອງສາມທົດສະວັດແລ້ວນີ້ ໄດ້ເຮັດໃຫ້ມີການໃຊ້ກຳ
ລັງທະຫານຫຼາຍເກີນໄປ ແຕ່ການເສີມສ້າງສະມັດຖະພາບຊ້ຳພັດບໍ່ໄດ້ຮັບງົບປະ
ມານພຽງພໍ.”
ປະທານາທິບໍດີ Macron ເລືອກເອົາຜູ້ບັນຊາ ກອງທັບຄົນໃໝ່ ຄື ນາຍພົນ Francois Lecointre ເຄີຍເປັນນຳພາການປະຕິບັດງານຂອງສະຫະພາບຢູໂຣບໃນປະເທດມາລີ
ມາແລ້ວ. ມາລີເປັນປະເທດທຳອິດ ທີ່ປະທານາທິບໍດີໄດ້ໄປຢ້ຽມຢາມ ຫລັງຈາກເຂົ້າຮັບ
ຕຳແໜ່ງ.
ທ່ານນາງ Sophia Besch ກ່າວວ່າ “ພວກເຮົາບໍ່ສາມາດບອກໄດ້ເທື່ອວ່າ ການຕັດ
ງົບປະມານເຫລົ່ານີ້ ຈະໝາຍເຖິງການປະຕິບັດງານທີ່ສະເພາະເຈາະຈົງຂອງກອງ
ທັບໃດນຶ່ງ. ແຕ່ພວກເຮົາຮູ້ວ່າ ຝຮັ່ງພາຍໃຕ້ການນຳພາຂອງປະ ທານາທິບໍດີ
Macron ຍັງຈະສືບຕໍ່ປະຕິບັດຕາມຄວາມໝາຍໝັ້ນ ທີ່ຝຣັ່ງໃຫ້ວ້ຢູ່ໃນອາຟຣິກາ.”
ປະທານາທິບໍດີ Macron ໄດ້ຮຽກຮ້ອງພັນທະມິດໃນຢູໂຣບ ແບ່ງປັນພາລະຮັບຜິດ
ຊອບ ຂອງການປະຕິບັດງານ ຕໍ່ຕ້ານການກໍ່ການຮ້າຍຢູ່ໃນອາຟຣິກາ.