ກຳລັງພິເສດຂອງຝຣັ່ງ ໄດ້ບຸກເຂົ້າໄປປ່ອຍໂຕປະກັນຊາວຕ່າງປະເທດ 4 ຄົນ ແຕ່ທະຫານຂອງຕົນ 2 ຄົນໄດ້ເສຍຊີວິດ ໃນການປະຕິບັດງານດັ່ງກ່າວ.
ກອງທັບຝຣັ່ງກ່າວວ່າ ກຳລັງພິເສດຂອງຕົນໄດ້ບຸກເຂົ້າໄປປ່ອຍໂຕປະກັນ ໃນລະຫວ່າງການປະຕິບັດງານເມື່ອຕອນເຊົ້າມືດວັນສຸກວານນີ້ ໂດຍໄດ້ຮັບການສະໜັບສະໜຸນຈາກໜ່ວຍສືບລັບສະຫະລັດ.
ທຳນຽບຂອງປະທານາທິບໍດີແອັມມານູແອລ ມາກຣົງ ກ່າວວ່າ ໂຕປະກັນທັງ 4 ປອດໄພ. ໂຕປະກັນສອງຄົນ ແມ່ນເປັນຄົນຝຣັ່ງ ຜູ້ນຶ່ງເປັນຄົນອາເມຣິກັນແລະອີກຜູ້ນຶ່ງເປັນຄົນເກົາຫຼີໃຕ້.
ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານນາງຟລໍເຣັນ ປາລີ ກ່າວຕໍ່ກອງປະຊຸມນັກຂ່າວໃນວັນສຸກວານນີ້ວ່າ ບໍ່ມີຜູ້ໃດທີ່ພົວພັນໃນການປະຕິບັດງານຄັ້ງນີ້ຮູ້ກ່ຽວກັບໂຕປະກັນທີ່ເປັນຄົນອາເມຣິກັນແລະເກົາຫຼີໃຕ້ ເຂົາເຈົ້າຮູ້ແຕ່ໂຕປະກັນເປັນຄົນຝຣັ່ງ.
ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດຂໍສະແດງຄວາມຮູ້ບຸນຄຸນໃນການຊ່ວຍປ່ອຍໂຕປະກັນໄດ້ດ້ວຍຄວາມສຳເລັດ.
ພວກນັກທ່ອງທ່ຽວຝຣັ່ງສອງຄົນ ໄດ້ຫາຍສາບສູນໄປ ໃນສັບປະດາແລ້ວນີ້ ໃນລະຫວ່າງທີ່ໄປຢ້ຽມຢາມສວນອຸດທະຍານສະຫງວນສັດປ່າແຫ່ງຊາດ ເພັນຈາຣີ ໃນປະເທດເບນິນ. ມີການພົບເຫັນຜູ້ນຳທ່ຽວໃນເວລາຕໍ່ມາ ທີ່ເສຍຊີວິດແລ້ວ ແລະມີການຕິດຕາມເບິ່ງຮ່ອງຮອຍຂອງພວກທີ່ຈັບເຂົາເຈົ້າ ເຂົ້າໄປໃນປະເທດເບີກີນາຟາໂຊ.
ປະທານາທິບໍດີມາກຣົງໄດ້ສະແດງຄວາມເສົ້າສະຫຼົດໃຈກ່ຽວກັບການເສຍຊີວິດຂອງໜ່ວຍກ້າຕາຍຝຣັ່ງທັງສອງ ໃນລະຫວ່າງການປະຕິບັດງານດັ່ງກ່າວ. ພິທີໄວ້ອາໄລທາງທະຫານ ມີກຳນົດຈະຈັດຂຶ້ນໃນສັບປະດາໜ້າ.
ຜູ້ບັນຊາການທະຫານຝຣັ່ງ ທ່ານຟຣັງຊົວ ເລີກວັງເຕຣິ ກ່າວຕໍ່ພວກນັກຂ່າວວ່າ ຜູ້ຈັບໂຕປະກັນສີ່ຄົນໄດ້ຖືກສັງຫານໃນລະຫວ່າງການປະຕິບັດງານ ແລະມີສອງຄົນຫລົບໜີໄປໄດ້. ທ່ານກ່າວເຖິງ ພວກຈັບໂຕປະກັນເຫຼົ່ານີ້ວ່າ ເປັນ “ພວກກໍ່ການຮ້າຍ.