ນັກຂ່າວຝຣັ່ງ 4 ຄົນທີ່ຖືກຈັບກຸມໃນຊີເຣຍ ແລະກັກໂຕໄວ້
ເປັນເວລາ ເກືອບ 1 ປີມາແລ້ວນັ້ນ ໄດ້ຖືກປ່ອຍໂຕເປັນ
ອິດສະລະແລ້ວ.
ປະທານາທິບໍດີ Francois Hollande ແຫ່ງຝຣັ່ງ ກ່າວ
ໃນຖະແຫຼງ ການສະບັບນຶ່ງໃນວັນເສົາມື້ນີ້ວ່າ ທ່ານໄດ້ຮັບ
ແຈ້ງໃຫ້ຊາບ “ດ້ວຍຄວາມໂລ່ງໃຈຢ່າງໃຫຍ່ຫຼວງ ໃນ
ເຊົ້າມື້ນີ້ ກ່ຽວກັບການປ່ອຍໂຕ” ພວກນັກຂ່າວ 4 ຄົນນັ້ນ.
ທ່ານ Hollande ກ່າວວ່າ ທັງ 4 ຄົນ ມີ “ສຸຂະພາບດີ
ເຖິງແມ່ນໄດ້ຕົກຢູ່ໃນສະພາບການທີ່ທ້າທາຍຢ່າງ
ຫລວງຫລາຍ ເວລາຖືກກັກຂັງຢູ່ນັ້ນ” ແລະຈະກັບຄືນສູ່ປະເທດຝຣັ່ງ “ໃນເວລາ
ອີກຫຼາຍໆຊົ່ວໂມງຂ້າງ ໜ້ານີ້”.
ອົງການຂ່າວ Reuters ລາຍງານຂ່າວວ່າ ທະຫານເທີກີໄດ້ພົບເຫັນ ພວກນັກຂ່າວ
ດັ່ງກ່າວ ທີ່ໄດ້ຫາຍສາບສູນໄປໃນເດືອນມິຖຸນາປີແລ້ວນີ້ ຢູ່ໃນເຂດຊາຍແດນຕິດ
ກັບຊີເຣຍ ໃນສະພາບທີ່ຖືກມັດມື ແລະຜ້າອັດຕາໄວ້.
ກຸ່ມນັກຂ່າວບໍ່ມີພົມແດນ ໄດ້ກ່າວວ່າ ຊີເຣຍ “ເປັນປະເທດທີ່ອັນຕະລາຍທີ່ສຸດ
ໃນໂລກ” ສຳລັບພວກນັກຂ່າວ.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ