ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຝຣັ່ງ ກ່າວວ່າ ນາງຖືກບັງຄັບໃຫ້ອອກຈາກ ອິນເດຍ


ແຟ້ມພາບ - ນັກຂ່າວຝຣັ່ງ ທ່ານນາງ ວາເນັສຊາ ໂດແນັກ (Vanessa Dougnac), ກາງ, ຢູ່ໃນເນປາລ, ກັບກຸ່ມຄົນລ້ຽງສັດໃຫ້ທ້ອງຖິ່ນ,​ ໃນປີ 2021. (ຮູບພາບໂດຍທ່ານນາງ ວາເນັສຊາ ໂດແນັກ)
ແຟ້ມພາບ - ນັກຂ່າວຝຣັ່ງ ທ່ານນາງ ວາເນັສຊາ ໂດແນັກ (Vanessa Dougnac), ກາງ, ຢູ່ໃນເນປາລ, ກັບກຸ່ມຄົນລ້ຽງສັດໃຫ້ທ້ອງຖິ່ນ,​ ໃນປີ 2021. (ຮູບພາບໂດຍທ່ານນາງ ວາເນັສຊາ ໂດແນັກ)

ນັກຂ່າວຊາວຝຣັ່ງຄົນນຶ່ງທີ່ເອີ້ນ ອິນເດຍວ່າບ້ານມາເປັນເວລາຫຼາຍກວ່າ 2 ທົດສະວັດ ໄດ້ຖືກບັງຄັບໃຫ້ກັບຄືນປະເທດຝຣັ່ງ ຫຼັງຈາກເຈົ້າໜ້າທີ່ອິນເດຍ ໄດ້ກ່າວຫານາງວ່າ ຂຽນບົດລາຍງານທີ່ “ມີຈຸດປະສົງບໍ່ດີ ແລະມີລັກສະນະວິພາກວິຈານ”, “ທີ່ບໍ່ເປັນຜົນດີຕໍ່ອະທິປະໄຕ ແລະສິດອັນຊອບທຳຂອງອິນເດຍ.”

ທ່ານນາງ ວາເນັສຊາ ໂດແນັກ (Vanessa Dougnac) ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະເຈົ້າໜ້າທີ່ຂອງອິນເດຍ ບໍ່ໄດ້ລະບຸເຖິງບົດລາຍງານດັ່ງກ່າວ.

ທ່ານນາງ ໂດແນັກ (Dougnac) ເປັນນັກຂ່າວປະຈຳຢູ່ນະຄອນຫຼວງນິວເດລີໃຫ້ສື່ມວນຊົນຫຼາຍແຫ່ງໃນຢູໂຣບ, ລວມທັງໜັງສືພິມລາຍວັນ La Croix ຂອງຝຣັ່ງ, ວາລະສານລາຍອາທິດ Le Point, ໜັງສືພິມ Le Temps ຂອງສະວິສ ແລະ ໜັງສືພິມ Le Soir ຂອງເບລຢ້ຽມ. ອາຊີບສື່ມວນຊົນຂອງທ່ານນາງໃນປະເທດອິນເດຍ ເປັນເວລາດົນນານເຖິງ 23 ປີ.

ທ່ານນາງ ໂດແນັກ (Dougnac) ໄດ້ອອກຈາກອິນເດຍໃນວັນສຸກ, ປະມານນຶ່ງເດືອນຫຼັງຈາກກະຊວງພາຍໃນໄດ້ສົ່ງຫນັງສືແຈ້ງການໃຫ້ທ່ານນາງ ໂດຍກ່າວວ່າທ່ານນາງ "ດໍາເນີນກິດຈະກໍາທາງນັກຂ່າວໂດຍບໍ່ໄດ້ຮັບອະນຸຍາດເປັນພິເສດໃດໆ ຕາມທີ່ກຳນົດໄວ້ໃນກົດຫມາຍວ່າດ້ວຍພົນລະເມືອງ 1955 ແລະ ກົດລະບຽບ/ຂໍ້ບັງຄັບທີ່ອອກພາຍໃຕ້ກົດໝາຍດັ່ງກ່າວ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG