ຈີນໃຫ້ການຢືນຢັນ ກ່ຽວກັບການຕັດສິນໃຈຂອງຕົນທີ່ຈະບໍ່ຕໍ່
ອາຍຸ ໃບອະນຸຍາດສື່ມວນຊົນ ໃຫ້ແກ່ນັກຂ່າວຝຣັ່ງ ທີ່ປັກກິ່ງ
ກ່າວຫາວ່າ ໃຫ້ການສະໜັບສະໜຸນແກ່ພວກກໍ່ການຮ້າຍ ຊຶ່ງ
ໝາຍຄວາມວ່າ ນາງຕ້ອງໄດ້ອອກເດີນທາງໄປຈາກຈີນພາຍ
ໃນທ້າຍປີນີ້.
ກະຊວງການຕ່າງປະເທດຈີນ ກ່າວໃນວັນເສົາມື້ນີ້ວ່າ ນາງ
Ursula Gauthier ຜູ້ສື່ຂ່າວປະຈຳປັກກິ່ງ ຂອງວາລະສານ
L’Obs ບໍ່ເໝາະສົມທີ່ຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຕໍ່ໄປ
ຢູ່ໃນຈີນ. ກະຊວງການຕ່າງປະເທດຈີນກ່າວວ່າຈີນຈະບໍ່ໃຫ້
ການສະໜັບສະໜຸນຕໍ່ອິດສະຫຼະພາບໃນການໃຫ້ຄວາມສຳ
ຄັນຕໍ່ການຍົກຍ້ອງການກໍ່ການຮ້າຍເດັດຂາດ.
ຈີນໄດ້ທວງໃຫ້ນາງ Gauthier ຖອນລາຍງານເລື້ອງນຶ່ງຖ້ານາງມີຄວາມປະສົງຢາກຈະ
ຢູ່ໃນປະເທດຈີນຕໍ່ໄປ. ນາງກ່າວວ່າ ນາງພ້ອມແລ້ວທີ່ຈະເດີນທາງອອກຈາກຈີນ.
ໃນເດືອນແລ້ວນີ້ ນາງ Gauthier ໄດ້ພິມລາຍງານທີ່ສະເໜີແນະວ່າຈີນໄດ້ໃຊ້ການໂຈມ
ຕີຂອງພວກກໍ່ການຮ້າຍຢູ່ປາຣີເມື່ອບໍ່ດົນມານີ້ ອ້າງເປັນເຫດຜົນກ່ຽວກັບການປາບປາມ
ພວກມຸສລິມວີເກີ້ ໃນພາກຕາເວັນຕົກສຽງເໜືອຂອງຈີນນັ້ນວ່າ ຍຸຕິທຳ.
ເຈົ້າໜ້າທີ່ຈີນເວົ້າວ່າ ບົດຂຽນດັ່ງກ່າວໃສ່ຮ້າຍປ້າຍສີ ນະໂຍບາຍຂອງລັດຖະບານແລະ
ສື່ມວນຊົນຂອງທາງການຈີນຫລາຍໆສະບັບທີ່ໄດ້ພິມເຜີຍແຜ່ບົດບັນນາທິການປະນາມ
ບົດຂຽນນີ້.