ລັດຖະບານ ຝຣັ່ງ ແລະ ບັນດາຕົວແທນຂອງສະຫະພັນ ໄດ້ເປີດການເຈລະຈາໃນວັນພຸດວານນີ້ ເພື່ອແກ້ໄຂຄວາມຂັດແຍ້ງຕ່າງໆ ກ່ຽວກັບ ຮ່າງກົດໝາຍປະຕິຮູບການອອກບຳນານ ທີ່ໄດ້ກໍ່ໄດ້ເກີດການນັດຢຸດງານ ການຄົມມະນາຄົມທົ່ວປະເທດ ແລະ ການປະທ້ວງຕາມຖະໜົນຢ່າງກວ້າງຂວາງ.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ສະເໜີກົນໄກການອອກບຳນານອັນນຶ່ງດຽວກັນ 42 ຂໍ້ຂອງປະເທດ ເຂົ້າໃນແຜນການດຽວ, ເຊິ່ງບັນດານັກວິຈານເວົ້າວ່າ ອາດບັງຄັບໃຫ້ພະນັກງານເຮັດວຽກກາຍ 62 ປີທີ່ເປັນອາຍຸການອອກບຳນານຢ່າງເປັນທາງການ.
ໃນການຂໍຮ້ອງຂອງທ່ານ ມາກຣົງ ນັ້ນ, ນາຍົກລັດຖະມົນຕີ ເອດູອາກ ຟີລິບ ໄດ້ເລີ່ມການເຈລະຈາກັບບັນດາຜູ້ນຳສະຫະພັນ, ແຕ່ຂໍ້ຕົກລົງກັບບັນດາສະຫະພັນຫົວຈັດຝ່າຍຊ້າຍ ບໍ່ປາກົດວ່າຈະເກີດຂຶ້ນ.
ຜູ້ນຳສະຫະພັນແຮງງານທົ່ວໄປ ຫຼື CGT ທ່ານ ຟີລິບ ມາຕີເນສ ໄດ້ກ່າວຫຼັງຈາກການເຈລະຈາວ່າ “ການບໍ່ເຫັນພ້ອມກັນຢ່າງເລິກເຊິ່ງ” ຍັງຄົງມີຢູ່ລະຫວ່າງທັງສອງຝ່າຍ.
ຜູ້ຊ່ວຍເຫຼືອທີ່ໃກ້ຊິດຄົນນຶ່ງຂອງທ່ານ ມາກຣົງ ໄດ້ກ່າວວ່າ ທ່ານປະທານາທິບໍດີ ແມ່ນ “ຍິນດີທີ່ຈະປັບປຸງ” ກົດໝາຍທີ່ຖືກສະເໜີນັ້ນ ແຕ່ຈະບໍ່ “ປະຖິ້ມມັນ.”
ແຫຼ່ງຂ່າວຕ່າງໆທີ່ໃກ້ຊິດກັບທ່ານ ມາກຣົງ ໄດ້ກ່າວວ່າ ທ່ານຫວັງທີ່ຈະເຮັດຂໍ້ຕົກລົງກັບສະຫະພັນ ທີ່ມີຫົວປາງກາງກວ່າ, ເຊິ່ງຈະເປັນຜົນເຮັດໃຫ້ຂະບວນການປະທ້ວງອ່ອນກຳລັງລົງ.
ການນັດຢຸດງານທົ່ວໄປ, ເຊິ່ງໄດ້ຕັດຂາດການສັນຈອນສາທາລະນະ ແລະ ສ້າງຄວາມເສຍຫາຍຕໍ່ທຸລະກິດຕ່າງໆນັ້ນ, ໄດ້ກ້າວເຂົ້າສູ່ວັນທີ 14 ໃນວັນພຸດວານນີ້.