ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ເຢຍຣະມັນ ແລະອີຕາລີ ປະນາມ ການຕໍ່ຕ້ານ ຊາວຢິວ ໃນຢູໂຣບ (ວີດີໂອ)


ພວກປະທ້ວງ ສະໜັບສະໜູນປາແລສໄຕນ໌ ປະເຊີນໜ້າ ກັບ ຕຳຫລວດ ທີ່ນະຄອນປາຣີ
ພວກປະທ້ວງ ສະໜັບສະໜູນປາແລສໄຕນ໌ ປະເຊີນໜ້າ ກັບ ຕຳຫລວດ ທີ່ນະຄອນປາຣີ

ລັດຖະມົນຕີຕ່າງປະ​ເທດຂອງ​ສາມປະ​ເທດໃນຢູ​ໂຣບ ປະນາມ
​ການ​ຕໍ່ຕ້ານຊາວຢິວ ​ທີ່​ໄດ້​ປາ​ກົດ​ຂື້ນ ​ໃນ​ລະຫວ່າງ​ການເດີນ
ຂະບວນ​ປະ​ທ້ວງ​ສະໜັບ​ສະ​ໜູນປາ​ ແລ​ສ​ໄຕ​ນ໌ ຢູ່ທົ່ວພາກ​ຕາ​
ເວັນ​ຕົກ​ຂອງ​ຢູ​ໂຣບ ​ເມື່ອ​ອາທິດ​ທີ່​ຜ່ານ​ມານີ້.

ລັດຖະມົນຕີຕ່າງປະ​ເທດ​ Laurent Fabius ແຫ່ງຝຣັ່ງ Frank-
Walter Steinmeier ​ແຫ່ງ​ເຢຍຣະມັນ ​ແລະ Frederica
Mogherini ແຫ່ງອີຕາລີ ​ກ່າວໃນ​ຖະ​ແຫລ​ງການຮ່ວມ ​ໃນ​ວັນ
​ອັງຄານ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ຈະ​ໃຊ້​ທຸກ​ໆ​ມາດ​ຕະການທາງ​ດ້ານ
​ກົດໝາຍ ຕໍ່ການກ່າວຄຳປາໄສ ແລະການກະທຳຕ່າງໆ ທີ່ຈຳ​
ແນ​ກຜິວ​ພັນ ​ແລະ​ຕໍ່ຕ້ານ​ຊາວຢິວ.

ບັນ​ດາ​ລັດຖະມົນຕີທັງສາມ​ ກ່າວ​ວ່າ ບໍ່​ມີ​ຫຍັງ ​ແມ່ນ​ແຕ່​ການ​ສູ້​ລົບ​ທີ່ເຂດກາຊາ ​ສາມາດ
ນຳມາອ້າງເປັນເຫດຜົນ ກ່ຽວກັບການກະທຳເຫຼົ່ານີ້ ​ຢູ່​ໃນຢູ​ໂຣບ.

ຝຣັ່ງ ​ຊຶ່ງເປັນ​ປະເທດທີ່ມີປະຊາຊົນຊາວ​ຍີ​ວແລະ​ມຸສລິ​ມໃຫຍ່ທີ່ສຸດໃນຢູໂຣບນັ້ນ ແມ່ນໄດ້
ເກີດ​ຄວາມ​ຮຸນ​ແຮງຕໍ່ຕ້ານຊາວຢິວ​ແລະການ​ທຳລາຍ​ຊັບສິນທີ່ຮ້າຍແຮງ ສຸດເມື່ອໄວໆມາ
ນີ້. ຝູງຊົນທີ່ສະໜັບສະໜູນປາ​ແລ​ສ​ໄຕ​ນ໌ ​ໃນ​ນະຄອນ​ປາຣີ ​ໄດ້​ໂຈມ​ຕີວັດ​ ​ແລະ​ທຸລະ​ກິດ​
ຂອງ​ຊາວ​ຍີ​ວ ທໍາ​ຮ້າຍຮ່າງກາຍ​ ​ຕະຫຼອດທັງ​ ດ່າ​ປະ ນາມ​ຊາວຢິວນຳດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່ຝຣັ່ງ ​ໄດ້​ຫ້າມ​ບໍ່ໃຫ້ມີການ​ເດີນ​ຂະບວນປະ​ທ້ວງ​ຫລາຍ​ໆຄັ້ງ​ໃນ​ໄລຍະ
ສອງ​ສາມ​ມື້ຜ່ານ​ມານີ້.

Israel Offensive Continues Amid Calls by Protesters Worldwide to Stop
please wait

No media source currently available

0:00 0:03:28 0:00

XS
SM
MD
LG