ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດນາຍົກ ຝຣັ່ງ ທ່ານ Francois Fillon ນຳໜ້າ ໃນການເລືອກຕັ້ງ ປະທານາທິບໍດີ ຂັ້ນຕົ້ນ


ຜູ້ລົງແຂ່ງຂັນຈາກພັກອະນຸລັກນິຍົມ Les Republicains ແຂ່ງໃນການເລືອກຕັ້ງຂັ້ນຕົ້ນ ກ່ອນການເລືອກຕັ້ງປະທານາ
ທິບໍດີປີ 2017 ແລະ ອະດີດນາຍົກລັດຖະມົນຕີທ່ານ Francois Fillon ກ່າວຄຳປາໄສທີ່ສຳນັກງານໃຫຍ່ການໂຄສະນາຫາສຽງຂອງທ່ານ. 20 ພະຈິກ, 2016.
ຜູ້ລົງແຂ່ງຂັນຈາກພັກອະນຸລັກນິຍົມ Les Republicains ແຂ່ງໃນການເລືອກຕັ້ງຂັ້ນຕົ້ນ ກ່ອນການເລືອກຕັ້ງປະທານາ ທິບໍດີປີ 2017 ແລະ ອະດີດນາຍົກລັດຖະມົນຕີທ່ານ Francois Fillon ກ່າວຄຳປາໄສທີ່ສຳນັກງານໃຫຍ່ການໂຄສະນາຫາສຽງຂອງທ່ານ. 20 ພະຈິກ, 2016.

ປາກົດວ່າ ອະດີດນາຍົກລັດຖະມົນຕີ ຝຣັ່ງ ທ່ານ Francois Fillon ຈະຢູ່ໃນລະຫວ່າງ ທາງສູ່ໄຊຊະນະຂອງພັກອະນຸລັກນິຍົມ ໃນການ ເລືອກຕັ້ງປະທານາທິບໍດີຂັ້ນຕົ້ນໃນວັນ ອາທິດວານນີ້.

ຜົນການເລືອກຕັ້ງຂັ້ນຕົ້ນ ໄດ້ເຮັດໃຫ້ທ່ານ Fillon ມີຄະແນນສຽງ 44 ເປີເຊັນ, ຕາມຫຼັງ ດ້ວຍອະດີດນາຍົກລັດຖະມົນຕີ ທ່ານ Alain Juppe ດ້ວຍ 28 ເປີເຊັນ ແລະ ອະດີດປະ ທານາທິບໍດີທ່ານ Nicolas Sarcozy ດ້ວຍຄະແນນສຽງ 21 ເປີເຊັນ.

ຖ້າຜົນຄະແນນດັ່ງກ່າວຍັງຄົງຢູ່ຄືເກົ່າ, ທ່ານ Fillon ແລະ ທ່ານ Juppe ຈະພົບກັນໃນ ການແຂ່ງຂັນຂັ້ນຊີ້ຂາດໃນວັນອາທິດໜ້າ ແລະ ຜູ້ຊະນະເລີດຈະຕາງໜ້າຜູ້ລົງແຂ່ງຂັນ ຂອງພັກອະນຸລັກນິຍົມ ສຳລັບຕຳແໜ່ງປະທານາທິບໍດີໃນປີໜ້າ.

ທ່ານ Sarcozy ໄດ້ຍອມຮັບໃນການຜ່າຍແພ້ແລ້ວ ແລະ ກ່າວວ່າ ທ່ານຈະໃຫ້ການສະ ໜັບສະໜູນແກ່ທ່ານ Fillon.

ທ່ານ Sarcozy ກ່າວວ່າ “ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ທ່ານ Juppe ເປັນຢ່າງ ສູງ, ແຕ່ຂ້າພະເຈົ້າຮູ້ສຶກໃກ້ຊິດຕໍ່ທາງເລືອກໃນການ ເມືອງຂອງທ່ານ Francois Fillon ຫຼາຍກວ່າ,” ແລະ ໄດ້ກ່າວເພີ່ມ ເຕີມວ່າ ທ່ານບໍ່ໄດ້ຮູ້ສຶກຂົມຂື່ນ ຫຼື ເສຍໃຈກັບ ການຜ່າຍແພ້ຂອງທ່ານ.

ຜູ້ລົງແຂ່ງຂັນທັງໝົດ 7 ຄົນໄດ້ລົງແຂ່ງຂັນຮອບທຳອິດໃນວັນອາທິດ ວານນີ້, ລວມທັງນັກ ການເມືອງຫົວອະນຸລັກນິຍົມຈັດທ່ານ Marine Le Pen, ຜູ້ທີ່ການວິຈານ ກ່ຽວກັບ ບັນຫາ ຄົນເຂົ້າເມືອງ ແລະ ຊາວ ມຸສລິມ ໄດ້ດຶງດູດຄວາມສົນໃຈຂອງພວກຜູ້ລົງຄະແນນສຽງ ຫຼາຍຄົນ.

ນີແມ່ນຄັ້ງທຳອິດທີ່ພວກຜູ້ລົງຄະແນນສຽງອະນຸລັກນິຍົມໄດ້ເລືອກຜູ້ ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີໂດຍກົງ. ຮອດປະຈຸບັນນີ້, ບັນດາຜູ້ນຳພັກໄດ້ເລືອກເອົາຜູ້ສະໝັກ ຂອງພວກເຂົາເຈົ້າແລ້ວ.

ການໂຄສະນາຫາສຽງໄດ້ສະແດງໃຫ້ເຫັນຄວາມເປັນຫ່ວງ ກ່ຽວກັບ ການຫຼັ່ງໄຫຼຂອງພວກ ຍົກຍ້າຍຖິ່ນຖານເຂົ້າໃນ ຢູໂຣບ ແລະ ການໂຈມຕີກໍ່ຄວາມເສຍຫາຍຫຼາຍຄັ້ງຂອງພວກ ຈີຮາດ ໃນ ຝຣັ່ງ.

ຫຼັງຈາກຄວາມຕົກໃຈຢ່າງແຮງ ໃນການລົງຄະແນນສຽງ “Brexit” ຂອງ ອັງກິດ ແລະ ໄຊ ຊະນະໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ຂອງທ່ານ Donald Trump, ການ ລົງ ຄະແນນສຽງປະ ທະນາທິບໍດີ ຝຣັ່ງ ແມ່ນກຳລັງກາຍເປັນການທົດສອບອີກຄັ້ງໜຶ່ງ ຂອງຄູ່ແຂ່ງຂັນ ລະຫວ່າງ ພັກການເມືອງທີ່ສຳຄັນ ແລະ ພັກປະຊາທິປະຕິໄຕທີ່ກຳລັງ ເຕີບໂຕ ຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG