ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Francois Fillon ຊະນະການເລືອກຕັ້ງ ປະທານາທິບໍດີຂັ້ນຕົ້ນ


ທ່ານ Francois Fillon ເອົາມືວາງໃສ່ຫົວໃຈຂອງທ່ານ ຫຼັງຈາກການກ່າວຄຳປາໄສ ພາຍຫຼັງການເລືອກຕັ້ງຂັ້ນ
ຕົ້ນຂອງພັກອະນຸລັກນິຍົມ ໃນນະຄອນຫຼວງ ປາຣີ, ຝຣັ່ງ. 27 ພະຈິກ, 2016.
ທ່ານ Francois Fillon ເອົາມືວາງໃສ່ຫົວໃຈຂອງທ່ານ ຫຼັງຈາກການກ່າວຄຳປາໄສ ພາຍຫຼັງການເລືອກຕັ້ງຂັ້ນ ຕົ້ນຂອງພັກອະນຸລັກນິຍົມ ໃນນະຄອນຫຼວງ ປາຣີ, ຝຣັ່ງ. 27 ພະຈິກ, 2016.

ອະດີດ ນາຍົກລັດຖະມົນຕີທ່ານ ​Francois Fillon ສັງກັດພັກອະນຸຣັກນິຍົມ ຝຣັ່ງ ໄດ້ຮັບ ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ ນຳໜ້າຂູ່ແຂ່ງທີ່ມີແນວທາງປານກາງ ກວ່າ ຊຶ່ງໄດ້ເຕືອນວ່າຈະຍາດໄດ້ຄະແນນນິຍົມຈາກມະຫາຊົນນັ້ນ.

ໃນການແຂ່ງຂັນກັນແບບ ສະຫະລັດ ສຳລັບພັກຣິພັບບລິກັນຂອງ ຝຣັ່ງ ແລ້ວແມ່ນວ່າ ທ່ານ Fillon ໄວ 62 ປີໄດ້ຮັບ 68% ແລະ ທ່ານ Alain Juppe ໄວ 71 ປີຊຶ່ງກໍເປັນອະດີດ ນາຍົກລັດຖະມົນຕີຄືກັນ ໄດ້ຮັບແຕ່ພຽງ 32% ເທົ່ານັ້ນ.

ທ່ານ Juppe ໄດ້ຍອມຮັບເອົາຄວາມປາໄຊ ແລະ ຊົມເຊີຍຕໍ່ “ໄຊຊະນະຢ່າງໃຫຍ່” ຂອງ ທ່ານ Fillon. ທ່ານໄດ້ຮຽກຮ້ອງໃຫ້ເປັນເອກະພາບກັນ ແລະ ໃຫ້ມີຄວາມສະຫງົບລຸນຫຼັງ ການໂຄສະນາຫາສຽງຢ່າງບໍ່ຈົ່ງບໍ່ຢອມ ໂດຍກ່າວຫາທ່ານ Fillon ວ່າ ອ່ອນໂຍນໃຫ້ແກ່ ພວກຕໍ່ຕ້ານຄົນເຂົ້າເມືອງ ຕ້ານພວກອິສລາມຂວາຈັດ.

ໄຊຊະນະຂອງທ່ານ Fillon ຈະນຳສົ່ງຜູ້ກ່ຽວເຂົ້າຕໍ່ສູ້ສົງຄາມການເລືອກຕັ້ງ ທີ່ໜ່ວຍຢັ່ງ ຫາງສຽງເວົ້າວ່າ ໃນທີ່ສຸດຈະໄດ້ຕໍ່ສູ້ກັບຜູ້ນຳຂວາຈັດ ທ່ານນາງ Marine le Pen ໃນເດືອນເມສາ ປີໜ້າ.

ມີການຄາດກັນວ່າ ຜູ້ທີ່ກຳລັງດຳລົງຕໍ່ແໜ່ງຢູ່ ຄືປະທານາທິບໍດີສັງຄົມນິຍົມ ທ່ານ ຟຣັງຊົວ ໂອລັງ ຈະປະກາດໃຫ້ຊາບ ໃນອີກຫຼາຍໆອາທິດທີ່ຈະມາເຖິງນີ້ ວ່າທ່ານຈະລົງແຂ່ງຂັນ ຕື່ມ ຫຼື ບໍ່. ການຂາດຄວາມນິຍົມຈາກມະຫາຊົນຢ່າງໃຫຍ່ ໄດ້ເຮັດໃຫ້ຈຸດຢືນຂອງຝ່າຍ ຊ້າຍ ຝຣັ່ງ ຕົກລົງຢ່າງໃຫຍ່.

ການລົງຄະແນນສຽງເລືອກເອົາປະທານາທິບໍດີ ຝຣັ່ງ ເທື່ອນີ້ ຖືກເບິ່ງເຫັນວ່າເປັນການທົດ ສອບເບິ່ງຄວາມນິຍົມຂອງພັກການເມືອງໃຫຍ່ໆ ລຸນຫຼັງໄຊຊະນະຂອງທ່ານ ດານາລ ທຣຳ ໃນ ສະຫະລັດ ແລະ ການຖອນໂຕ Brexit ຂອງ ອັງກີດ. ທັງສອງຢ່າງແມ່ນເປັນ ການສວຍໂອກາດຕໍ່ຕ້ານການນຳພາຊັ້ນຫົວກະທິ ແລະ ຄວາມໂມໂຫທີ່ຕໍ່ຕ້ານການປົກ ຄອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

France Primary
please wait
Embed

No media source currently available

0:00 0:01:56 0:00

XS
SM
MD
LG