ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝາພັນແທ້ ເຟ​ຣັນ​ຈ໌ ບູລດອກ ຍັງຄົງເປັນທີ່ນິຍົມຫຼາຍທີ່ສຸດໃນ ສະຫະລັດ ອີງຕາມການຈັດລຳດັບໃໝ່


ແຟ້ມພາບ - ໝາຊື່ວ່າ Winston, ເປັນໝາພັນ bulldog ຂອງຝຣັ່ງ, ເຂົ້າແຂ່ງຂັນ ໃນງານສະແດງພັນໝາ ຂອງສະມາຄົມ Westminster Kennel Club ຄັ້ງທີ 147 ເມື່ອວັນທີ 8 ພຶດສະພາ 2023, ໃນນະຄອນນິສຢອກ.
ແຟ້ມພາບ - ໝາຊື່ວ່າ Winston, ເປັນໝາພັນ bulldog ຂອງຝຣັ່ງ, ເຂົ້າແຂ່ງຂັນ ໃນງານສະແດງພັນໝາ ຂອງສະມາຄົມ Westminster Kennel Club ຄັ້ງທີ 147 ເມື່ອວັນທີ 8 ພຶດສະພາ 2023, ໃນນະຄອນນິສຢອກ.

ພວກໝາພັນແທ້ ເຟ​ຣັນ​ຈ໌ ບູລດອກ (bulldog) ທີ່ເອີ້ນວ່າ Frenchies ຕາມປົກກະຕິແລ້ວຍັງຄົງຖືກຂຶ້ນທະບຽນໂດຍສ່ວນຫຼາຍຢູ່ໃນສະຫະລັດ ເມື່ອປີ ກາຍນີ້ ອີງຕາມການຈັດລຳດັບຂອງສະມາຄົມໝາຂອງອາເມຣິກາ ຫຼື American Kennel Club ທີ່ໄດ້ຖືກເປີດເຜີຍໃນວັນພຸດວານນີ້. ສະມາຄົມນີ້ ເອີ້ນໝາ Frenchies ວ່າ ເປັນພັນໝາທີ່ມີຄວາມນິຍົມຊົມຊອບຫຼາຍທີ່ສຸດ ຫາກແຕ່ພວກທີ່ມັກພັນໝາອື່ນໆ ອາດຈະຂໍໃຫ້ມີຄວາມເຫັນທີ່ແຕກຕ່າງໄປຈາກ ນັ້ນ.

ມັນເປັນການກໍ່ລັດຖະປະຫານເພື່ອທີ່ຈະຖືກສະເຫຼີມສະຫຼອງບໍ? ຫຼືກົງກັນຂ້າມ ​ກ່າວ​ໂດຍພວກແຟນໆພັນໝາດັ່ງ​ກ່າວຜູ້​ທີ່​ຮູ້​ສຶກ​ເສຍ​ໃຈ​ກັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ແມ່ນ​ກຳ​ລັງ​ເຮັດ​ຕໍ່​ສາຍ​ພັນ​ດັ່ງ​ກ່າວ. ແນວໃດກໍຕາມ ຫຼັງຈາກທີ່ໄດ້ແຊງໜ້າພວກ ພັນໝາ ລາບຣາດໍ ຣີທຣີເວີ (Labrador retriever) ຂຶ້ນຄອງຕຳແໜ່ງສູງສຸດ ໃນປີ 2022, ພວກພັນໝາ ບູລດອກ ທີ່ມີຫູຄ້າຍຄືເຈຍ, ເຊິ່ງ​ມີຂະໜາດນ້ອຍ ລົງ ກໍຍັງຢູ່​ອັນ​ດັບຄື​ເກົ່າ​ໃນ​ການ​ຈັດຕຳແໜ່ງໃໝ່ນີ້ ເຊິ່ງສະທ້ອນໃຫ້ເຫັນວ່າ ພວກໝານ້ອຍ ແລະໝາໃຫຍ່ອື່ນໆກໍໄດ້ຖືກເພີ້ມໃສ່ທະບຽນໝາທີ່ເກົ່າແກ່ທີ່ສຸດ ຂອງສະຫະລັດ.

ໃນຂະນະດຽວກັນ ພວກພັນໝາ ດັດສ໌ຈຸນ (dachshund) ແມ່ນຢູ່ໃກ້ໆຈຸດສູງ ສຸດມາໄດ້ສອງທົດສະວັດແລ້ວ, ສ່ວນໝາພັນ ໂຄຣໂຊ (corso) ກຳລັງຫຍັບ ຂຶ້ນມາເລື້ອຍໆ ແລະກໍຍັງມີພັນໝາໃໝ່ໆປົນຢູ່ໃນກຸ່ມນີ້ດ້ວຍ.

ແນ່ນອນ ພວກພັນໝາແທ້ໆ ແມ່ນເປັນພຽງສ່ວນນຶ່ງຂອງປະຊາກອນໝາໃນ ສະຫະລັດ ບ່ອນທີ່ສະຖານທີ່ພັກພິງຊົ່ວຄາວຂອງພວກສັດລ້ຽງທັງຫຼາຍ ໄດ້ປະເຊີນກັບການຫລັ່ງໄຫລເຂົ້າມາຂອງພວກໝາຫຼາຍປະເພດເມື່ອປີກາຍນີ້.

ຫຼັງຈາກ Frenchies ສາຍ​ພັນໝາທທີ່ໄດ້ຖືກລົງທະບຽນຫຼາຍທີ່ສຸດກໍແມ່ນ Labs ທີ່ຫຍໍ້ມາຈາກ Labrador, golden retriever, ພັນໝາລ້ຽງແກະຂອງ ເຢຍຣະມັນ, ພັນໝາພູໂດ (poodle). ຕໍ່ຈາກນັ້ນ ກໍມີພວກພັນໝາ ດັດຈຸນ (dachshunds), ບູລດອກ(bulldogs), ບີໂກລ (beagles), ຣອດວາຍເລີ (Rottweilers) ແລະ ພັນໝາຂອງເຢຍຣະມັນທີ່ມີຂົນສັ້ນຫູຕັ້ງ.

Frenchies remained the United States' most commonly registered purebred dogs last year, according to American Kennel Club rankings released Wednesday. The club calls the Frenchie the most popular breed, though other canine constituencies may beg to differ.

Is it a coup to be celebrated? Au contraire, say longtime fans who rue what popularity is doing to the breed. Nevertheless, after lapping Labrador retrievers to take the top spot in 2022, the bat-eared, scaled-down bulldogs held on in the new standings, which reflect puppies and other dogs that were added last year to the United States' oldest dog registry.

Meanwhile, dachshunds are at a nearly two-decade peak, the cane corso is making moves, and there's a new breed in the mix.

Of course, purebreds are only part of the canine population in the U.S., where animal shelters faced an influx of all sorts of dogs last year.

After Frenchies, the most common breeds registered were Labs, golden retrievers, German shepherds and poodles. Then came dachshunds, bulldogs, beagles, Rottweilers and German shorthaired pointers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG