ເຈົ້າໜ້າທີ່ຝຣັ່ງເວົ້າວ່າ ກໍາລັງທະຫານມາລີທີ່ໜຸນຫຼັງໂດຍ
ຝຣັ່ງນັ້ນ ຍຶດເອົາເມືອງຍຸທະສາດ GAO ຄືນໄດ້ ຊຶ່ງເປັນ
ເມືອງທີ່ໝັ້ນຂອງພວກຫົວຮຸນແຮງອີສລາມ ຢູ່ທາງພາກ
ເໜືອຂອງປະເທດ.
ກະຊວງປ້ອງກັນປະເທດຝຣັ່ງເວົ້າເມື່ອວັນເສົາວານນີ້ວ່າ ກອງທະຫານ ຈໍານວນນຶ່ງຈາກປະເທດໄນຈີເຣຍ ແລະ Chad ໄດ້ເຄື່ອນເຂົ້າໄປໃນຕົວເມືອງດັ່ງກ່າວ ເພື່ອຊ່ວຍຮັກສາຄວາມທຸ່ນທ່ຽງ. ກະຊວງປ້ອງກັນປະເທດຝຣັ່ງ ຍັງເວົ້າອີກວ່າ ເຈົ້າເມືອງໆກາວ ທີ່ໄດ້ຫຼົບ ໜີໄປລີ້ໄພຢູ່ໃນເມືອງ ຫຼວງ Bamako ໄດ້ກັບຕ່າວຄືນແລ້ວ.
Idrissa Fall ຜູ້ສື່ຂ່າວວີໂອເອ ໃນມາລີເວົ້າວ່າ ການເຂົ້າໄປແຊກແຊງ ທາງທະຫານໃນເມືອງກາວນີ້ ຖືວ່າສໍາຄັນທີ່ສຸດ ຍ້ອນວ່າເມືອງກາວເປັນ
ບ່ອນລີ້ຊ່ອນຂອງກຸ່ມກະບົດ.
ໃນຕອນເຊົ້າວັນເສົາວານນີ້ ທະຫານຝຣັ່ງ ແລະ ມາລີ ໄດ້ຍຶດເອົາສະໜາມບິນ ແລະ
ສະພານ ແຫ່ງນຶ່ງຂອງເມືອງກາວຄືນໄດ້. ທ່ານ ຊັງ ອີຟ ເລີ ດຣີອັງ ລັດຖະມົນຕີປ້ອງກັນປະເທດຝຣັ່ງເວົ້າວ່າ ທະຫານໄດ້ໃຊ້ການປະ ຕິບັດການໂຈມຕີທາງອາກາດແລະພາກພື້ນດິນ ເພື່ອຕັດຄວາມສາມາດດ້ານພະລາທິການແລະການຂົນສົ່ງຂອງພວກຫົວຮຸນແຮງ.
ກະຊວງປ້ອງກັນປະເທດສະຫະລັດໄດ້ປະກາດເມື່ອຕອນບ່າຍວັນເສົາວານນີ້ວ່າ ສະຫະ ລັດຈະຂະຫຍາຍຂອບເຂດການຊ່ວຍເຫຼືອແກ່ພາລະກິດຂອງ ຝຣັ່ງຢູ່ໃນມາລີນັ້ນ. ທ່ານລີອອນ ພາແນັດຕ້າ ລັດຖະມົນຕີປ້ອງກັນປະ ເທດສະຫະລັດ ບອກທ່ານ ເລີ ດຣີອັງ ທາງໂທລະສັບວ່າ ທໍານຽບຫ້າແຈ ຕຽມທີ່ຈະທໍາການຊ່ວຍເຕີມນໍ້າມັນທາງອາກາດ ໃຫ້ເຮືອ ບິນຂອງຝຣັ່ງ.. ນອກນີ້ແລ້ວ ທັງສອງຜູ້ນໍາດ້ານປ້ອງກັນປະເທດຍັງໄດ້ປຶກສາຫາລືກັນເລື້ອງການໃຫ້ສະຫະລັດຂົນສົ່ງທະຫານຈາກປະເທດອື່ນໆໃນອາຟຣິກາໄປຍັງມາລີ. ໃນຕອນນີ້ ສະຫະລັດບໍ່ມີແຜນທີ່ຈະສົ່ງທະຫານຂອງຕົນໄປຍັງມາລີ.