ບັນດາຜູ້ຊ່ຽວຊານດ້ານການບິນຝຣັ່ງ ໄດ້ໄປເຖິງຣັດເຊຍ ໃນ
ຕອນແລງຂອງວັນອັງຄານວານນີ້ ເພື່ອຊ່ວຍສືບສວນກ່ຽວກັບອຸບັດຕິເຫດເຮືອບິນຕຳກັບລົດກວດຫິມະ ທີ່ເຮັດໃຫ້ປະທານ
ບໍລິສັດນໍ້າ ມັນຍັກໃຫຍ່ຂອງຝຣັ່ງເສຍຊີວິດ ໃນຕົ້ນອາທິດນີ້.
ກຸ່່ມດັ່ງກ່າວ ແມ່ນຮວມທັງ ບັນດາເຈົ້າໜ້າທີ່ດ້ານຄວາມປອດ
ໄພ ທາງການບິນແຫ່ງຊາດແລະບັນດາຜູ້ຕາງໜ້າຂອງບໍລິສັດ
ທີ່ສ້າງແລະບໍລິຫານເຮືອບິນອາຍພົນສ່ວນໂຕທີ່ໄດ້ຕໍາ ກັບລົດ
ກວດຫິມະ ໃນເວລາທີ່ເຮືອບິນ ກຳລັງຈະຂຶ້ນ ຈາກເດີ່ນບິນ
Vnukovo ທີ່ມົສກູ ໃນວັນຈັນທີ່ຜ່ານມານີ້.
ເຮືອບິນໄດ້ເກີດໄຟໄໝ້ ໂດຍເຮັດໃຫ້ພະນັກງານທັງສາມຄົນຂອງເຮືອບິນ ແລະທ່ານ Christopher de Margerie ປະທານ ແລະຫົວໜ້າບໍລິຫານ ບໍລິສັດນ້ຳມັນຍັກໃຫຍ່
Total ຂອງຝຣັ່ງ ເສຍຊີວິດ.
ເປັນທີ່ຄາດກັນວ່າ ພວກຜູ້ຊ່ຽວຊານຂອງຝຣັ່ງ ຈະເລີ້ມປະຕິບັດງານ ກັບຄະນະກຳມະ
ການ ການບິນຂອງຣັດເຊຍ ໃນວັນພຸດມື້ນີ້ ເພື່ອກວດເບິ່ງເຄື່ອງບັນທຶກຂໍ້ມູນການບິນ
ຂອງເຮືອບິນດັ່ງກ່າວ.
ບັນດາເຈົ້າໜ້າທີ່ຣັດເຊຍ ສົງໄສວ່າ ຄົນຂັບລົດກວດຫິມະເມົາເຫລົ້າ ໃນເວລາທີ່ເກີດອຸບັດຕິເຫດຕຳກັບເຮືອບິນ. ເຂົາເຈົ້າໄດ້ເລີ້ມທຳການສືບສວນ ໃນການກະທຳຜິດກ່ຽວ
ກັບຄະດີນີ້ແລ້ວ.