ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ຄ່າຂົນສົ່ງສິນຄ້າ ເພີ້ມຂຶ້ນ ຍ້ອນການໂຈມຕີຂອງກຸ່ມຮູຕີ ລົບກວນ ການຂົນສົ່ງທົ່ວໂລກ


ແຟ້ມພາບ - ນັກລົບຄົນນຶ່ງຂອງພວກຮູຕີ ຢືນຢູ່ເທິງກຳປັ່ນຂົນສົ່ງສິນຄ້າ Galaxy Leader ໃນທະເລແດງ ໃນຮູບນີ້ທີ່ຖືກເຜີຍແຜ່ໃນວັນທີ 20 ພະຈິກ 2023. (ສື່ມວນຊົນ/ເອກະສານແຈກຂອງກອງກຳລັງ ຮູຕີ ຜ່ານອົງການຂ່າວຣອຍເຕີສ໌).
ແຟ້ມພາບ - ນັກລົບຄົນນຶ່ງຂອງພວກຮູຕີ ຢືນຢູ່ເທິງກຳປັ່ນຂົນສົ່ງສິນຄ້າ Galaxy Leader ໃນທະເລແດງ ໃນຮູບນີ້ທີ່ຖືກເຜີຍແຜ່ໃນວັນທີ 20 ພະຈິກ 2023. (ສື່ມວນຊົນ/ເອກະສານແຈກຂອງກອງກຳລັງ ຮູຕີ ຜ່ານອົງການຂ່າວຣອຍເຕີສ໌).

ຄ່າຂົນສົ່ງສິນຄ້າ ຈາກເອເຊຍໄປຫາພາກເຫນືອຂອງຢູໂຣບ ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ໃນຊຸມມື້ທີ່ຜ່ານມາ ເນື່ອງຈາກການໂຈມຕີຂອງພວກກະບົດ ຮູຕີ ໃສ່ກຳປັ່ນສິນຄ້າໃນທະເລແດງ ເຮັດໃຫ້ບໍລິສັດຂົນສົ່ງ ຕ້ອງປ່ຽນເສັ້ນທາງການຂົນ ສົ່ງສິນຄ້າ ໄປ​ຜ່ານບໍລິເວນ ພາກໃຕ້ສຸດຂອງອາຟຣິກາ.

ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ອີຣ່ານ ​ໄດ້​ດຳເນີນການ​ໂຈມ​ຕີ​ຢ່າງ​ໜ້ອຍ 24 ຄັ້ງ​ ໃສ່​ກຳ​ປັ່ນ​ການ​ຄ້າ​ ນັບ​ແຕ່​ກາງ​ເດືອນ​ພະຈິກ​ເປັນຕົ້ນມາ, ອີງຕາມອົງການ​ການ​ເດີນ​ເຮືອ​ສາກົນ​. ກຸ່ມດັ່ງກ່າວ, ເຊິ່ງມີສ່ວນຮ່ວມໃນສົງຄາມກາງເມືອງກັບລັດຖະບານເຢເມນທີ່ໄດ້ຖືກຍອມຮັບໂດຍສາກົນ ຕັ້ງແຕ່ປີ 2014, ອ້າງວ່າໄດ້ກຳນົດເປົ້າໝາຍໃສ່ກຳປັ່ນທີ່ກ່ຽວຂ້ອງກັບອິສຣາແອລ ເພື່ອເປັນການສະຫນັບສະຫນູນຊາວປາແລັສໄຕນ໌ ໃນເຂດກາຊາ, ເຖິງແມ່ນວ່າເຮືອຫຼາຍໆລໍາທີ່ບໍ່ມີສ່ວນກ່ຽວຂ້ອງກັບອິສຣາແອລ ໄດ້ຖືກໂຈມຕີກໍຕາມ.

​ກຳ​ປັ່ນ​ບັນທຸກ​ຍານ​ພາ​ຫະນະ​ທີ່​ຕິດ​ທຸງ ບາຮາມາສ (Bahamian) ທີ່ມີຊື່ວ່າ “Galaxy Leader” ​ແລະ​ລູກ​ເຮືອ​ ຊຶ່ງ​ພວກ​ຫົວ​ຮຸນ​ແຮງ​ໄດ້​ຍຶດ​ເອົາ ນັບຕັ້ງ​ແຕ່​ວັນ​ທີ 19 ພະຈິກ ​ແມ່ນເປັນ​ຂອງ​ບໍລິສັດ​ນຶ່ງ ທີ່​ນັກທຸລະກິດຊາວອິສຣາແອລ ທ່ານ ຣາມີ ອຸນກາຮ໌ (Rami Ungar) ເປັນເຈົ້າຂອງບາງສ່ວນ.

ບັນດາບໍລິສັດຂົນສົ່ງ ກຳລັງປ່ຽນເສັ້ນທາງອອກຈາກທະເລແດງ ແລະ ຄອງ ຊູເອສ (Suez) ເພື່ອຫຼີກລ່ຽງອັນຕະລາຍ, ໂດຍມີເຮືອຫຼາຍລຳໄດ້ປ່ຽນເສັ້ນທາງໄປອ້ອມ ແຫຼມ ກູດໂຮບ Good Hope) ທີ່ຢູ່ທາງພາກໃຕ້ສຸດ ຂອງອາຟຣິກາ ເຊິ່ງເປັນການເດີນທາງ ທີ່ຍາວນານກວ່າ ແລະ ແພງກວ່າ, ອີງຕາມ ທ່ານນາງ ມິເຊລ ວີສ ບັອກມັນ (Michelle Wiese Bockmann) , ນັກວິເຄາະການຂົນສົ່ງຈາກ Lloyd's List Intelligence ໃນລອນດອນ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG