ລາຍງານໃໝ່ທີ່ໄດ້ເຜີຍແຜ່ໂດຍອົງການສັງເກດການອິດສະຫຼະ ຟຣີດອມ ຮາວ ກ່າວ
ວ່າ ຫລັກການປະຊາທິປະໄຕເຊັ່ນວ່າອະທິປະໄຕຂອງການເລືອກຕັ້ງ ແລະເສລີພາບ
ຂ່າວສານ ກຳລັງອ່ອນແອລົງຢູ່ທົ່ວໂລກເປັນເວລາ 12 ປີຕິດຕໍ່ກັນ.
ທ່ານອັດຈ໌ ພູດີງຕັນ ນັກປາດທີ່ໜ້ານັບຖື ຈາກ ຟຣີດອມ ຮາວສ໌ ເພື່ອການຄົ້ນຄວ້າປະ
ຊາທິປະໄຕ ຜູ້ທີ່ໄດ້ກ່າວຕໍ່ ວີໂອເອ ກ່ອນໜ້າເຜີຍແຜ່ລາຍງານວ່າ “ມີຫລາຍໆປະເທດ
ອີກ ໃນກໍລະນີ ປີ 2017ທີ່ສະແດງການຫລຸດຜ່ອນລົງໃນດ້ານເສລີພາບ ແທນທີ່ສະ
ແດງໃຫ້ເຫັນການປັບປຸງຂຶ້ນ.”
ອີງຕາມຟຣີດອນ ຮາວສ໌ ທີ່ໄດ້ວິເຄາະຂໍ້ມູນຈາກ 195 ປະເທດ ໃນປະຕິທິນປີ 2017
ນັ້ນ 88 ປະເທດໄດ້ຄະແນນ “ເສລີ” 58 ປະເທດ ໄດ້ຄະແນນ “ເສລີບາງສ່ວນ” ແລະ
49 ປະເທດໄດ້ຄະແນນ “ບໍ່ມີເສລີພາບເລີຍ” ຢູ່ໃນລາຍງານເທື່ອສຸດທ້າຍ.
ຢູ່ອາເມລິກາເໜືອ ພົບເຫັນຮ່ວມຢູ່ລາຍງານທີ່ສຳຄັນ ໄດ້ເຫັນຄວາມອ່ອນແອຂອງ
ສະຫະລັດ ທີ່ເປັນແຊມປ້ຽນຂອງປະຊາທິປະໄຕ ທີ່ຍິ່ງມີຄວາມສັບສົນ ຕື່ມໂດຍການ
ສືບສວນຂອງໄອຍະການພິເສດ ກ່ຽວກັບການແຊກແຊງຂອງຣັດເຊຍ ໃນການເລືອກ
ຕັ້ງປະທານາທິບໍດີປີ 2016.
ທ່ານພູດິງຕັນ ຜູ້ໃຫ້ຂໍ້ສັງເກດໃນການໃຊ້ເງິນໂຄສະນາຫາສຽງຫລາຍເກີນໄປ ແລະ
ກົດໝາຍລັດ ເຮັດໃຫ້ການລົງຄະແນນສຽງມີຄວາມລຳບາກທີ່ເປັນຄວາມຈິງສຳຄັນວ່າ
ສາມາດພິຈາລະນາດຳເນີນການເລືອກຕັ້ງ.
ຢູ່ໃນການຊັ່ງຊາຂອງສະຫະລັດ ຟຣີດອມ ຮາວສ໌ ໄດ້ຊີ້ແນະ ຕໍ່ຈັນຍາບັນການປະເຊີນ
ໜ້າລັດຖະບານປັດຈຸບັນ ຮວມທັງຄວາມສຳພັນທຸລະກິດຂອງຄອບຄົວຂອງທ່ານທຣໍາ
ແລະໂອກາດສຳລັບການຂັດແຍ້ງຜົນປະໂຫຍດ ພ້ອມທັງການຕັດສິນໃຈຂອງປະທາ
ນາທິບໍດີ ທີ່ບໍ່ເປີດເຜີຍເລື່ອງເສຍພາສີຂອງທ່ານ.
ທຳນຽບຂາວໄດ້ໃຫ້ຂໍ້ສັງເກດການດຳເນີນກວດເກັບພາສີວ່າເປັນຄວາມຈິງໃນການບໍ່
ເຜີຍແຜ່ການເສຍພາສີຂອງທ່ານທຣໍາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ