ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Freedom House ວ່າ ສິດເສລີພາບ ໃນໂລກ ເຊື່ອມຖອຍລົງ ໃນປີ 2013 (ວີດີໂອ)


ເຄື່ອງໝາຍ ຂອງອົງການ Freedom House
ເຄື່ອງໝາຍ ຂອງອົງການ Freedom House
ກຸ່ມນິຍົມປະຊາທິປະໄຕ Freedom House ກ່າວວ່າ ລະດັບຂອງ
ອິດສະຫຼະພາບຢູ່ໃນທົ່ວໂລກ ໄດ້ເຊື່ອມຖອຍລົງໃນປີກາຍນີ້ ໂດຍ
ທີ່ປະຊາຊົນຫຼາຍກວ່າເຄິ່ງນຶ່ງຂອງໂລກ ແມ່ນອາໄສຢູ່ໃນເຂດ ທີ່ມີ ສິດເສລີພາບເປັນບາງສ່ວນ ຫລືວ່າບໍ່ມີເລີຍ.

ອົງການ Freedom House ຊຶ່ງມີສຳນັກງານຕັ້ງຢູ່ກຸງວໍຊິງຕັນໄດ້
ພິມເຜີຍແຜ່ລາຍງານປະຈຳປີຂອງຕົນໃນວັນພະຫັດວານນີ້ ໂດຍ
ໄດ້ຊັ່ງຊາຕີລາຄາ ເບິ່ງສະພາບການຢູ່ໃນ 195 ປະເທດ ແລະດິນ
ແດນຕ່າງໆອີກ 14 ບ່ອນ ອີງຕາມສິດທິທາງດ້ານການເມືອງແລະ ເສລີພາບຂອງພົນລະເຮືອນ.

ການລ່ວງລະເມີດແລະການສູ້ລົບຢູ່ໃນຊີເຣຍ ແລະການກົດຂີ່ຢູ່ໃນຊາອຸດີອາຣາເບຍ ເຮັດ ໃຫ້ປະເທດທັງ 2 ຮວມຢູ່ໃນກຸ່ມ 10 ປະເທດ ທີ່ມີສິດເສລີພາບໜ້ອຍທີ່ສຸດໃນໂລກ. ລາຍ
ງານເວົ້າວ່າສະພາບການທົ່ວໄປໃນພາກຕາເວັນອອກກາງນັ້ນ 83 ເປີເຊັນຂອງປະຊາຊົນ ແມ່ນດຳລົງຊີວິດຢູ່ໃນບັນດາປະເທດ ທີ່ຖືກຈັດວ່າ “ບໍ່ມີສິດເສລີພາບ.”

ທ່ານ Arch Puddington ຜູ້ຂຽນລາຍງານກ່າວວ່າ ລັດຖະບານຂອງປະເທດຕ່າງໆ ໄດ້ ໃຊ້ເຄື່ອງມືອື່ນໆ ນອກເໜືອໄປຈາກຄວາມຮຸນແຮງ ເພື່ອບັ່ນທອນ ສິດເສລີພາບຂອງປະ ຊາຊົນ.

ເຂດຢູໂຣບເອເຊຍ ຫລື Eurasia ກໍແມ່ນນຶ່ງໃນບັນດາຂົງເຂດທີ່ມີສິດເສລີພາບໜ້ອຍທີ່ ສຸດ. ສຳລັບເຂດອາຟຣິການັ້ນ ລາຍງານຂອງອົງການ Freedom House ໃຫ້ຂໍ້ສັງເກດ ວ່າ ສະພາບການ ແມ່ນດີຂຶ້ນ ຢູ່ໃນມາລີ ຣວັນດາ ແລະຊິມບັບເວ ແຕ່ ໄດ້ເຊື່ອມໂຊມລົງ ຢ່າງຮ້າຍແຮງ ໃນອູການດາ ສາທາລະນະລັດອາຟຣິກາກາງ ແລະຊູດານໃຕ້.

ໃນເຂດເອເຊຍນັ້ນ ລາຍງານເວົ້າວ່າ ຈີນໄດ້ມີການໂຍະຍານຜ່ອນຜັນຫຼຸດໜ້ອຍລົງໃນປີ 2013 ໂດຍແນເປົ້າໝາຍໃສ່ ການສະແດງຄວາມຄິດຄວາມເຫັນທາງອິນເຕີແນັດ ແລະ ຄຸມຂັງພວກນັກເຄື່ອນໄຫວ. ສະພາບການໃນປາກິສຖານແມ່ນດີຂຶ້ນ ຍ້ອນມີການເລືອກ ຕັ້ງ ແຕ່ສິດເສລີພາບ ຢູ່ອັຟການິສຖານ ບັງກລາແດັສ ແລະ ສຣີລັງກາ ແມ່ນຊຸດໂຊມລົງ. ໂດຍທົ່ວໄປແລ້ວ 43 ເປີເຊັນຂອງປະຊາຊົນໃນຂົງເຂດແມ່ນອາໄສຢູ່ໃນບັນດາປະເທດ ທີ່ຖືກຈັດວ່າ ບໍ່ມີສິດເສລີພາບ.

ສ່ວນຢູ່ ສປປ ລາວ ຖືກຈັດວ່າ ຢູ່ໃນຖານະເປັນປະເທດບໍ່ມີເສລີ.

ລາຍງານເວົ້າວ່າ ປີ 2013 ຜ່ານມານີ້ ແມ່ນປີທີ 8 ລຽນຕິດ ທີ່ລະດັບສິດເສລີພາບ ຢູ່ໃນ ທົ່ວໂລກ ໄດ້ເຊື່ອມຖອຍລົງ.

Report: Freedom on Decline Around the World
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ
XS
SM
MD
LG