ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ Freedom House ກ່າວວ່າ ຄະແນນ ດ້ານປະຊາທິປະ​ໄຕໄດ້​ຫຼຸດ​ລົງ​ໃນຫຼາຍໆ ປະເທດ


Freedom House: Democracy Declines in Many Countries
please wait

No media source currently available

0:00 0:02:42 0:00

​ອົງການ Freedom House ກ່າວ​ວ່າ ຄະແນນດ້ານປະຊາທິປະ​ໄຕໄດ້​ຫຼຸດ​ລົງ​ ໃນ​ປີ
2016 ​ໃນການ​ສຳ​ຫຼວດ ຢູ່​ຫຼາຍ​ກວ່າ​ເຄິ່ງນຶ່ງ ​ຂອງ 29 ປະ​ເທດ ໃນພາກ​ກາງ ​ແລະ​ພາກ​
ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ, ໃນ​ເຂດ Balkans ແລະ Eurasia. ນີ້​ແມ່ນ​ການ​ຫຼຸດ​ລົງ
ຫຼາຍ​ທີ່​ສຸດ​ຄັ້ງ​ທີ່​ສອງ ​ໃນ​ລາຍ​ງານ​ປະຈຳ​ປີ ຂອງປະຫວັດການສຳຫຼວດໃນຮອບ 22 ປີ ​ຊຶ່ງເປັນຍ້ອນການ​ຖື​ເອົາ​ຄວາມນິຍົມ​ເພີ່ມ​ຂຶ້ນ​ຂອງ​ປະຊາຊົນ ​ໃນຂົງ​ເຂດທີ່​ມີ​“ການ​ປ່ຽນ
​ແປງ​ຂອງ​ຫຼາຍໆ​ປະ​ເທດ”
ບ່ອນ​ທີ່​ພວກ​ຜູ້ນຳທັງຫຼາຍ ​ພາກັນໂຈມ​ຕີ​ຢ່າງເປີດ​ແປນ​
ລະບອບ​ປະຊາທິປະ​ໄຕ. Mariama Diallo ນັກ​ຂ່າວ VOA ມີລາຍ​ງານ​ເລື່ອງ​ນີ້
ຊຶ່ງ​ວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ພາຍ​ໃຕ້​ນາຍົກລັດຖະມົນຕີ ທ່ານ Viktor Orban ປະ​ເທດ ຮົງກຣີ ຊຶ່ງ​ປະຈຸ​ບັນ​ນີ້ ​
ໄດ້ຮັບ ຄະແນນໃນລະດັບ​ທີ່​ຕ່ຳ​ສຸດ ​ຢູ່ໃນ​ພາກ​ກາງ​ຢູ​ໂຣບ ອິງ​ຕາມ​ລາຍ​ງານ​ຂອງ
ອົງການ Freedom House ຕາມຄຳເວົ້າ​ຜ່ານ​ທາງ Skype ຂອງທ່ານ Nate
Schenkkan ຈາກ New York.

ທ່ານ Nate Schenkkan ຈາກ​ອົງການ Freedom House ກ່າວວ່າ “​ເມື່ອ​ພວກ
​ເຮົາ​ເວົ້າເຖິງຄວາມນິຍົມຂອງ​ປະຊາຊົນ​ໃນ​ພາກ​ກາງ​ຢູ​ໂຣບ, Orban ຈະແມ່ນ
ຊື່ທຳ​ອິດທີ່ ຖືກເອີ່ຍຂຶ້ນມາ. ທ່ານ​ໄດ້​ສ້າງ​ຕົວແບບຂຶ້ນມາ ໃຫ້ພວກ​ສະມາຊິກ​
ປະ​ເທດຕ່າງໆ ​ແມ່ນ​ກະທັ່ງສະຫະພັນ​ຢູ​ໂຣບນຳ ທີ່​ຈະ​ບໍ່ຍອມຮັບເອົາລະບອບ
​ປະຊາທິປະ​ໄຕ.”

ດັ່ງເຊັ່ນຢູ່ໃນປະເທດ ຮົງກຣີ ບ່ອນ​ທີ່​ມີ​ການ​ປະ​ທ້ວງ​ເພື່ອ​ສົ່ງ​ເສີມປະຊາທິປະ​ໄຕ​
ໃນວັນ​ອາທິດ​ທີ່​ຜ່ານ​ມາ​ນີ້ ຜູ້ນຳ​ໂປ​ແລນ ​ກໍ​ໄດ້​ຖືກ​ຕຳນິໂດຍອົງການ Freedom
House ຍ້ອນວ່າ​ຜູ້ກ່ຽວໂຈມ​ຕີ​ສານ​ລັດຖະທຳ​ມະນູນ ​ແລະ​ໝິ່ນປະໝາດລະບົບ​
ກວດກາຄວາມເໝາະສົມຂອງ​ປະ​ເທດ.

ຊາຍຄົນນຶ່ງຖືປ້າຍທີ່ມີຮູບ ນາຍົກລັດຖະມົນຕີ Viktor Orban ທີ່ຂຽນວ່າ "ຂ້າພະເຈົ້າໄດ້ເຮັດຫຍັງລົງໄປອີກແລ້ວ" ໃນຂະນະທີ່ທຳການປະທ້ວງ ໂດຍພັກຝ່າຍຄ້ານ ຕໍ່ຕ້ານນະໂຍບາຍຂອງທ່ານ Orban ກ່ຽວກັບພວກອົບພະຍົບ ໃນ Budapest, ຮົງກຣີ, 2 ຕຸລາ, 2016.
ຊາຍຄົນນຶ່ງຖືປ້າຍທີ່ມີຮູບ ນາຍົກລັດຖະມົນຕີ Viktor Orban ທີ່ຂຽນວ່າ "ຂ້າພະເຈົ້າໄດ້ເຮັດຫຍັງລົງໄປອີກແລ້ວ" ໃນຂະນະທີ່ທຳການປະທ້ວງ ໂດຍພັກຝ່າຍຄ້ານ ຕໍ່ຕ້ານນະໂຍບາຍຂອງທ່ານ Orban ກ່ຽວກັບພວກອົບພະຍົບ ໃນ Budapest, ຮົງກຣີ, 2 ຕຸລາ, 2016.

ສ່ວນວ່າ Russia ​ກໍແມ່ນ​ຈັດ​ຢູ່ເກືອບວ່າຢູ່​ໃນ​ລະດັບ​ຕ່ຳ​ສຸດໃນ​ການ​ສຳ​ຫຼວດດັ່ງກ່າວ
​ເຖິງ​ແມ່ນ​ວ່າ ລາຍ​ງານ​ນີ້ຈະຮັບ​ຮູ້ ວ່າ​ສັງຄົມ​ພົນລະ​ເຮືອນ​ທີ່​ຈະເຣີນໃນ​ລະດັບສູງ​ຈະ​
ຍັງມີສືບ​ຕໍ່ຢູ່​ ​ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ພະຍາຍາມ​ທີ່​ຈະ​ທຳລາຍ​ມັນ ໄປພ້ອມໆ​ກັບ​ບາງ​ສື່
ມວນຊົນທີ່ເປັນອິດ​ສະລະ ກໍຕາມ. ​ແຕ່​ວ່າ ອະດີດ​ເຈົ້າ​ໜ້າ​ທີ່​ທະນາຄານ​ກາງ
ທ່ານ Sergey Aleksashenko ກໍກ່າວ​ປະຕິ​ເສດ ຜ່ານ​ທາງ ທາງ Skype ​ວ່າ
“ພວກ​ເຮົາ​ອາດຈະ​ເວົ້າໄດ້​ວ່າ ພວກເຮົາ​ມີ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັຕ໌ ​ແຕ່​ວ່າ 80 ​
ເປີ​ເຊັນ ຂອງ​ປະຊາຊົນຣັດ​ເຊຍ ຈະໄດ້ຮັບ​ຂ່າວ​ຈາກ​ທາງ​ໂທລະພາບ ​ແລະ​ກໍ​ບໍ່​ມີ​ສະຖານີໂທລະພາບໃດ ທີ່​ບໍ່ຖືກ​ຄວບ​ຄຸມ​ໂດຍ​ລັດຖະບານ. ພວກທ່ານ​ອາດ​ຈະ​
ໂຕ້​ຖຽງ​ວ່າ ມັນ​ມີ​ເສ​ລີ​ພາບບາງ​ຢ່າງຢູ່ ​ແນ່ນອນມັນ​ມີ ​ ແຕ່​ມັນ​ບໍ່​ແມ່ນເສ​ລີ​ພາບ​
ດ້ານຂ່າວສານ​ຂໍ້​ມູນ ​ແລະ​ໃນ​ມຸມ​ມອງສ່ວນ​ຕົວ​ຂອງ​ຂ້າພະເຈົ້າແລ້ວແມ່ນວ່າ ມັນເປັນການຕີລາຄາຜິດຢ່າງ​ແຮງ ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່ໃນຣັດ​ເຊຍ
ເວລານີ້.”

ພວກປະທ້ວງພາກັນອອກເດີນສູ່ຖະໜົນຫົນທາງໃນ Skopje, Macedonia, 3 ເມສາ, 2017.
ພວກປະທ້ວງພາກັນອອກເດີນສູ່ຖະໜົນຫົນທາງໃນ Skopje, Macedonia, 3 ເມສາ, 2017.

ໃນ​ເຂດ Balkans ຄະແນນ​ທາງດ້ານ​ປະຊາທິປະ​ໄຕໃນສີ່ປະເທດ ​ໄດ້​ຫຼຸດ​ຕ່ຳລົງ ​ອັນມີ​
ຮວມທັງ ປະເທດ Macedonia ແລະ Serbia ​ໃນ​ຂະນະ​ທີ່ຄະແນນຂອງ​ສອງ​ປະ​ເທດ ​
ແມ່ນໄດ້​ສູງ​ຂຶ້ນ.

​ໃນ ເຂດ Eurasia ການ​ສຳ​ຫຼວດ​ໄດ້​ເຮັດ​ໃຫ້ ປະເທດ Kyrgyzstan ກັບ​ຄືນ​ໄປຢູ່ໃນ
ລະບອບ​ຜູກຂາດອຳນາດຄືເກົ່າ ໂດຍຈັດໃຫ້ໄປຢູ່ຄືກັນກັບສະໄໝ​ກ່ອນການ​ເລືອກ​ຕັ້ງ​ລັດຖະສະພາ ​ໃນ​ປີ 2011.

ລາຍ​ງານ​ດັ່ງກ່າວເວົ້າ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ​ໃນ ເຂດ Eurasia ໄດ້ຫຼຸດ​ລົງ ​ໃນ 5
ປະ​ເທດຂອງ ຈຳນວນ 12 ປະເທດ​ ແຕ່​ກໍໄດ້​ຕົກຕ່ຳລົງ​ໃໝ່ ​ໃນ ປະເທດ Azerbaijan Turkmenistan ​ແລະ Uzbekistan.

“​ຢູ່ໃນ ປະເທດ Belarus ສິ່ງ​ທີ່​ທ່ານ​ໄດ້ເຫັນໃນ​ປີ 2016 ​ກໍຄື ການ​ສືບ​ຕໍ່ ​ຂອງ​ແນວ
ໂນ້ມຈາກ​ປີ 2015 ​ບ່ອນ​ທີ່​ມີການ​ຜ່ອນຄາຍນ້ອຍ​ນຶ່ງ ດ້ານ​ການ​ຄວບ​ຄຸມ​ທາງ​ການ
​ເມືອງ​ໂດຍ ລະບອບ Lukashenko.”

ໃນຂະນະ​ທີ່​ການ​ສຳ​ຫຼວດບົ່ງ​ຊີ້​ໃຫ້​ເຫັນ ​ວ່າ​ມີ​ດີຂຶ້ນ​ແດ່​ໃນ Belarus ແຕ່ກໍ​ໄດ້​ມີ​ການ
ທັບມ້າງການ​ປະ​ທ້ວງ​ຕາມ​ທ້ອງ​ຖະໜົນ ບ່ອນ​ທີ່​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ຖືກ​
ຈັບ​ກຸມ ​ໂດຍ​ບາງ​ພວກ​ໄດ້​ຖືກແກ່​ລາກ​ອອກ​ໄປ ຫຼື​ບໍ່ ກໍ​ຖືກ​ທຸບ​ຕີ​ໂດຍພວກ​ຕຳຫຼວດ.

ອົງການ Freedom House ເວົ້າວ່າປະເທດ Ukraine, Romania ​ແລະ Kosovo
ຖືກຈັດວ່າ​ເປັນ​ບ່ອນ​ທີ່ດີຂຶ້ນ​ ​ໃນ​ການ​ສຳ​ຫຼວດດັ່ງກ່າວ ​ເພາະວ່າ​ພວມ​ມີ​ການ​ປະຕິ​ຮູບ
​ເກີດ​ຂຶ້ນເທື່ອລະຂັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນພາກັນຮວມຕົວກັນໃນເມືອງ Maladzyechna, Belarus, 10 ມີນາ, 2017.
ພວກຜູ້ຄົນພາກັນຮວມຕົວກັນໃນເມືອງ Maladzyechna, Belarus, 10 ມີນາ, 2017.

XS
SM
MD
LG