ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ເຖົ້າ​ຊາວ ອິ​ສ​ຣາ​ແອ​ລ ທີ່​ຖື​ກ​ປ່ອຍ​ຕົວ ແມ່ນ​ນັກ​ເຄື່ອນ​ໄຫວ​ສັນ​ຕິ​ພາບ, ຜູ້​ທີ​່​ໄດ້​ຊ່ວຍ​ເຫຼືອ​ຊາວ ປາ​ແລັ​ສ​ໄຕ​ນ໌ ທີ່​ເຈັບ​ປ່ວຍ


ນາງ ໂຢ​ເຊ​ເວັດ ລິ​ຟ​ຊິດ​ສ໌ ຜູ້​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ, ກັບ​ຜົວ​ຂອງ​ລາວ​ໃນ​ພາບແຈກ​ຢາຍ​ທ​ີ່​ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ຮັບ​ມາ​ໃນ​ວັນ​ທີ 23 ຕຸ​ລາ 2023. Daniel Lifshitz archive/Handout via Reuters.
ນາງ ໂຢ​ເຊ​ເວັດ ລິ​ຟ​ຊິດ​ສ໌ ຜູ້​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ, ກັບ​ຜົວ​ຂອງ​ລາວ​ໃນ​ພາບແຈກ​ຢາຍ​ທ​ີ່​ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ຮັບ​ມາ​ໃນ​ວັນ​ທີ 23 ຕຸ​ລາ 2023. Daniel Lifshitz archive/Handout via Reuters.

ນາງ ໂຢ​ເຊ​ເວັດ ລິ​ຟ​ຊິດ​ສ, ແມ່​ເຖົ້າ​ຊາວ ອິ​ສ​ຣາ​ແອ​ລ ທີ່ຖືກ​ປ່ອຍ​ຕົວ​ໂດຍ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ວັນ​ຈັນ​ວານນີ້, ແມ່ນ​ນັກ​ເຄື່ອນ​ໄຫວ​ສັນ​ຕິ​ພາບ​ຜູ້​ທີ່​ລາວ ແລະ ຜົວ​ຂອງ​ລາວ ​ໄດ້​ຊ່ວຍ​ເຫຼືອ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່ເຈັບ​ປ່ວຍ​ໃນ​ເຂດ​ກາ​ຊາ ໄປ​ໂຮງ​ໝໍ​ເປັນ​ເວ​ລາຫຼາຍ​ປີ, ຫຼານ​ຊາຍ​ຂອງ​ລາວ ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ.

ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌ ໄດ້​ກ່າວ​ວ່າ​ ພວກ​ເຂົາ​ໄດ້​ປ່ອຍ​ຕົວ​ນ​າງ ລິ​ຟ​ຊິ​ດ​ສ໌ ອາ​ຍຸ 85 ປີ, ແລະ ແມ່​ຍິງ​ຄົນ​ທີ​ສອງ, ນາງ ນູ​ຣິດ ຄູ​ເປີ, ອາ​ຍຸ 79 ປີ, ຍ້ອນສຸ​ຂະ​ພາບຜູ້ກ່ຽວ, ຫຼັງ​ຈາກ​ທີ່ໄດ້​ຈັບ​ເຂົາ​ເຈົ້າ ແລະ ຄົນ​ອື່ນໆຫຼາຍກວ່າ 200 ຄົນ​ເປັນ​ຕົວ​ປະ​ກັນ ​ໃນ​ລະ​ຫວ່າງ​ການ​ຍິງ​ໂຈມ​ຕີ​ເມື່ອ​ວັນ​ທີ 7 ຕຸ​ລາ​ໃນ ອິ​ສ​ຣາ​ແອ​ລ ເຊິ່ງ​ພວກ​ຫົວ​ຮຸນ​ແຮງ​ໄດ້​ຂ້າຊາວອິສຣາແອລ 1,400 ຄົນ.

ນາງ ລິ​ຟ​ຊິດ​ສ໌ ແລະ ຜົວ​ຂອງ​ລາວ​ອາ​ຍຸ 85 ປີ, ທ່ານ ໂອ​ເດັດ, ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ​ຢູ່ ເນີ ອ​ອ​ສ ຄິບ​ບຸດ​ສ໌, ໃກ້​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ ກາ​ຊາ ທາງ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ, ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ແລງວັນ​ຈັນ​ວານນີ້. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າທ່ານ ໂອ​ເດັດ ຍັງ​ຖືກ​ຈັບ​ຢູ່.

ທ້າວ​ ແດ​ນຽ​ລ ລິ​ຟ​ຊິດ​ສ໌ ຜູ້​ເປັນຫຼານ​ຊາຍ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣ​ອຍ​ເຕີ ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີບ ກ່ອນ​ການ​ປ່ອຍ​ຕົວ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ “ພວກ​ເພິ່ນ​ແມ່ນ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ມະ​ນຸດ, ນັກ​ເຄື່ອນ​ໄຫວ​ເພື່ອ​ສັນ​ຕິ​ພາ​ບ​ສຳ​ລັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ.”

ລາວ​ໄດ້​ກ່າວ​ຕື່ມ​ວ່າ “ເປັນ​ເວ​ລາ​ດົນ​ກວ່ານຶ່ງ​ທົດ​ສະ​ວັດ, ພວກ​ເພິ່ນ​ໄດ້​ເອົາ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ເຈັບ​ປ່ວຍ​ຈາກ​ເຂດ​ກາ​ຊາ, ບໍ່​ແມ່ນ​ເຂດ ເວັ​ສ​ແບັ້ງ, ຈາກ​ເຂດ​ກາ​ຊາ​ທຸກ​ອາ​ທິດ​ຈາກ​ເຂດ​ຊາຍ​ແດນ ເອ​ເຣ​ສ໌ ໄປ​ໂຮງ​ໝໍ​ໃນ ອິ​ສ​ຣາ​ແອ​ລ ເພື່ອ​ຮັບ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ເຂົາ​ເຈົ້າ, ສຳ​ລັບ​ໂຣກ​ມະ​ເຮັງ, ສຳ​ລັບ​ທຸກ​ຢ່າງ.”

XS
SM
MD
LG