ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ກູ່ມກະບົດ FAS ຈະບໍ່ປະຕິບັດ ຕາມແຜນການຢຸດຍິງ ໃນຊີເຣຍ


ຮູບພາບຂອງ ພັນເອກ Qassim Saadeddine ທະຫານກຸ່ມກະບົດ Free Syrian Army ຫລື FAS ກ່າວວ່າຕົນຈະບໍ່ປະຕິບັດຕາມຂໍ້ຜູກມັດ ຂອງແຜນການຢຸດຍິງ ທີ່ສະຫະປະຊາຊາດໜູນຫລັງນັ້ນ ຕໍ່ໄປອີກແລ້ວ.

ກູ່​ມກ​ະບົດທີ່​ມີ​ຊື່ Free Syrian Army ຫລື FAS ກ່າວ​ວ່າ​ ຕົນຈະ​ບໍ່​ປະຕິບັດ​ຕາ​ມ
ຂໍ້​ຜູກ​ມັດ ຂອງ​ແຜນການຢຸດ​ຍິງ​ທີ່ສະຫະ​ປະຊາ​ຊາ​ດໜຸນ​ຫລັງ​ນັ້ນ​ຕໍ່​ໄປ​ອີກ​ແລ້ວ
​ໃນ​ຂະນະ​ທີ່ກໍາລັງ​ຈະ​ມີ​ການ​ດໍາ​ເນີນ​ການ​ທູດ​ກັນ​ຄືນ​ໃໝ່​ອີກ​ໃນອາທິດ​ນີ້ ​ເພື່ອ​ຊຸກຍູ້
​ສົ່ງ​ເສີມຄວາມ​ພະຍາຍາມຂອງ​ນາໆ​ຊາດ ທີ່ຈະ​ຍຸດຕິ​ການ​ຂັດ​ແຍ້​ງກັນ ທີ່ນອງ​ເລືອດ
ໃນຊີ​ເຣຍນັ້ນ​.

​ໂຄສົກຝ່າຍກະບົດ​ ທ່ານ Sami al-Kurdi ​ໄດ້ກ່າວຕໍ່ອົງກາ​ນຂ່າວຣອຍ​ເຕີ ​ໃນ​ວັນ
​ຈັນ​ວານ​ນີ້ວ່າ ກຸ່ມ FAS ​ໄດ້ “ຕັດ​ສິນ​ໃຈຍົກ​ເລີກ​ຄວາມ​ໝາຍ​ໝັ້ນ​ຂອງ​ຕົນຕໍ່​ແຜນ
ການ​ດັ່ງກ່າວ​ແລ້ວ” ​ແລະ​ໄດ້​ເລີ້​ມກັບໄປປະຕິບັດການ​ບຸກ​ໂຈມ​ຕີ​ຄືນໃໝ່​ແລ້ວ “​ເພື່ອ
ປົກ​ປ້ອງປະຊາຊົນ​ຂອງ​ພວກ​ເຮົາ.”

ອົງການ​ສັງ​ເກດ​ການ​ດ້ານ​ສິດ​ທິມະນຸດຊີ​ເຣຍ ທີ່ຕັ້ງ​ຢູ່​ໃນອັງກິດ ກ່າວ​ວ່າ ທະ​ຫານ
​ຂອງ​ຝ່າຍລັດຖະບານ ຢ່າງ​ໜ້ອຍ 80 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ສອງ​ສາມ​ມື້​ທີ່​ຜ່ານ​ມາ
ເວລາພວກ​ກະບົດເພີ່ມ​ທະວີ​ການ​ໂຈມ​ຕີ​ຢ່າງ​ໜັກໜ່ວງ​ຂຶ້​ນ ​ຕໍ່​ດ່ານ​ກວດ​ຂອງ​ລັດ
ຖະບານຫລາຍໆ​ບ່ອນ. ສື່​ຂອງ​ລັດຖະບານ​ຊີ​ເຣຍ ຍັງ​ບໍ່​ທັນໄດ້​ຮັບ​ຮູ້ໂຕ​ເລກການ
ບາດ​ເຈັບລົ້ມ​ຕາຍທີ່​ວ່າ​ນີ້​ເທື່ອ ​ແລະກໍ​ບໍ່​ມີ​ການ​ຍັ້ງ​ຢືນຈາກແຫ​ລ່ງຂ່າວ​ອິດ​ສະລະ.

ຜູ້​ໄກ່​ເກ່ຍບັນຫາ​ຊີ​ເຣຍ ຫລືທູດ​ພິ​ເສດນາໆ​ຊາດ​ ທ່ານ Kofi Annan ​ມີ​ກໍານົດ​ຈະ
ລາຍ​ງານຕໍ່ ສະພາ​ຄວາມ​ໝັ້ນ​ຄົງ​ຂອງອົງການ​ສະ​ຫະປະຊາ​ຊາດ ​ໃນ​ວັນ​ພະຫັດນີ້
ທີ່​ນະ​ຄອນ​ນີວຢອກ ​ແລະຕໍ່​ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ
Hillary Clinton ​ໃນ​ວັນ​ສຸກ ​ທີ່ນະຄອນຫລວງວໍ​ຊິງ​ຕັນ. ​ໃນ​ວັນ​ຈັນວານ​ນີ້ ທ່ານ
Annan ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ປະ​ເທດ​ມະຫາ​ອໍານາດ ຈົ່ງ​ຄໍ້າປະກັນ​ໃຫ້ແຜນສັນ
ຕິ​ພາບຂອງ​ທ່ານ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຈາກທັງສອງກໍ້າ​ສອງ​ຝ່າຍໃນ​ຊີ​ເຣຍນັ້ນ
ຍ້ອນ​ວ່າ ​ມັນ​ຍັງ​ຄົງເປັນ “​ທາງ​ເລືອກ​ທາງ​ດຽວ​ຢູ່​ໜ້າ​ໂຕະ” ​ໃນ​ເວລາ​ນີ້.

ຣັດ​ເຊຍ ​ໄດ້​ຂັດ​ຂວາງຄວາມ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່ຈະ​ລົງມະຕິ​
ປະນາມ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ແລະ​ກົດ​ດັນ ໃຫ້​ທ່ານ
​ອອກ​ຈາກ​ອໍານາດນັ້ນ.

ການ​ປະ​ຊຸ​ມສຸດ​ຍອດລະຫວ່າງ​ສະຫະພາບຢູ​ໂຣບ ກັບປະທານາທິບໍດີ Vlamir Putin
ແຫ່ງຣັດເຊຍ ບໍ່​ໄດ້​ບັນລຸ​ຜົນໃນ​ການ​ແກ້​ໄຂຄວາມເຫັນແຕກ​ຕ່າງກັນ​ກກ່ຽວ​ກັບ​ວ່າ
​ຈະ​ຈັດການ​ແນວ​ໃດ​ກັບ ບັນຫາຂັດ​ແຍ້​ງ​ໃນ​ຊີ​ເຣຍ ທີ່​ມີມາ​ເປັນ​ເວລາ​ຍາວ​ນານ​ເຖິງ 15 ​
ເດືອນ​ແລ້ວ​ນັ້ນ. ​ໃນ​ຕອນກ່າວ​ຢູ່ທີ່​ກອງ​ປະ​ຊຸມສຸດ​ຍອດ​ທີ່ນະຄອນ St Petesburg ນັ້ນ
ປະທານ​ສະພາ​ຢູ​ໂຣບ ທ່ານ Herman Van Rompuy ກ່າວ​ວ່າ ຜູ້​ນໍາ​ຂອງຣັດ​ເຊຍ ​ແລະ
ກຸ່​ມອີ​ຢູ ທີ່​ມີ 27 ປະ​ເທດສະມາຊິກ​ນັ້ນ ມີ “ການ​ຕີ​ລາຄາ​ທີ່ແຕກ​ຕ່າງ​ກັນ” ກ່ຽວກັບ​ຊີ​ເຣຍ.

XS
SM
MD
LG