ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ແລກ​ປ່ຽນ ຄວາມ​ຄິດ​ຄວາມ​ເຫັນ ຢ່າງ​ເສ​ລີ ​ບໍ່​ມີ ຢູ່​ທີ່ກອງປະ​ຊຸມ ປະ​ຈຳ​ປີ ຂອງ ​ສະ​ພາ​ຈີນ


ພາບກອງ​ປະ​ຊຸມ ສະ​ພາ​ທີ່​ປຶກ​ສາ​ທາງ​ດ້ານ​ການ​ເມືອງ ຂອງ​ປະ​ຊາ​ຊົນ​ຈີນ ຫຼື CPPCC ທີ່​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ. (13 ມີ​ນາ 2019)
ພາບກອງ​ປະ​ຊຸມ ສະ​ພາ​ທີ່​ປຶກ​ສາ​ທາງ​ດ້ານ​ການ​ເມືອງ ຂອງ​ປະ​ຊາ​ຊົນ​ຈີນ ຫຼື CPPCC ທີ່​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ. (13 ມີ​ນາ 2019)

ການ​ປະ​ຊຸມ​ປະ​ຈຳ​ປີຂອງສອງ​ສະ​ພາ ຄືສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຂອງ​ຈີນແລະ ​ສະ​ພາທີ່​ໃຫ້​ຄຳ​ປຶກ​ສາ​ສູງ​ສຸດ​ທາງ​ດ້ານ​ການ​ເມືອງ​ໄດ້​ອັດ​ການ​ສົນ​ທະ​ນາ​ຫາ​ລື​ເປັນເວ​ລາ​ສອງ​ອາ​ທິດໃນ​ວັນ​ສຸກວານນີ້ ຊຶ່ງພາ​ໃຫ້​ພວກ​ນັກ​ສັງ​ເກດ​ການ ບໍ່​ມີ​ເຫດ​ຜົນ​ໃດໆ​ທີ່ຈະເຊື່ອ​ວ່າ ບັນ​ຫາ​ທີ່​ສຳ​ຄັນໆ​ທາງ​ດ້ານ​ການ​ເມືອງ ໄດ້​ມີ​ການ​ອະ​ພິ​ປາຍ​ກັນ​ຢ່າງກວ້າງ​ຂວາງ.

ແຕ່​ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ພວກ​ເຂົາ​ເຈົ້າ​ກ່​າ​ວ​ວ່າ ຄະ​ນະ​ຜູ້​ແທນ ​ເກືອບ 3000 ຄົນ ​ຊຶ່ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ຫຼື NPC ແລະ​ສະ​ພາ​ທີ່​ປຶກ​ສາທາງ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ຈີນ​ຫຼື CPPCC ​ເຮັດ​ໃຫ້​ກຸ່ມ​ດັ່ງ​ກ່າວ​ມີ​ເຊື່ອ​ໝັ້ນ​ໜ້ອຍ​ລົງ ໃນ​ການ​ທີ່​ຈະ​ທ້າ​ທາຍ​ຕໍ່​ເຈົ້າ​ໜ້າ​ທີ່.

ທ່ານ Steve Tsang ຜູ້​ອຳ​ນວຍ​ການ ​ສະ​ຖາ​ບັນ​ຈີນ ຢູ່ທີ່​ມະ​ຫາ​ວິ​ທະ​ຍາ​ໄລ SOAS ​ໃນ​ນະ​ຄອນ​ລອນດອນ ກ່າວ​ວ່າ “ເປັນ​ທີ່​ຈະ​ແຈ້ງ ທ່ານ​ສີ ຈິ້ນ​ຜິງ ໄດ້ຮັບ​ຄວາ​ມ​ກົນ​ດັນ ແລະ​ແນ່​ນ່ອນ​ທ່ານ​ພວມ​ຖືກ​ກົດ​ດັນ ຮູ້​ສຶກ​ຂ້ອນ​ຂ້າງ​ຕົກ​ຢູ່​ໃນສະ​ພາບ​ທີ່​ບໍ່​ໝັ້ນ​ຄົງ​ປານ​ໃດ ບໍ່​ແມ່ນ​ແບບ​ໜ້າ​ຢ້ານ ແຕ່​ຂ້ອນ​ຂ້າງ​ທີ່​ບໍ່​ໝັ້ນ​ຄົງ. ທ່ານ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ໃດ​ກໍ​ຕາມ ກ່າວ​ໃນ​ສິ່ງ​ໃດ​ສິ່ງ​ນຶ່ງ ແລະ​ແມ່ນ​ໃຜຈະ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ທ່ານ Tsang ກ່າວ​ຕື່ມວ່າ ການ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສອງ​ສະ​ພາ ໃນ​ປີນີ້ ແມ່ນ​ເຕັມ​ໄປ​ດ້ວຍ “ຄວາມ​ໜ້າ​ເບື່ອ​ແລະ​ບໍ່ມີ​ຫຍັງ​ຕື່ນ​ເຕັ້ນ​” ດັ່ງ​ທີ່​ທ່ານ​ໄດ້​ຄາດ​ຄະ​ເນ​ໄວ້.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່​າ ເລ​ຂາ​ທິ​ການ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ 491 ຂໍ້ ​ການ​ນຳ​ສະ​ເໜີຮ່າງ​ກົດ​ໝາຍ 487 ສະ​ບັບ ແລະລະ​ບຽບ​ການ 4 ສະ​ບັບ ທີ່​ຈະ​ຍື່ນ​ອົງ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG