ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກເຄາະຮ້າຍ ຈາກການຖືກສໍ້ໂກງ ໂດຍນັກລົງທຶນບໍ່ດີ ໝົດຫວັງ ທີ່ຈະໄດ້ເງິນຄືນ


ບໍລິສັດນ້ຳດື່ມລາວພີເອສ
ບໍລິສັດນ້ຳດື່ມລາວພີເອສ

ທ້າມກາງການລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ນັ້ນ ຜູ້ຮັບເຄາະຮ້າຍ ຫລາຍກວ່າ 237,700 ຄົນ ທີ່ຖືກນັກລົງທຶນ ປໍເຮີ ແລະ ນາງສຸກນາລີ, ປະທານ ບໍລິສັດ ພີເອສ (PS) ຫລອກເອົາເງິນໄປນັ້ນ ຍິ່ງມີຄວາມໝົດຫວັງ ທີ່ຈະໄດ້ຮັບການຊົດເຊີຍຜົນເສຍຫາຍ ເຖິງແມ່ນວ່າ ຈະມີການຕັດສິນວ່າພວກກ່ຽວກະທໍາຜິດ ແຕ່ເດືອນພະຈິກປີ 2018 ມາ ແລະໃຫ້ຊົດໃຊ້ເງິນແກ່ເຂົາ ເຈົ້າ ຊຶ່ງລວມທັງໝົດເປັນ 10 ຕື້ກວ່າ ກີບຫລືປະມານ 1 ລ້ານ 1 ແສນກວ່າໂດລາກໍຕາມ. ລາຍລະອຽດ ຈະເປັນຢ່າງໃດນັ້ນ ນັກຂ່າວຂອງເຮົາມີລາຍງານ ຊຶ່ງໄພສານ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເປັນເວລາໄດ້ 1 ປີກວ່າມາແລ້ວ ທີ່ຄະດີໃຫຍ່ລະດັບປະເທດ ຕໍ່ບໍລິສັດ ພີເອັສ (PS) ຖືກຕັດສິນໂດຍສານປະຊາຊົນນະຄອນຫຼວງວຽງຈັນວ່າ ທ່ານປໍເຮີ, ເຊື້ອ ສາຍມົ້ງແລະນາງສຸກນາລີ, ເຊື້ອສາຍລາວ, ປະທານບໍລິສັດດັ່ງກ່າວພ້ອມດ້ວຍ ພັກພວກໃນບໍລິສັດ 12 ຄົນ ຖືກຕັດສິນຈໍາຄຸກ ແລະໃຫ້ຊົດໃຊ້ເງິນຄືນ ໃນຈໍານວນທັງໝົດ ຕົກເປັນຫລາຍກວ່າ 10 ຕື້ກີບ ຫລືປະມານ 1 ລ້ານ 1 ແສນ ກວ່າໂດລາ ໃຫ້ແກ່ພວກທີ່ຖືກຫລອກລວງເອົາເງິນໄປລົງທຶນ ໂດຍສະເໜີໃຫ້ອັດຕາດອກເບ້ຍສູງກວ່າທະນາຄານແລ້ວບໍ່ຈ່າຍເງິນໃຫ້ເຂົາເຈົ້າເມື່ອລູກຄ້າທວງເງິນຄືນຕາມກໍານົດ. ສະພາບການນີ້ໄດ້ສ້າງບັນຫາອັນໜັກໜ່ວງຕໍ່ປະຊາຊົນຫລາຍກວ່າ 237,700 ຄົນ ທີ່ຕົກເປັນເຫຍື່ອຂອງການສໍ້ໂກງນີ້. ນຶ່ງໃນນັ້ນກໍຄືປະຊາຊົນຜູ້ໜຶ່ງ ໃນເຂດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ໄດ້ເອົາເງິນໄປໃຫ້ບໍລິສັດພີເອສນີ້ ປະມານ 100 ປາຍລ້ານກີບ ຊຶ່ງທ່ານເວົ້າດ້ວຍຄວາມໝົດຫວັງ ແລະສົມທຽບກໍລະນີນີ້ໃສ່ກັບຄະດີຂອງບໍລິສັດແມັກກີທີ່ເປັນຄະດີທີ່ສໍ້ໂກງ ຊັບພົນລະເມືອງຂະໜາດໃຫຍ່ ລະດັບຊາດອີກອັນນຶ່ງນັ້ນວ່າ:

ບໍລິເວນທາງນອກ ຂອງບໍລິສັດພີິເອສ
ບໍລິເວນທາງນອກ ຂອງບໍລິສັດພີິເອສ


“ບໍ່ໄດ້ ຕາຍແລ້ວ ຕັດສິນກະຕັດສິນມະຍຸມະຍະຫັ້ນລະ ຕອນຕັດສິນເທື່ອດຽວກະມິດໄປເລີຍ. ມີແຕ່ປະໃຫ້ນ້ອງເມຍ, ສ່ວນນ້ອງບໍ່ໄດ້ຕິດຕາມແລ້ວ, ໂອຍບໍ່ໄດ້ ບໍ່ໄດ້ ມັນຄືກັນຫັ້ນລະມັນເງິນໝົດຄືກັນຫັ້ນລະຄືກັນກັບແມ໊ກກີຫັ້ນລະ ມັນເງິນໝົດ ອັນນັ້ນກະໝູນເງິນຄືກັນ ເງິນໝົດກະສະຫຼາຍໄປ ຂອງມັນຄືກັນກັບ ແມັກກີ້ຫັ້ນລະ ບໍ່ບໍ່ມິດຈີ່ລີ່ ແລະເຂົາຕັດສິນລະກະແລ້ວ, ເອີເອີມັນຍັງຢູ່ລາວອື ແມ່ນບໍ່ໄດ້ຫຍັງ ບໍ່ໄດ້ຫຍັງ ບໍ່ຖ້າຄອງດອກ ອືອືຫາແນວໃໝ່ ບໍ່ຖ້າຄອງດອກ.”

ສ່ວນຝ່າຍເຈົ້າໜ້າທີ່ຂະແໜງຍຸຕິທໍານັ້ນ ກັບບອກກວ່າ ຍັງມີຄວາມຫວັງຢູ່ ທີ່ຜູ້ໄດ້ຮັບເຄາະຮ້າຍຈະໄດ້ຮັບການຊົດເຊີຍຄ່າເສຍຫາຍຂອງເຂົາເຈົ້າ. ບໍລິສັດພີເອສ ໄດ້ຮັບອະນຸຍາດລົງທຶນໃນການຕັ້ງບໍລິສັດນໍ້າດື່ມລາວ ແລະປູກພືດປອດສານພິດ ໂດຍໄດ້ຮັບສໍາປະທານທີ່ດິນ ກວ້າງ 41 ເຮັກຕາໃນເຂດບ້ານນາບົງ ຈາກກະຊວງການເງິນຂອງລາວ.

ບໍລິເວນດ້ານຫລັງ ຂອງບໍລິສັດພີເອສ
ບໍລິເວນດ້ານຫລັງ ຂອງບໍລິສັດພີເອສ

ບໍລິສັດດັ່ງກ່າວໄດ້ລະດົມທຶນຈາກປະຊາຊົນ ໂດຍສະເໜີໃຫ້ດອກເບ້ຍສູງກວ່າ ທະນາຄານທົ່ວໄປ ແຕ່ວ່າ ຕົກມາໃນປີ 2014 ກໍເລີ້ມມີບັນຫາໃນການຈ່າຍດອກເບ້ຍ ແລະຕົ້ນທຶນໃຫ້ແກ່ຜູ້ໃຫ້ກູ້ຕາມສັນຍາ. ຕໍ່ມາໃນທ້າຍປີ 2017 ທ່ານປໍເຮີ ແລະນາງສຸກນາລີ ພ້ອມພັກພວກ ທີ່ກ່າວມາຂ້າງເທິງນັ້ນ ກໍໄດ້ຖືກຈັບ ແລະຖືກຕັດສິນໂທດ ໃຫ້ພວກກ່ຽວຕິດຄຸກ ແລະຊົດເຊີຍຄ່າເສຍຫາຍດັ່ງກ່າວໃນ 1 ປີຕໍ່ມາ. ຕາມການບອກເລົ່າຂອງເຈົ້າໜ້າທີ່ຂັ້ນສູງ ຂອງພະແນກຄວບຄຸມຄະດີຂອງລັດ ໃນນະຄອນຫລວງວຽງຈັນທີ່ເປີດເຜີຍໃຫ້ວີໂອເອຟັງກໍຄືຄະດີດັ່ງກ່າວ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ຍ້ອນມີການອຸທອນ ຄືນໄປຫາສານປະຊາຊົນເຂດພາກກາງ ກໍຄືສານອຸທອນຂັ້ນສຸດທ້າຍ ສໍາລັບບັນດາແຂວງ ໃນເຂດພາກກາງຂອງລາວ ຂອງຜູ້ໄດ້ຮັບເຄາະຮ້າຍຫລາຍຄົນທີ່ຄິດວ່າ ຕົນບໍ່ໄດ້ຮັບຄວາມເປັນ ທໍາ ຢູ່ໃນການຕັດສິນ ກ່ຽວກັບເງິນຊົດເຊີຍ ຄ່າເສຍຫາຍຂອງເຂົາເຈົ້ານັ້ນ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

“ຄະດີພີເອສ ຕັດສິນແລ້ວ ມີລູກຄ້າຂອງພີເອສຈໍານວນໜຶ່ງບໍ່ພໍໃຈ ແມ່ນເຫັນອຸ ທອນຕໍ່ໄປຢູ່ສານພາກກາງເຂດບ້ານເມືອງນ້ອຍຊຽງດາພຸ້ນ. ບໍລິສັດ PS ສ້າງ ຕັ້ງຂຶ້ນ ໃນປີ 2012 ແລະເລີ້ມມີບັນຫາ ໃນທ້າຍປີ 2014 ຫາ 2015 ແລະມີບັນດາລູກຄ້າເລີ້ມປະທ້ວງ ໃນປີ 2015-2017 ແລະ 2018. ໂດຍລວມແລ້ວ ກະເຫັນວ່າຍັງພໍມີຄວາມຫວັງຢູ່ ເພາະຕອນນີ້ແມ່ນພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂ ກະນໍາສະເໜີຂຶ້ນ ສະພາແຫ່ງຊາດຢູ່. ສ່ວນພວກທີ່ຖືກຈັບ ກະຍັງຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ຫັ້ນລະ.”

ສະຫລຸບແລ້ວ ປະຊາຊົນລາວຫລາຍກວ່າ 230 ພັນ 700 ຄົນຕົກເປັນຜູ້ໄດ້ຮັບເຄາະຮ້າຍ ຈາກການຖືກສໍ້ໂກງເງິນ ໂດຍນັກລົງທຶນທີ່ບໍ່ດີ ໃນຄະດີຂອງບໍລິສັດພີເອັສນີ້ ເຫັນວ່າທ້າມກາງສະພາບຫຍຸ້ງຍາກຍ້ອນຜົນກະທົບຂອງການລະບາດ ພະຍາດໂຄວິດ-19 ນີ້ ແມ່ນບໍ່ມີຄວາມຫວັງຫຍັງຫລາຍ ທີ່ຈະໄດ້ເງິນຄືນ ເຖິງ ແມ່ນວ່າຄະດີດັ່ງກ່າວ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ແລະລໍຖ້າການຕັດສິນ ຈາກ ສານສໍາລັບເຂດພາກກາງຂອງລາວ ກໍຄືສານອຸທອນຂັ້ນສຸດທ້າຍ ຢູ່ກໍຕາມ.

PS Company
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG