ສະຫະລັດ ອາຣັບເອເມີເຣັສ ໄດ້ຕ້ອນຮັບພະສັນຕະປາປາ ແຟຣນຊິສ ດ້ວຍພິທີ ໃນ
ວັນຈັນມື້ນີ້ ໃນຖານະເປັນຜູ້ນຳໂລກຂອງສາສໜາໂຣມັນຄາໂທລິກ ທີ່ໄດ້ເດີນທາງ
ປະພາດເປັນເທື່ອທຳອິດທີ່ບໍ່ມີມາກ່ອນ ໂດຍພະສັນຕະປາປາຢູ່ແຫຼມອາຣາເບຍ.
ຮ່ວມຢູ່ໃນການຕ້ອນຮັບພະສັນຕະປາປາ ຢູ່ທີ່ທຳນຽບປະທານາທິບໍດີ ກໍໄດ້ມີອົງມົງ
ກຸດອາບູ ດາບີ ເຈົ້າຟ້າຊາຍເຊກສ໌ ໂມຮຳເມັດ ບິນ ຊາອິດ ອາລ ນາຢານ.
ພະສັນຕະປາປາແຟຣນຊິສ ແລະເຊກສ໌ ອາສຊາເມັດ ແອລ-ຕາເຢບ ອີມາມໃຫຍ່
ຂອງອີຢິບ ອາລ-ອາສຮາຣ ທີ່ສຶບທອດບັນລັງມາເປັນເວລາ 1,000 ປີ ຂອງສາສໜາ
ຊຸນນີອິສລາມ ມີກຳນົດຈະກ່າວຄຳປາໄສໃນວັນຈັນມື້ນີ້ ຢູ່ “ກອງປະຊຸມພະລາດອນ
ພາບມະນຸດສະທຳ.” ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວກໍຈະມີຊາວມຸສລິມ ຊາວຄຣິສ
ຕຽນ ແລະຊາວຢີວຫຼາຍຮ້ອຍຄົນ ຊາວຮິນດູ ຊາວພຸດ ແລະບັນດາຜູ້ນຳສາສໜາອື່ນໆ.
ກອງປະຊຸມ ແລະການປາກົດໂຕຂອງພະສັນຕະປະປາ ເປັນພາກສ່ວນທັງໝົດໃນ ການຜ່ອນສັ້ນຜ່ອນຍາວຂອງອີເມີເຣັສ ທັງເພື່ອສະແດງໃຫ້ເຫັນເຖິງການເປີດກວ້າງ
ແກ່ຄວາມເຊື່ອຖືຂອງສາສະໜາອື່ນໆ.
ທ່ານມາຣໂກ ອິມປາກລິອາສໂຊ ປະທານປະຊາຄົມ ແຊນຕ໌ອີກີດີໂອ ທີ່ເປັນຫ້ອງ
ການຈັດຕັ້ງຄາໂທລິກ ກ່າວຕໍ່ອົງການຂ່າວເອພີວ່າ “ນີ້ເປັນແນວທາງໃໝ່ສຳລັບໂລກ
ມຸສລິມ ທີ່ພາຍໃນການໂອ້ລົມສົນທະນາກັນ ພວກເພິ່ນໄດ້ເວົ້າເຖິງການເຊື່ອມໂຍງ
ສາສະໜາທົ່ວໄປເຂົ້າຫາກັນນອກເໜືອໄປຈາກພື້ນຖານຄວາມສຳພັນ
ຄຣິສ-ມຸສລິມ.”
ໃນວັນອັງຄານມື້ອື່ນ ພະສັນຕະປະປາຈະຈັດໃຫ້ມີການສູດມົນໃຫຍ່ ຢູ່ໃນນະຄອນ
ອາບູ ດາບີ ກ່ອນເດີນທາງກັບສູ່ນະຄອນຫຼວງໂຣມ.
ໂບດຄາໂທລິກເຊື່ອວ່າ ມີຊາວຄາໂທລິກຫຼາຍເຖິງນຶ່ງລ້ານຄົນຢູ່ໃນ ສະຫະລາດຊະ
ອານາຈັກອີເມີເຣັສ ຊຶ່ງສ່ວນໃຫຍ່ແມ່ນມາຈາກຟິລິບປິນ ແລະອິນເດຍ ແລະໄດ້ປ່ອຍ
ຄອບຄົວໄວ້ຢູ່ເບື້ອງຫຼັງເພື່ອມາເຮັດວຽກຢູ່ອີເມີເຣັສ ບ່ອນທີ່ເຂົາເຈົ້າໄດ້ມາປະເຊີນ
ໜ້າຄວາມບໍ່ແນ່ນອນຂອງສະພາບວຽກງານ.