ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ ອົງໃໝ່ ຮຽກຮ້ອງໃຫ້ ປົກປ້ອງ ເດັກນ້ອຍ ແລະຜູ້ເຖົ້າ (ສະໄລດ໌/ວີດີໂອ)


ພະສັນຕະປາປາ Francis ໂບກມີແກ່ຝູງຊົນ ໃນຂະນະທີ່ພະອົງ ມາເຖິງຈະຕຸລັດ ​ເຊ​ນ Peter ​ໃນ​ກຸງ Vatican.
ພະສັນຕະປາປາ Francis ໂບກມີແກ່ຝູງຊົນ ໃນຂະນະທີ່ພະອົງ ມາເຖິງຈະຕຸລັດ ​ເຊ​ນ Peter ​ໃນ​ກຸງ Vatican.
ພະ​ສັນຕະ​ປາ​ປາ ​Francis ທີ່ຫາ​ກໍໄດ້​ຮັບ​ການ​ແຕ່ງຕັ້ງ​ໃໝ່ ຊົງ​
ຮຽກ ຮ້ອງ​ໃຫ້ພວກ​ທີ່​ເຫຼື້ອມ​ໃສ ​ໃນ​ສາສະໜາ ຈົ່ງ​ພາກັນ​ປົກ​ປ້ອງ
​ຄຸ້ມ​ຄອງ​ພວກເດັກນ້ອຍແລະ​ຜູ້ເຖົ້າ ພ້ອມ​ທັງ​ສາສະໜາ ​ແລະ​ສິ່ງ
ທີ່​ມີ​ຊີວິດອື່ນໆ​ ຢູ່​ໃນ​ພິທີ​ເທດ​ສະໜາ​ເນື່ອງ​ໃນ​ໂອກາດ​ເຂົ້າຮັບ​ຕໍາ​
ແໜ່​ງຢ່າງ​ເປັນ​ທາງ ການ ທີ່ຈະຕຸ​ລັດ​ເຊ​ນ Peter ​ໃນ​ກຸງ Vatican.

ພະ​ສັນຕະ​ປາ​ປາ Francis ​ຊົງ​ເທດ​ສະໜາ​ເປັນ​ພາສາອີ​ຕາ​ລີ ​ໃນ​
ວັນ​ອັງຄານ​ມື້​ນີ້ ​ພາຍ​ໃຕ້​ທ້ອງຟ້າ​ອັນ​ຂຽວງາມ ​ຕໍ່ໜ້າຝູງ​ຊົນ​ທີ່ເຂົ້າ
ຮ່ວມ​ປະມານ 150,000 ຄົນ ​ຮວມ​ທັງ​ບັນດາ​ຜູ້​ນໍາ​ການ​ເມືອງ​ຈາກ
130 ປະ​ເທດ ​ແລະ​ຜູ້​ຕາງໜ້າ​ຈາກ​ສາສະໜາ​ຕ່າງໆ.

ຮວມ​ຢູ່​ໃນ​ບັນດາ​ແຂກຜູ້ມີ​ກຽດ​ຂັ້ນ​ສູງນັ້ນ ກໍ​ມີ​ຜູ້​ນໍາ​ຂອງສາສະ
ໜາຄຣິສ ຕຽນ​ນິກາຍອອກ​ໂທ​ດັອກຂອງ​ໂລກ ພະ​ອາ​ຈານ
Bartholomew ຊຶ່ງ ເປັນພະສັງຄະ​ລາດອົງ​ທຳ​ອິດ ຂອງ​ສາສະ
ໜາ​ອອກ​ໂທ​ດັອກທີ່​ນະຄອນ Istanbul ທີ່ເຂົ້າຮ່ວມ​ເປັນ​ພິຍານ​
ຫລັກ​ຖານ ​ໃນພິທີເຂົ້າຮັບ​ຕໍາ​ແໜ່​ງ ພະ​ສັນ​ຕະປາປາ ນັບ​ຕັ້ງ​ແຕ່​
ທັງ​ສອງ​ນິກາຍ​ຂອງ​ສາສະໜາຄຣິສຕຽນ ໄດ້​ແຍກ​ອອກ​ຈາກ​ກັນ
ເກືອບ 1000 ປີ​ມາ​ແລ້ວນັ້ນ.


​ໃນ​ຕອນ​ເຊົ້າ​ຂອງ​ວັນອັງຄານມື້ນີ້ ພະ​ສັນ​ຕະປາປາ Francis ​ຊົງ​ຢືນ​ຢູ່​ເທິງລົດ​ເປີດ​ຫລັງຄາ ແລ່ນເລາະ​ໄປ​ຕາມບໍລິ​ເວນ​ຕ່າງໆ​ທີ່ຈະຕຸ​ລັດ​ເຊ​ນ Peter ​ເພື່ອ​ຕ້ອນຮັບ​ພວກສະ​ແຫວ​ງບຸນ​ທີ່​ພາກັນໄປເຕົ້າ​ໂຮມ​ກັນ​ເພື່ອ​ເປັນກຽດ​ໃຫ້​ແກ່​ພະ​ອົງ. ພວກ​ທີ່​ໄປ​ຮ່ວມ​ໄດ້ພາກັນ​ໂບກ​ປ້າຍ​ຕ່າງໆ ​ສະ​ແດງ​ການ​ສະໜັບສະໜຸນ​ແກ່​ຜູ້​ນໍາ​ຄົນ​ໃໝ່​ຂອງ​ສາສະໜາ​ຂອງ​ເຂົາ​ເຈົ້າ. ພະ​ສັນຕະປາປາ ຄົນ​ໃໝ່​ໄດ້​ຢຸດ​ຢູ່​ຫລາຍ​ຄັ້ງ ​ເພື່ອ​ໃຫ້​ພອນແກ່​ບັນດາ​ເດັກນ້ອຍ ​ແລະ​ໃນ​ກໍລະນີ​ນຶ່ງ ​ໄດ້​ໃຫ້​ພອນ​ແກ່ຊາຍ​ພິການ.

ຫລັງ​ຈາກ​ນັ້ນ ພະ​ສັນຕະປາປາ Francis ​ກໍໄດ້​ຮັບແຫວນ​ເພື່ອໃຊ້​ໃນພິທີແລະ​ຜ້າ​ບ່ຽງ​ເປັນ​ຂົນ​ສັດ ທີ່ມອບ​ໃຫ້​ແກ່ພະ​ສັນຕະປາປາ ທີ່​ຊົງ​ເປັນ ຜູ້​ເປັນຜູ້ຕາງໜ້າພະ​ສັນຕະປາ
ປາອົງ​ທໍາ​ອິດ ຄື​ເຊ​ນ Peter ​ແລະພະ​ບັນຍັດ​ທີ່ວ່າ ພະ​ສັນຕະປາປາມີ​ໜ້າ​ທີ່ເປັນ​ຜູ້ນໍາ
ພາປະຊາ​ຄົມໂຣມັນ​ຄາ​ໂ​ທລິກ ຊຶ່ງປັດ​ຈຸ​ບັນ​ນີ້​ມີຜູູ້​ເຫລື້ອມ​ໃສ​ຢູ່​ປະມານ 1 ພັນ​ລ້ານ 2 ​ແສນ​ຄົນ.

ປະທານາທິບໍດີ Agentina ທ່ານ​ນາງ Christina Fernandez de Kirchner ​ໄດ້ເດີນທາງໄປ​ເຖິງ​ກ່ອນ​ວັນ​ອັງຄານມື້ນີ້ ​ເພື່ອ​ພົບ​ປະ​ກັບ ພະ​ສັນ​ສັນຕະປາປາອົງ​ໃໝ່ ຜູ້​ທີ່ມາ​ຈາກ​ປະ​ເທດ​ຂອງທ່ານນາງ. ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ຜູ້ທີ່​ນັບຖື​ສາສໜາຄາ​ໂທ​ລິກ ກໍ​ຮວມ​ຢູ່​ໃນບັນ​ດາຜູ້ນຳ​ທາງການ​ເມືອງ​ທີ່​ເຂົ້າ​

Vatican Pope
please wait
Embed

No media source currently available

0:00 0:02:11 0:00

ກ່ຽວຂ້ອງກັນ

XS
SM
MD
LG