ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໔ ກຸມພາ ໒໐໒໕

ທ. ມາກຣົງ ແລະ ທ. ທຣໍາ ຊອກຫາທາງ ເຂົ້າໃຈກັນ ຕໍ່ບັນຫາ ທີ່ພວກທ່ານ ມີຄວາມເຫັນ ແຕກ​ຕ່າງກັນ


 ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​(ຊ້າຍ) ແລະ ທ່ານ ເອມມານູແອລ ມາກຣົງ ປະທານາທິບໍດີຝຣັ່ງ ຍົກຈອກ ເພື່ອຊົມເຊີນມິດຕະພາບ ລະຫວ່າງຝຣັ່ງ ແລະສະຫະລັດ ໃນງານລ້ຽງຕ້ອນຮັບ ການມາຢ້ຽມຢາມສະຫະລັດ ຢ່າງເປັນທາງການຂອງ ທ່ານມາກຣົງ ທີ່ທໍານຽບຂາວ ໃນວັນທີ 24 ເມສາ, 2018 (ພາບຖ່າຍໂດຍ AP Photo/Susan Walsh)
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​(ຊ້າຍ) ແລະ ທ່ານ ເອມມານູແອລ ມາກຣົງ ປະທານາທິບໍດີຝຣັ່ງ ຍົກຈອກ ເພື່ອຊົມເຊີນມິດຕະພາບ ລະຫວ່າງຝຣັ່ງ ແລະສະຫະລັດ ໃນງານລ້ຽງຕ້ອນຮັບ ການມາຢ້ຽມຢາມສະຫະລັດ ຢ່າງເປັນທາງການຂອງ ທ່ານມາກຣົງ ທີ່ທໍານຽບຂາວ ໃນວັນທີ 24 ເມສາ, 2018 (ພາບຖ່າຍໂດຍ AP Photo/Susan Walsh)

ທ່ານ ເອມມານູແອລ ມາກຣົງ (Emmanuel Macron) ປະທານາທິບໍດີ ຝຣັ່ງ ​ໄດ້​ມ້ວນທ້າຍ​ການ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ພຸດ​ມື້ນີ້ ດ້ວຍ​ການ​ກ່າວ
​ຄໍາ​ປາ​ໄສ​ຢູ່​ກອງ​ປະຊຸມ​ຮ່ວມ​ ຂອງ​ລັດຖະສະພາ​ສະຫະລັດ ​ແລະ​ກອງ​ປະຊຸມ​ທີ່​ເປີດ
​ໃຫ້​ ພວກນັກ​ສຶກສາ​ຊັກຖາມ ຢູ່​ທີ່​ມະຫາວິທະຍາ​ໄລ ຈອດ​ຈ໌ ທາວ (Georgetown). ​
ໃນ​ໄລຍະ​ທີ່​ທໍາ​ການຢ້ຽມຢາມສະຫະລັດ ​ເປັນ​ເວລາ 3 ວັນ​ຢູ່​ນັ້ນ, ທ່າ​ນມາກຣົງ ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ສົນທະນາ​ກັນ ​ກ່ຽວກັບເລື່ອງການ​ຄ້າ​ສອງ​ຝ່າຍ, ​ເລື່ອງ​ດິນ​ຟ້າ​ອາ​ກາດ, ​ເລື່ອງອີຣ່ານ ​ແລະ​ຊີ​ເຣຍ. ນາງ ຊລາ​ຕິກ​າ ໂຮກ (Zlatica Hoke) ນັກ​ຂ່າວ​ຂອງ​ວີໂອ​ເອ ລາຍ​ງານ​ວ່າ​ ຜູ້​ນໍາ​ສອງ​ທ່ານ​ນີ້ ບໍ່​ໄດ້​ໃຫ້​ຄວາມ​ສໍາຄັນ​ ຕໍ່ສິ່ງ​ທີ່​ພວກ​ເພິ່ນ​ບໍ່​ເຫັນ​ພ້ອມ​ນໍາ​ກັນ ​ແລະ​ໄດ້​ເນັ້ນ​ໃຫ້​ເຫັນ ເຖິງ​ສາຍ​ພົວພັນອັນ​ໃກ້ຊິດ​ ຢ່າງ​ເປັນ​ປະຫວັດ​ການ ຂອງ​ສອງ​ປະ​ເທດ ພ້ອມທັງ​ຄວາມເປັນ​ເພື່ອນ​ມິດ​ກັນ ​ແບບ​ສະໜິດແໜ້ນ ໃນ​ນາມ​ສ່ວນ​ຕົວ​ຂອງ​ພວກ​ທ່ານອີກ​ດ້ວຍ ຊຶ່ງ​ບົວ​ສະຫວັນ ຈະມີ​
ລາຍ​ລະອຽດ ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ໃນ​ຂະນະ​ທີ່​ໄດ້​ພາກັນສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ອົບ​ອຸ່ນ​ດ້ວຍ​ການ​ໃຊ້​ຖ້ອຍ​ຄໍາ ​ແລະ​ທ່າ
​ທາງຕ່າງໆນັ້ນ, ທັງທ່ານ​ທຣໍາ ​ແລະ​ທ່ານ​ມາກຣົງ ຕ່າງ​ກໍຮັບ​ຮູ້​ວ່າ ພວກ​ເພິ່ນ ຕ້ອງໄດ້​ດໍາ
​ເນີນ​ງານ​ຮ່ວມ​ກັນ​ ເພື່ອ​ເຮັດ​ໃຫ້​ຄວາມເຫັນ​ທີ່ແຕກ​ຕ່າງກັນ​ ​ເຊັ່ນ​ເລືອ​ງການ​ປ່ຽນ​ແປງ​
ຂອງ​ດິນ​ຟ້າອາກາດ ​ແລະ​ຂໍ້​ຕົກລົງ​ກ່ຽວກັບອາວຸດ​ນີວ​ເຄລຍກັບ​ອີຣ່ານ ຖືກແກ້​ໄຂ​ໄປ.

ທ່ານ​ດໍ​ໂນ​ລ ທຣໍາ, ຜູ້ນໍາ​ຂອງ​ສະຫະລັດໃຫ້ຄໍາ​ເຫັນ​ວ່າ ອັນ​ນີ້​ເປັນ​ຂໍ້​ຕົກລົງບົນ​ພື້ນຖານ
​ທີ່ມີ​ຄວາມ​ເນົ່າ​ເປື່ອຍ. ມັນ​ເປັນ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ຫລາຍ. ມັນ​ເປັນ​ຂໍ້​ຕົກລົງ​ທີ່​ມີ​ໂຄງ​
ຮ່າງບໍ່ດີ. ມັນ​ກໍາລັງ​ຈະພັງ​ລົງ, ທີ່​ຈິງ​ແທ້ ​ມັນບໍ່ຄວນຈະ​ເຮັດຂຶ້ນມາ​ເລີຍ. ຂ້າພະ​ເຈົ້າ
ຂໍຕໍາໜິລັດຖະສະພາ. ຂ້າພະ​ເຈົ້າຕ້ອງ​ຕິ​ຕຽນຫລາຍໆຄົນ ທີ່ປ່ອຍ​ໃຫ້​ມີ​ຂໍ້​ຕົກລົງ​ອັນ​
ນີ້​ເກີດ​ຂຶ້ນ. ​ແຕ່​ວ່າ ມັນ​ບໍ່ຄວນ​ຈະ​ມີ​ຂຶ້ນເລີຍ. ​ແລະ​ພວກ​ເຮົາ​ຈະ​ໄດ້​ຮູ້​ດອກ​ວ່າ ​ຈະ​ມີ​
ຫຍັງ​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ນີ້."

ທ່ານ​ທຣໍາ​ເວົ້າວ່າ ທ່ານ​ຈະ​ບໍ່​ໃຫ້ການ​ຢັ້ງຢືນ​ຄືນຕໍ່​ຂໍ້​ຕົກລົງ​ນີ້ ພາຍໃນວັນ​ທີ 12 ພຶດສະ
ພາ ເມື່ອ​ມັນຮອດ​ກໍານົດ​ ​ເວັ້ນ​ເສຍ​ແຕ່​ວ່າ ​ຂໍ້​ຕົກລົງນັ້ນ ຈະ​ຖືກ “ດັດ​ແກ້” ​ໃຫ້ລວມ​ເອົາ
​ຄໍາໝັ້ນສັນຍາ​ຂອງ​ອີຣ່ານວ່າ ປະ​ເທດ​ດັ່ງກ່າວ​ຈະ​ຍຸຕິ​ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ
​ອັນ​ຮ້າຍ​ແຮງ​ຂອງ​ຕົນ ​ແລະຢຸດເຊົາ ​ທໍາ​ການ​ແຊກ​ແຊງ​ເຂົ້າ​ໃນ ກິດຈະການ​ຂອງ​ປະ​ເທດ
ຢູ່​ໃນ​ຂົງ​ເຂດພາກພື້ນນັ້ນ ​ເຂົ້າຢູ່​ນໍາ. ສ່ວນທ່ານ ມາກຣົງ (Macron) ນັ້ນກໍໄດ້​ເຫັນ​ດີ​ວ່າ
ບັນຫາ​ເຫລົ່ານີ້ ຕ້ອງ​ໄດ້​ຖືກ​ແກ້​ໄຂ​ໃນ​ໄລຍະ​ຍາວ.
ທ່ານ​ມາກຣົງ​ໄດ້ເວົ້າວ່າ "ກໍຄືດັ່ງທີ່ປະທານາທິບໍດີທຣໍາໄດ້ກ່າວໄປນັ້ນແລ້ວ. ພວກເຮົາ
ມີເລື່ອງອາວຸດນີວເຄລຍ ໃນໄລຍະສັ້ນ. ພວກເຮົາມີເລື່ອງອາວຸດນີວເຄລຍຢູ່ໃນ
ໄລຍະຍາວ. ພວກເຮົາມີການເຄື່ອນໄຫວດ້ານຂີ​ປະ​ນາ​ວຸດ. ພວກເຮົາມີເລື່ອງການ
ມີໜ້າຂອງອີຣ່ານ ຢູ່ໃນຂົງເຂດພາກພື້ນນັ້ນ. ພວກເຮົາຢາກແກ້ໄຂສະພາບການນີ້."


ແຕ່ວ່າຝຣັ່ງ, ເຢຍຣະມັນ, ແລະອັງກິດເວົ້າວ່າ ອີຣ່ານໄດ້ປະຕິບັດໃຫ້ສອດຄ່ອງກັບສັນ
ຍາທີ່​ມີ​ຢູ່ໃນປັດຈຸບັນນີ້ແລ້ວ ແລະຝ່າຍອື່ນໆຂອງສັນຍາຕ້ອງໄດ້ປະຕິບັດຕາມຂໍ້ຜູກພັນ
ຂອງຕົນໃຫ້ໄດ້. ອີງຕາມນັກວິເຄາະເຫດການ ຈອນ ແກລສເຊີ (John Glasser) ຈາກສະຖາບັນຄາໂຕ (CATO) ແມ່ນວ່າ, ທ່ານມາກຣົງຂ້ອນຂ້າງຢາກຈະເຕືອນໃຫ້
ທ່ານທຣໍາຮູ້ວ່າ ຖ້າຫາກສະຫະລັດຖອນໂຕ ອອກຈາກສັນຍານັ້ນມັນກໍຈະເຮັດໃຫ້
ຄວາມເຊື່ອຖື ຂອງປະເທດນີ້ເຊື່ອມລົງ. ທ່ານໃຫ້ຂໍ້ສັງເກດດັ່ງນີ້
“ທ່ານທຣໍາສາມາດທີ່ຈະທໍາການກົດດັນຕໍ່ປະເທດຢູໂຣບ ໃຫ້ເຮັດຂໍ້ຕົກລົງຕິດແນບ
ຊຶ່ງເປັນຂໍ້ຕົກລົງເພີ້ມເຕີມຂອງຂໍ້ຕົກລົງເລື່ອງນີວເຄລຍ, ແຕ່ວ່າ ກໍຕ້ອງມີການແກ້ໄຂ
ບັນຫາ ທີ່ບໍ່ກ່ຽວຂ້ອງກັບນີວເຄລຍ ເຊັ່ນລູກສອນໄຟຂີປະນາວຸດ ຫລື ການປະພຶດ
ຂອງອີຣ່ານຢູ່ໃນພາກພື້ນແລະການສະໜັບສະໜຸນແກ່ກຸ່ມທີ່ເຮັດວຽກໃຫ້ແກ່ອີຣ່ານ
ນັ້ນ. ແລະບັນດາປະເທດຢູໂຣບ ກໍາລັງດໍາເນີນງານຮ່ວມກັນ ກ່ຽວກັບເລື່ອງນີ້ ເພື່ອ
ພະຍາຍາມເຮັດໃຫ້ຄວາມກັງວົນໃຈ ຂອງທ່ານທຣໍາງຽບລົງ ແຕ່ວ່າ ພວກປະເທດດັ່ງ
ກ່າວຈະເຫັນດີເຮັດເຊັ່ນນັ້ນ ກໍຕໍ່ເມື່ອວ່າ ທ່ານທຣໍາຈະຕົກລົງ ທີ່ຈະບໍ່ຍົກເລີກສັນ
ຍານີວເຄລຍດັ່ງກ່າວເທົ່ານັ້ນ.”

ນັກວິເຄາະເຫດການ ແມັດຕີວ ໂຄຣນິກ (Matthew Kroenig) ຈາກສະພາວ່າດ້ວຍ
ມະຫາສະໝຸດແອັດລັງຕິກເວົ້າວ່າ, ຖ້າຫາກທ່ານທຣໍາຫັນມາທໍາຄວາມເຂົ້າໃຈ ກັບບັນ
ດາປະເທດພັນທະມິດໃນຢູໂຣບ ມັນກໍຈະເປັນໄປໄດ້ຫລາຍຢູ່ ທີ່ວ່າບັນດາປະເທດດັ່ງ
ກ່າວ ຈະພະຍາຍາມນຳເອົາຣັດເຊຍ ແລະຈີນເຂົ້າມາຮ່ວມ ໃນສັນຍາແນບຕິດນີ້ ກ່ອນ
ຈະກ້າວໄປລົມກັບອີຣ່ານ. ທ່ານ ໂຄຣນິກ (Kroenig) ກ່າວດັ່ງນີ້
"ແລະຣັດເຊຍ ທີ່ຈິງແທ້ ອາດຈະໄດ້ຮັບຜົນປະໂຫຍດ ທາງດ້ານເສດຖະກິດ ໃນການ
ດັດແກ້ຂໍ້ຕົກລົງດັ່ງກ່າວແບບນີ້ ອີກດ້ວຍ ເພາະວ່າປະເທດດັ່ງກ່າວ ກໍາລັງສະໜອງ
ເທັກໂນໂລຈີນີວເຄລຍໃນທາງສັນຕິ ໃຫ້ແກ່ອີຣ່ານຢູ່."


ສ່ວນທາງອີຣ່ານນັ້ນ ແມ່ນບໍ່ໄດ້ສົນໃຈ ກັບການເຈລະຈາຄືນ ສຳລັບຂໍ້ຕົກລົງດັ່ງກ່າວ
ທັງຂູ່ວ່າ ຈະທໍາການຕອບໂຕ້ຄືນ ຖ້າຫາກວໍຊິງຕັນຖອນໂຕອອກຈາກຂໍ້ຕົກລົງທີ່ວ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG